ກ່ອນພິທີປິດ, ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລ 1 ນາທີ ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນຈີ໊ງ ມອບໃບຢ້ັງຢືນຮຽນຈົບຊຸດຝຶກອົບຮົມໃຫ້ແກ່ພະນັກງານ, ພາລະກອນກະຊວງປ້ອງກັນປະເທດລາວ. ພາບ: ຮວ່າງຫວູ໋

ກ່າວຄຳເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຫງວຽນວັນຈີ໊ງ ຮອງຫົວໜ້າຫ້ອງວ່າການຄະນະພັກການທະຫານສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕີລາຄາວ່າພາຍຫຼັງຄົ້ນຄວ້າ, ຮ່ຳຮຽນເປັນເວລາ 1 ເດືອນ, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດເປົ້າໝາຍ, ລາຍການທີ່ໄດ້ວາງອອກ. ເນັ້ນໜັກເຖິງໝາກຜົນການຝຶກອົບຮົມພຽງແຕ່ແມ່ນບາດກ້າວທໍາອິດ, ທ່ານພົນຈັດຕະວາ ຫງວຽນວັນຈີ໊ງ ປາດຖະໜາຢາກໃຫ້ແກ່ພະນັກງານ, ພາລະກອນກະຊວງປ້ອງກັນປະເທດລາວ ສືບຕໍ່ເສີມຂະຫຍາຍບັນດາຄວາມຮູ້, ບົດຮຽນ, ການເຄື່ອນໄຫວຕົວຈິງທີ່ໄດ້ແນະນໍາ, ແລກປ່ຽນໃນຊຸດຝຶກອົບຮົມຢູ່ຫວຽດນາມ ດ້ວຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງເພື່ອນໍາໃຊ້ເຂົ້າໃນວຽກງານ, ປະກອບສ່ວນເຮັດໃຫ້ວຽກງານຂາເຂົ້າ-ຂາອອກ, ສຳເນົາເອກະສານຂອງບັນດາອົງການ, ກົມກອງຂອງຕົນມີແບບມີແຜນ, ເປັນເອກະພາບ, ມີຄຸນນະພາບ, ປະສິດທິຜົນໃຫ້ນັບມື້ນັບດີກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກວ່າຂອງໜ້າທີ່ວຽກງານ.

ໂດຍ: ເຈິ່ນຮວ່ຽນ