ກ່າວຄຳເຫັນທີ່ພິທີ, ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງລຸງໂຮ່ ແລະ ປະຕິຍານວ່າ ພະນັກງານ, ຄູອາຈານແຕ່ລະຄົນຂອງໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ຈະຮ່ຳຮຽນ ແລະປະຕິບັດຕາມແບບຢ່າງຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງເພິ່ນ, ຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ, ປ່ຽນແປງໃໝ່, ເສີມຂະຫຍາຍມູນເຊື້ອການສອນທີ່ດີ, ຮ່ຳຮຽນທີ່ດີ, ສູ້ຊົນປະຕິບັດໜ້າທີ່ຂອງສົກຮຽນໃຫ້ສຳເລັດ, ສ້າງຜົນງານຫຼາຍຢ່າງເພື່ອຖະຫວາຍແດ່ ລຸງໂຮ່ທີ່ແສນເຄົາລົບຮັກ.

leftcenterrightdel
ລຸງໂຮ່ ກັບພວກນ້ອງນັກຮຽນ. ພາບເອກະສານ

ນ້ອງ ຟ້າມທິຈ່າຢາງ, ນັກຮຽນຫ້ອງ ມໍ 2A, ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ: ແຕ່ລະປີ, ໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່, ທາງໂຮງຮຽນກໍ່ຈັດຕັ້ງບັນດາການເຄື່ອນໄຫວທີ່ຟົດຟື້ນ.

ນ້ອງ ຟ້າມທິຈ່າຢາງ ແບ່ງປັນວ່າ: “ຂ້າພະເຈົ້າໄດ້ເຂົ້າຮ່ວມທຸກການເຄື່ອນໄຫວນີ້ ແລະ ຮູ້ສຶກດີໃຈຫຼາຍ ຍ້ອນໄດ້ມີຄວາມເຂົ້າໃຈຕື່ມກ່ຽວກັບແບບຢ່າງຄຸນສົມບັດ, ແບບແຜນການດໍາລົງຊີວິດ ແລະ ວິທີເຮັດວຽກຂອງລຸງໂຮ່, ຜູ້ທີ່ມີຄຸນງາມຄວາມດີ ແລະ ເສຍສະຫຼະຕະຫຼອດຊີວິດຂອງຕົນເພື່ອຊາດ, ເພື່ອໃຫ້ຄົນລຸ້ນຫຼັງຄືພວກນ້ອງ ສາມາດດຳລົງຊີວິດໃນສະພາບແວດລ້ອມແຫ່ງສັນຕິພາບ,  ອີ່ມໜຳສຳລານ ແລະມີໂອກາດໄປໂຮງຮຽນ".

ໂດຍ: ທູຈາງ