ເຂົ້າຮ່ວມພິທີມອບທຶນການສຶກສາ, ລະດົມກໍາລັງໃຈໃຫ້ບັນດານັກຮົບມີທ່ານພົນຈັດຕະວາ ຮວ່າງວັນສີ, ຜູ້ບັນຊາການແມ່ທັບນ້ອຍ 15 ແລະອົງການທີ່ກ່ຽວຂ້ອງຂອງແມ່ທັບນ້ອຍ 15. ຝ່າຍລາວ ມີທ່ານພັນໂທ ຄອນວິໄລ ທຳມະວົງຊາ, ຮອງຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ.

ອີງຕາມເນື້ອໃນຂອງບົດບັນທຶກການແຮກສ່ຽວລະຫວ່າງແມ່ທັບນ້ອຍ 15 ແລະຄະນະຊີ້ນຳກໍ່ສ້າງຮາກຖານ ແລະພັດທະນາຊົນນະບົດຮອບດ້ານ (ກະຊວງປ້ອງກັນປະເທດລາວ) ໄລຍະ 2023-2028 ແລະໂດຍໄດ້ຮັບຄວາມເຫັນດີຈາກກະຊວງປ້ອງກັນປະເທດຫວຽດນາມ, ປີ 2024, ແມ່ທັບນ້ອຍ 15 ໜູນຊ່ວຍທຶນການສຶກສາ 5 ພູດໃຫ້ແກ່ນັກຮົບກະຊວງປ້ອງກັນປະເທດລາວ 5 ຄົນ, ແຕ່ລະພູດ 500 ລ້ານດົ່ງ.

leftcenterrightdel
ທ່ານພົນຈັດຕະວາ ຮວ່າງວັນສີ ມອບທຶນການສຶກສາໃຫ້ນັກຮົບກະຊວງປ້ອງກັນປະເທດລາວ. ພາບ: qdnd.vn

ບັນດານັກຮົບຈະຮຽນພາສາຫວຽດນາມ 1 ປີຢູ່ມະຫາວິທະຍາໄລດານັງ ແລະຮຽນວິຊາສະເພາະ 4 ປີຢູ່ມະຫາວິທະຍາໄລ ໄຕງວຽນ. ສະເລ່ຍ, ນັກຮົບແຕ່ລະຄົນຈະໄດ້ຮັບຄ່າຄອງຊີບ 4,7 ລ້ານດົ່ງ/ເດືອນ ແລະເງິນອຸດໜູນອື່ນໆຕາມຂໍ້ກຳນົດຂອງລັດຖະບານຫວຽດນາມ ກ່ຽວກັບການໜູນຊ່ວຍທຶນການສຶກສາໃຫ້ນັກສຶກສາລາວ.

ກ່າວຄຳເຫັນທີ່ເຫດການ, ທ່ານພົນຈັດຕະວາ ຮວ່າງວັນສີ ໃຫ້ຮູ້ວ່າ ໃນໄລຍະ 2019-2023, ແມ່ທັບນ້ອຍ 15 ໄດ້ໜູນຊ່ວຍທຶນການສຶກສາເຕັມສ່ວນໃຫ້ນັກຮົບ 5 ຄົນຂອງກະຊວງປ້ອງກັນປະເທດລາວ. ພວກນ້ອງໄດ້ສຳເລັດໜ້າທີ່, ດ້ວຍຜົນງານສູງໃນການຮ່ຳຮຽນ ແລະບຳລຸງສ້າງ, ກາຍເປັນພະນັກງານປະຕິບັດງານຢູ່ບັນດາກຸ່ມ, ບ້ານຫຼັກແຫຼ່ງຂອງຄະນະຊີ້ນຳ.

ທ່ານພົນຈັດຕະວາ ຮວ່າງວັນສີ ຢັ້ງຢືນວ່າ ນັກຮົບ 5 ຄົນທີ່ຮັບທຶນການສຶກສາໃນຄັ້ງນີ້ແມ່ນຜູ້ດີເດັ່ນ, ເປັນກຽດໄດ້ຮັບການຄັດເລືອກຈາກກະຊວງປ້ອງກັນປະເທດລາວ ເພື່ອໄປຮຽນຢູ່ຫວຽດນາມ. ສະນັ້ນ, ບັນດານັກຮົບຕ້ອງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຕັ້ງໜ້າຮ່ຳຮຽນ, ບຳລຸງສ້າງ ແລະຝຶກຝົນຫຼໍ່ຫຼອມຕົນເອງເພື່ອຮັບຜົນງານສູງສຸດ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວນອກຫຼັກສູດ, ພົບປະແລກປ່ຽນວັດທະນະທຳ, ໂຄສະນາໃຫ້ຄອບຄົວ ແລະເພື່ອນມິດສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ