ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ
ກປ.ອອນໄລ - ຕອນບ່າຍວັນທີ 29 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ຮວິ່ງແທ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ໄດ້ນໍາໜ້າຄະນະຜູ້ແທນກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ທີ່ການຕ້ອນຮັບ, ທ່ານ ຮວິ່ງແທ່ງດາດ ໄດ້ແຈ້ງໃຫ້ຊາບຜົນຂອງການເຮັດວຽກລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກັບບັນດາກະຊວງທີ່ກ່ຽວຂ້ອງຂອງຝ່າຍລາວ, ທ່ານ ຮວິ່ງແທ່ງດາດ ໄດ້ເນັ້ນໜັກເຖິງການພົວພັນຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດວິທະຍາສາດ ແລະເຕັກໂນໂລຢີ ພວມພັດທະນາຢ່າງບໍ່ຢຸດຢັ້ງທັງດ້ານຂະໜາດ ແລະລວງກວ້າງ, ດ້ວຍຮູບແບບທີ່ຫຼາກຫຼາຍ, ເຂົ້າສູ່ເນື້ອແທ້ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ເສດຖະກິດ - ສັງຄົມ ຂອງແຕ່ລະປະເທດໃຫ້ດີຂຶ້ນກວ່າເກົ່າ.
|
|
ທ່ານ ຮວິ່ງແທ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ເຂົ້າຢ້ຽມຂໍ່ານັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: nhandan.vn |
ທ່ານ ຮວິ່ງແທ່ງດາດ ກໍ່ສະເໜີທ່ານນາຍົກລັດຖະມົນຕີລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະໜັບສະໜູນການເຄື່ອນໄຫວຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງສອງປະເທດໃນໄລຍະຈະມາເຖິງ ເພື່ອປະກອບສ່ວນແທດຈິງ ແລະມີປະສິດທິຜົນກວ່າ ໃຫ້ເປົ້າໝາຍພັດທະນາ ເສດຖະກິດ - ສັງຄົມ ແບບຍືນຍົງຂອງທັງສອງປະເທດ; ສະໜັບສະໜູນບັນດາກະຊວງ ຄື: ເຕັກໂນໂລຢີ, ຖະແຫຼງຂ່າວ, ສຶກສາທິການ ແລະກິລາ, ອຸດສາຫະກຳ ແລະການຄ້າຂອງລາວ ຜັນຂະຫຍາຍບັນດາໂຄງການຮ່ວມມືກັບກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ.
|
|
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn |
ສ່ວນທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງລາວ ສືບຕໍ່ເພີ່ມທະວີການຮ່ວມມືໂດຍຜ່ານການເຄື່ອນໄຫວຄື: ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ...; ພ້ອມກັນນັ້ນກໍຕັ້ງໜ້າຜັນຂະຫຍາຍ, ຈັດຕັ້ງປະຕິບັດບັນດາເນື້ອໃນຂໍ້ຕົກລົງທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະສັນນໍາກັນ ກໍ່ຄືໝາກຜົນຂອງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 46 ກ່ຽວກັບການຮ່ວມມືສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ບັນລຸປະສິດທິຜົນ ແລະປະສົບຜົນສໍາເລັດກວ່າເກົ່າ.
ໂດຍ: ທູຈາງ