ຕອນເຊົ້າວັນທີ 17 ພຶດສະພາ 2024, ກອງບັນຊາການທະຫານແຂວງແທງຮວ໊າ ແລະກອງບັນຊາການທະຫານແຂວງຫົວພັນ (ລາວ) ໄດ້ຈັດກອງປະຊຸມຕີລາຄາໝາກຜົນການປະຕິບັດຂໍ້ຕົກລົງຮ່ວມມືດ້ານການທະຫານ-ປ້ອງກັນຊາດ 2023 ແລະ ລົງນາມໃນສັນຍາຮ່ວມມືປະຕິບັດໜ້າທີ່ການທະຫານ ແລະປ້ອງກັນຊາດ ປີ 2024.

ປີ 2023, ກອງບັນຊາການທະຫານແຂວງ ແທງຮວ໊າ - ຫົວພັນ ໄດ້ຜັນ ຂະຫຍາຍການປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳການຮ່ວມມືດ້ານການທະຫານ ແລະປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດ ສອງປະເທດຢ່າງຮອບດ້ານ ແລະມີປະສິດທິຜົນ. ຜ່ານນັ້ນ ປະກອບສ່ວນຮັດແໜ້ນ, ປັບປຸງ ແລະເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງສອງແຂວງເວົ້າສະເພາະ, ຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ເຂດຊາຍແດນ.

leftcenterrightdel
ກອງບັນຊາການທະຫານແຂວງແທງຮວ໊າ ແລະກອງບັນຊາການທະຫານແຂວງຫົວພັນ ລົງນາມໃນຂໍ້ຕົກລົງການຮ່ວມມື. ພາບ: baothanhhoa.vn

2 ຝ່າຍໄດ້ເຫັນດີເປັນເອກະສັນກັນວ່າ, ປີ 2024 ສືບຕໍ່ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບຄວາມໝັ້ນຄົງ, ການເມືອງປະຈຳໄລຍະ ແລະເມື່ອເກີດສະຖານະການໂດຍບັງເອີນ, ຈະສົມທົບກັນຢ່າງແໜ້ນແຟ້ນໃນການໂຄສະນາ, ຂົນຂວາຍ ແລະແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຢູ່ເຂດຊາຍແດນ; ຄົ້ນພົບຢ່າງທັນການ ແລະເປັນເຈົ້າການຕໍ່ສູ້ເຮັດໃຫ້ກົນອຸບາຍ ແລະເລ່ລ່ຽມຂອງບັນດາອິດທິກຳລັງທີ່ເປັນປໍລະປັກປະລາໄຊ, ຮັກສາເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາ; ສືບຕໍ່ເປັນ ເສນາທິການໃຫ້ຄະນະປະຕິບັດງານພິເສດ, ຄະນະພັກ, ອຳນາດການປົກ ຄອງທ້ອງຖິ່ນ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນແຂວງຫົວພັນ ສ້າງເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງແທງຮວ໊າ ປະຕິບັດສໍາເລັກໜ້າທີ່ສຳຫຼວດ ແລະຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ໃນລະດູແລ້ງປີ 2024 – 2025 ແລະໃນຊຸມປີຕໍ່ໄປເປັນຢ່າງດີ.

ໂດຍ: ທະນາພອນ