ກ່ອນໜ້ານັ້ນ, ຕອນບ່າຍວັນທີ 4 ກໍລະກົດ, ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.

ທີ່ການຕ້ອນຮັບ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມເຊື່ອໝັ້ນວ່າ ໃນຖານະເປັນອົງການນິຕິບັນຍັດທີ່ມີບົດບາດຕິດຕາມກວດກາ, ຫວຽດນາມ ຈະສືບຕໍ່ຊຸກຍູ້ການປະຕິບັດບັນດາດຳລັດ, ສັນຍາ ແລະຂໍ້ຕົກລົງລະຫວ່າງສອງລັດຖະບານ ກໍຄືບັນດາຂະແໜງການ ຈາກຂັ້ນສູນກາງລົງຂັ້ນທ້ອງຖິ່ນ ເພື່ອຊ່ວຍໃຫ້ສາຍພົວພັນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງປະເທດສົມກັບສາຍພົວພັນການຮ່ວມມືດ້ານການເມືອງ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ຄະນະຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ ການຢ້ຽມຢາມລາວ ຂອງຄະນະຜູ້ແທນໃນຄັ້ງນີ້ ເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ສຸມໃສ່ແບ່ງປັນຂໍ້ມູນຂ່າວສານ ແລະປະສົບການໃນການເຄື່ອນໄຫວຕົວຈິງຂອງສະພາແຫ່ງຊາດຫວຽດນາມ ກ່ຽວກັບການປັບປຸງລັດຖະທຳມະນູນ; ປະສົບການໃນການສ້າງ ແລະປັບປຸງກົດໝາຍ ແລະບົດຮຽນໃນການຄົ້ນຄວ້ານິຕິບັນຍັດ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດຫວຽດນາມ ແລະ ລາວ ໄດ້ຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບບົດຮຽນປະສົບການໃນການຄົ້ນຄວ້ານິຕິບັນຍັດ. ທີ່ກອງປະຊຸມສໍານມະນາ, ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນເພື່ອແນໃສ່ຊຸກຍູ້ກົນໄກຮ່ວມມື, ສົມທົບກັນ, ແລກປ່ຽນຄະນະປະຕິບັດງານ, ແລກປ່ຽນບົດຮຽນໃນການຄົ້ນຄວ້າວິທະຍາສາດນິຕິບັນຍັດ ເພື່ອຮັບໃຊ້ການເຄື່ອນໄຫວສ້າງລັດຖະທໍາມະນູນ, ນິຕິບັດຍັດ, ຕິດຕາມກວດກາສູງສຸດ ແລະຕົກລົງບັນຫາສໍາຄັນຂອງປະເທດ ລະຫວ່າງສອງສະຖາບັນຄົ້ນຄວ້ານິຕິບັດຍັດໃນຊຸມປີຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ ລະຫວ່າງສະພາແຫ່ງຊາດສອງປະເທດຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 4 ກໍລະກົດ ໄດ້ດຳເນີນການພົບປະລະຫວ່າງທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ  ກັບທ່ານ  ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດລາວ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດຂອງສອງປະເທດໃນໄລຍະຜ່ານມາ, ກໍຄືທິດທາງ, ແຜນການ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ທູຈາງ