ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພົນຕີ ເລດຶກຖາຍ ໄດ້ຊົມເຊີຍທ່ານພັນເອກ ຄອນສີ ເນົາວະລາດ ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ; ພ້ອມທັງ, ເຊື່ອໝັ້ນວ່າ ດ້ວຍບົດຮຽນປະສົບການຂອງຕົນ, ໃນຖານະຕຳແໜ່ງໃໝ່, ທ່ານພັນເອກ ຄອນສີ ເນົາວະລາດ ຈະປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍປະສົບຜົນສໍາເລັດ.

ທ່ານພົນຕີ ເລດຶກຖາຍ ເນັ້ນໜັກເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ພວມສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ກາຍເປັນສາຍພົວພັນແບບຢ່າງ, ໝັ້ນຄົງເຂັ້ມແຂງ, ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງພັກ, ສອງລັດ, ກຳລັງປະກອບອາວຸດ ແລະປະຊາຊົນສອງປະເທດ. ນີ້ແມ່ນເງື່ອນໄຂສະດວກທີ່ສຸດເພື່ອໃຫ້ສອງຝ່າຍຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນຕີ ເລດຶກຖາຍ ຕ້ອນຮັບຄະນະຜູ້ແທນອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ. ພາບ: bienphong.com.vn

ທ່ານພົນຕີ ເລດຶກຖາຍ ປາດຖະໜາວ່າ ສອງຝ່າຍຕ້ອງສືບຕໍ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ລະບຸໄວ້ໃນສັນຍາຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ປ້ອງກັນຄວາມສະຫງົບ, ກົມໃຫຍ່ຕຳຫຼວດລາວ ທີ່ໄດ້ລົງນາມໃນປີ 2021 ຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສະກັດກັ້ນອາດຊະຍາກຳທຸກປະເພດ, ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ, ການຄ້າມະນຸດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ຄຸ້ມຄອງ, ຄວບຄຸມການເຂົ້າ-ອອກເມືອງ, ຄົ້ນພົບ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນທັງສອງຝ່າຍຢ່າງທັນການ.

ຕາງໜ້າໃຫ້ຄະນະຜູ້ແທນອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ, ທ່ານພັນເອກ ຄອນສີ ເນົາວະລາດ ໄດ້ຂອບໃຈກອງບັນຊາການທະຫານຊາຍແດນ ທີ່ໄດ້ເປັນເສນາທິການໃຫ້ການນຳກະຊວງປ້ອງກັນປະເທດຫວຽດນາມ ຜັນຂະຫຍາຍບັນດາແຜນການຮ່ວມມືປີ 2023 ເວົ້າລວມ ແລະແຜນການຮ່ວມມືລະຫວ່າງກົມໃຫຍ່ຕຳຫຼວດ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ແລະກອງບັນຊາການທະຫານຊາຍແດນເວົ້າສະເພາະ; ໜູນຊ່ວຍອຸປະກອນເຕັກນິກ, ຝຶກອົບຮົມຍົກສູງໃຫ້ຖັນແຖວພະນັກງານລາວ ໃນໄລຍະຜ່ານມາ. ທ່ານພັນເອກ ຄອນສີ ເນົາວະລາດ ຢືນຢັນວ່າ, ໃນຖານະຕໍາແໜ່ງໃໝ່ ທ່ານຈະສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະການຮ່ວມມືຮອບດ້ານລະຫວ່າງສອງຝ່າຍໃນໄລຍະຜ່ານມາ.

ໂດຍ: ຈາງຫງວຽນ