ວັນທີ 18 ພຶດສະພາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ສົມທົບກັບຄະນະຊາວໜຸ່ມນະຄອນ, ສະຫະພັນແມ່ຍິງ, ສະຫະພັນແຮງງານ, ສະມາຄົມນັກຮົບເກົ່າ, ສະມາຄົມຊາວກະສິກອນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດຕັ້ງໂຄງການ “ຄອບຄົວຊາວຫວຽດນາມ ກັບນັກສຶກສາ ລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ” ປີ 2024.

ປີ 2024, ຄະນະຈັດຕັ້ງໂຄງການ “ຄອບຄົວຊາວຫວຽດນາມ ກັບນັກສຶກສາ ລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ” ໄດ້ຂົນຂວາຍ ແລະຮັບຮູ້ມີ 96 ຄອບຄົວຢູ່ນະຄອນ ແລະນັກສຶກສາລາວ 127 ຄົນ ແລະນັກສຶກສາກຳປູເຈຍ 35 ຄົນ ມີເງື່ອນໄຂຢ່າງຄົບຖ້ວນເພື່ອເຂົ້າຮ່ວມ. ໃນນັ້ນ, ມີບາງຄອບຄົວຮັບອຸປະກາລະນັກສຶກສາ 3-4 ຄົນ. ໂຄງການເພື່ອແນໃສ່ຊ່ວຍໃຫ້ນັກສຶກສາລາວ ແລະກຳປູເຈຍ ຄົ້ນຫາຊີວິດການເປັນຢູ່, ວັດທະນະທຳຊຸມຊົນ ແລະດໍາລົງຊີວິດຢູ່ໃນຄອບຄົວຊາວຫວຽດນາມ. ຜ່ານໂຄງການຊ່ວຍເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນບັນດາປະເທດ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ - ກຳປູເຈຍ.

leftcenterrightdel
ຄອບຄົວຊາວຫວຽດນາມ ແລະນັກສຶກສາ ລາວ ແລະກຳປູເຈຍ ພົບປະແລກປ່ຽນທີ່ລາຍການ. ພາບ: qdnd.vn

ສະຫາຍ ໂງແທງເຊີນ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ໂຄງການປີ 2024 ເພີ່ມຈຳນວນຄອບຄົວ, ນັກຮຽນເຂົ້າຮ່ວມທົບ 1,5 ເທົ່າເມື່ອທຽບໃສ່ປີ 2023, ເຊິ່ງໄດ້ສະແດງໃຫ້ເຫັນຄຸນຄ່າ ແລະຄວາມໝາຍຕົວຈິງຂອງໂຄງການ, ຕອບສະໜອງຄວາມຕ້ອງການ ແລະຄວາມສົນໃຈຂອງນັກສຶກສາ ລາວ ແລະກຳປູເຈຍ ທີ່ຮຽນຢູ່ນະຄອນ ໂຮ່ຈີມິນ. ປີ 2024, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ, ບັນດາອົງການຈັດຕັ້ງສະມາຊິກ ແລະແນວໂຮມປະເທດຊາດບັນດາທ້ອງຖິ່ນ ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຮ່ວມເດີນທາງພ້ອມກັບລາຍການ ຄື: ງານບຸນຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ, ການເດີນທາງໄປຫາກົກເຄົ້າເຫງົ້າກໍ, ການເດີນທາງໄປຍັງຖານທີ່ໝັ້ນຢູ່ ນະຄອນໂຮ່ຈີມິນ, ບັນດາການເຄື່ອນໄຫວພົບປະ, ແລກປ່ຽນວັດທະນະທຳ, ...”.

ໂດຍ: ທະນາພອນ