ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.

ສູ້ຊົນເພື່ອໃຫ້ການເຕີບໂຕດ້ານການຄ້າລະຫວ່າງຫວຽດນາມ ແລະ ລາວ ບັນລຸ 10 – 15% ໃນປີ 2024

ໃນການຢ້ຽມຢາມທາງລັດຖະກິດຢູ່ລາວ, ທ່ານນາງຮອງລັດຖະມົນຕີ ຟານທິຖັ໊ງ ໄດ້ໄປນໍາທ່ານປະທານປະເທດ ໂຕເລິມ ເຂົ້າຮ່ວມການເຈລະຈາຢ່າງເປັນທາງການກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ; ເປັນສັກຂີພິຍານພິທີມອບຮັບບັນດາເອກະສານການຮ່ວມມືລະຫວ່າງສອງປະເທດ; ເຂົ້າຮ່ວມພິທີເປີດນໍາໃຊ້ໂຄງການລະບົບຄຸ້ມຄອງປະຊາກອນ ແລະບັດປະຈໍາຕົວພົນລະເມືອງຢູ່ລາວ; ພົບປະກັບນາຍົກລັດຖະມົນຕີລາວ; ພົບປະກັບປະທານສະພາແຫ່ງຊາດລາວ ... ແລະການເຄື່ອນໄຫວທາງການອື່ນໆ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ບົນພື້ນຖານຄວາມເຫັນດີເຫັນພ້ອມກ່ຽວກັບບັນດາມາດຕະການ ເພື່ອສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ ແລະສອງລັດຢ່າງມີປະສິດທິຜົນ, ປະກອບສ່ວນສ້າງກຳລັງໜູນໃໝ່, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ແຮງກວ່າອີກ, ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍຂໍ້ຕົກລົງຍຸດທະສາດຮ່ວມມືຫວຽດນາມ - ລາວ ໄລຍະ 2021 - 2030 ແລະສັນຍາວ່າດ້ວຍການຮ່ວມມືສອງຝ່າຍຫວຽດນາມ - ລາວ ໄລຍະ 2021-2025 ໃຫ້ມີປະສິດທິຜົນ.

2 ຝ່າຍເຫັນດີສືບຕໍ່ປະຕິບັດບັນດາອະນຸສັນຍາ, ສັນຍາ, ແຜນການຮ່ວມມືທີ່ໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ; ສົມທົບກັນຊອກຫາບັນດາມາດຕະການທີ່ມີລັກສະນະບຸກທະລຸ ເພື່ອປ່ອຍບັນດາແຫຼ່ງກຳລັງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດແນໃສ່ສູ້ຊົນ ເພື່ອບັນລຸເປົ້າໝາຍເຕີບໂຕດ້ານການຄ້າແຕ່ 10 – 15% ໃນປີ 2024.

ສອງຝ່າຍຕີລາຄາການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້, ໃນນັ້ນການຄ້າ ແລະການລົງທຶນສືບຕໍ່ມີຈຸດພົ້ນເດັ່ນ, ບັນດາຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດໃນຫຼາຍໂຄງການຈຸດສຸມໄດ້ ແລະພວມມານະພະຍາຍາມແກ້ໄຂຢ່າງຂາດຂັ້ນ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດຢູ່ເຂດຊາຍແດນຫວຽດນາມ - ກຳປູເຈຍ

ຢູ່ກຳປູເຈຍ, ທ່ານນາງຮອງລັດຖະມົນຕີ ຟານທິຖັ໊ງ ໄດ້ໄປນໍາທ່ານປະທານປະເທດ ໂຕເລິມ ເຂົ້າຮ່ວມການພົບປະກັບປະທານສະພາແຫ່ງຊາດ ກຳປູເຈຍ; ມີການເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ; ເຂົ້າຮ່ວມພິທີເປີດສາຍການບິນ ຮ່າໂນ້ຍ - ພະນົມເປັນ - ຮ່າໂນ້ຍ; ພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ...

ທີ່ການພົບປະເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ, ການນຳສອງທ່ານສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງສອງປະເທດ. ໃນໄຕມາດທຳອິດຂອງປີ 2024, ວົງເງິນການຄ້າສອງປະເທດກວມເອົາ 22,2% ຍອດມູນຄ່າວົງເງິນສົ່ງອອກຂອງກຳປູເຈຍ. ວົງເງິນການຄ້າໃນ 5 ເດືອນຕົ້ນປີ 2024 ບັນລຸປະມານ 4,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງກຳປູເຈຍ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາຊຽນ.

ການນຳ 2 ທ່ານໄດ້ເຫັນດີສືບຕໍ່ຮັກສາການພົບປະ ແລະແລກປ່ຽນຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ໃນນັ້ນມີການພົບປະລະຫວ່າງລັດຖະສະພາ; ຍູ້ແຮງການຮ່ວມມື ແລະການເຊື່ອມຕໍ່ດ້ານເສດຖະກິດ, ພິເສດແມ່ນເສດຖະກິດຢູ່ເຂດຊາຍແດນ ຫວຽດນາມ - ກຳປູເຈຍ ພ້ອມກັນມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນການຄ້າ ໃຫ້ໄດ້ 20 ຕື້ ໂດລາສະຫະລັດ ໃນຊຸມປີຈະມາເຖິງ. 

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການເຊື່ອມຕໍ່ພື້ນຖານເສດຖະກິດ, 2 ຝ່າຍໄດ້ເຫັນດີເປັນເອກະສັນຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ຄື: ບົດບັນທຶກຊ່ວຍຈໍາກ່ຽວກັບການພັດທະນາ ແລະເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຢູ່ເຂດຊາຍແດນ ຫວຽດນາມ - ກຳປູເຈຍ, ຂໍ້ຕົກລົງຊຸກຍູ້ການຄ້າສອງຝ່າຍໄລຍະ 2025-2026. 2 ຝ່າຍໄດ້ເຫັນດີເປັນເອກະສັນຜັນຂະຫຍາຍການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ, ຜູ້ອອກແຮງງານ, ການພົບປະແລກປ່ຽນປະຊາຊົນຢ່າງແຮງກວ່າອີກ.

2 ຝ່າຍເຫັນດີເປັນເອກະພາບຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະເປັນເຈົ້າຕົນເອງ, ພ້ອມທັງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ. ພ້ອມກັນນັ້ນ, ຊົມເຊີຍບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກໍ່ສ້າງເສັ້ນຊາຍແດນທາງບົກສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະຮ່ວມມື, ພັດທະນາ ແລະຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນ, ພັດທະນາເສດຖະກິດຢູ່ເຂດຊາຍແດນ ພ້ອມທັງສ້າງເງື່ອນໄຂໃຫ້ປະຊາຊົນໄປມາຫາສູ່ກັນ, ທໍາມາຫາກິນ, ແລກປ່ຽນສິນຄ້າ, ຊຸກຍູ້ໃຫ້ວົງເງິນການຄ້າໃຫ້ເພີ່ມຂຶ້ນຕື່ມອີກໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ