"ກິດຈະກຳທີ່ລວບລວມ" ທັງມູນເຊື້ອ ແລະທັນສະໄໝ, ອະດີດ ແລະອະນາຄົດ

ພາຍຫຼັງກໍ່ສ້າງມາເປັນເວລາເກືອບ 38 ເດືອນ, ໃນເດືອນສິງຫາ 2021, ໂຄງການຫໍສະພາແຫ່ງຊາດລາວ ໄດ້ສຳເລັດ ແລະມອບໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຂອງເພື່ອນລາວ ເພື່ອຄຸ້ມຄອງ, ນຳໃຊ້ຢ່າງເປັນທາງການ. ໂຄງການດັ່ງກ່າວມີຂະໜາດໃຫຍ່, ກໍ່ສ້າງພາຍໃຕ້ເງື່ອນໄຂຫຍຸ້ງຍາກທີ່ສຸດ, ແຕ່ແມ່ທັບ 11 ໄດ້ຮັບປະກັນຄວາມປອດໄພຢ່າງເດັດຂາດ ແລະບັນລຸໄດ້ບັນດາຄວາມຄືບໜ້າ, ຄຸນນະພາບ, ຄວາມງາມ. ຫໍສະພາແຫ່ງຊາດລາວຫຼັງໃໝ່ມີເນື້ອທີ່ກໍ່ສ້າງກວ່າ 7.800 ຕາແມັດ ຢູ່ໃຈກາງສະໜາມຫຼວງທາດຫຼວງດ້ວຍການລົງທຶນທັງໝົດກວ່າ 111,75 ລ້ານໂດລາສະຫະລັດ.

ອາດຢືນຢັນໄດ້ວ່າ ຖັນແຖວການນໍາ, ພະນັກງານ, ວິສະວະກອນ, ກໍາມະກອນຂອງແມ່ທັບ 11 ໄດ້ອຸທິດຈິດໃຈ, ເຫື່ອແຮງທັງໝົດຂອງຕົນ ເພື່ອກໍ່ສ້າງຫໍສະພາແຫ່ງຊາດລາວ. ໂຄງການດັ່ງກ່າວສະແດງໃຫ້ເຫັນຄວາມໝາຍ, ຄຸນຄ່າທາງດ້ານຈິດໃຈເຊິ່ງພັກ, ລັດ, ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນລາວ. ໂຄງການດັ່ງກ່າວເປັນການສືບທອດ, ພັດທະນາຂຶ້ນສູ່ລະດັບໃໝ່, ສົມກັບຍຸກສະໄໝ ແລະວັດທະນະທໍາທີ່ເປັນມູນເຊື້ອ, ຮີດຄອງປະເພນີກໍ່ຄືກົດແຫ່ງການເຄື່ອນໄຫວຂອງສະພາແຫ່ງຊາດລາວ.

leftcenterrightdel
ຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດລາວ ຊຸດທີ 9 (ເດືອນ ພະຈິກ 2023). ພາບ: qdnd.vn

ນັກທ່ອງທ່ຽວມາຢ້ຽມຢາມຫໍສະພາແຫ່ງຊາດລາວ ຫຼັງໃໝ່ຢູ່ນະຄອນຫຼວງວຽງຈັນ ຈະເຫັນໄດ້ວ່າຢູ່ຕີນຫໍສະພາແມ່ນຄຳແນະນຳກ່ຽວກັບໂຄງການເປັນສອງພາສາ ລາວ-ຫວຽດນາມ ດ້ວຍເນື້ອໃນ: “ຫໍສະພາແຫ່ງຊາດ, ຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ”. ນັ້ນແມ່ນຫຼັກຖານທີ່ມີຊີວິດຊີວາ ເພື່ອຢືນຢັນນ້ຳໃຈສາມັກຄີ ມິດຕະພາບແບບພິເສດລະຫວ່າງລາວ - ຫວຽດນາມ, ຫວຽດນາມ - ລາວ. ຈຸດພົ້ນເດັ່ນຂອງໂຄງການແມ່ນມີຫຼາຍຫຼວດລາຍທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳລາວ, ເຊິ່ງຄະນະປະຈຳສະພາແຫ່ງຊາດລາວໄດ້ອະນຸມັດຜ່ານ; ໄດ້ປະດິດດ້ວຍອຸປະກອນທີ່ທັນສະໄໝ ແລະຄວາມສາມາດຂອງກໍາມະກອນທີ່ມີສີມືດີຂອງແມ່ທັບ 11.

ທ່ານພົນຈັດຕະວາ ຫງວຽນກວກຢຸ້ງ, ອະດີດຜູ້ບັນຊາການແມ່ທັບ 11 ຫວນຄືນວ່າ: ພາຍຫຼັງໂຄງການດັ່ງກ່າວໄດ້ກໍ່ສ້າງສໍາເລັດ ແລະນຳເຂົ້າໃຊ້ການ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຢືນຢັນວ່າ: ນີ້ແມ່ນຂອງຂວັນອັນລ້ຳຄ່າ, ມີຄວາມໝາຍບໍ່ພຽງແຕ່ທາງດ້ານວັດຖຸເທົ່ານັ້ນ, ຫາກຍັງທາງຈິດໃຈເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ. ນີ້ແມ່ນໂຄງການທີ່ໄດ້ຮັບການຕີລາຄາວ່າ ເປັນຕຶກອາຄານທີ່ທັນສະໄໝທີ່ສຸດ, ສວຍງາມ ແລະມີສີສັນວັດທະນະທໍາຂອງປະເທດລາວ, ເປັນຕຶກອາຄານທີ່ໝັ້ນແກ່ນ ແລະສາມາດນໍາໃຊ້ໃນໄລຍະນານທີ່ສຸດ, ມີມູນຄ່າລົງທຶນຫຼາຍທີ່ສຸດສໍາລັບໂຄງການກໍ່ສ້າງຢູ່ລາວ ໃນປັດຈຸບັນ.

ຫໍສະພາແຫ່ງຊາດລາວ ແມ່ນຜະລິດຕະພັນທີ່ລວບລວມຫຼາຍຄຸນຄ່າເຊິ່ງໃນນັ້ນມີຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບ, ພູມປັນຍາ ແລະຄວາມຈິງໃຈຂອງທະຫານລຸງໂຮ່. ນັກທ່ອງທ່ຽວຫຼາຍຄົນລ້ວນແຕ່ຕີລາຄາຄືກັນວ່າ: ນີ້ບໍ່ພຽງແຕ່ແມ່ນໂຄງການກໍ່ສ້າງເທົ່ານັ້ນ, ຫາກຍັງແມ່ນ “ກິດຈະກຳທີ່ລວບລວມ” ທັງອະດີດ ແລະອະນາຄົດ, ມູນເຊື້ອ ແລະທັນສະໄໝ, ສົມເປັນໂຄງການທີ່ມີຂະໜາດຍຸກສະໄໝ. ເປັນຜູ້ໂຊກດີທີ່ໄດ້ມາປະເທດລ້ານຊ້າງທີ່ສວຍງາມ, ພວກຂ້າພະເຈົ້າຮູ້ສຶກວ່າ ຫໍສະພາແຫ່ງຊາດລາວ ແມ່ນໂຄງການວັດທະນະທຳ, ການທູດ, ຂອງນ້ຳໃຈສາມັກຄີມິດຕະພາບແບບພິເສດ, ຂອງນ້ຳໃຈເພື່ອນມິດທີ່ສັດຊື່ບໍລິສຸດລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ. ໃນນັ້ນ, ພວກຂ້າພະເຈົ້າໄດ້ຝາກຝັງອາລົມຈິດຂອງພັກ, ລັດ, ປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ.

ຮູບພາບຂອງທະຫານລຸງໂຮ່ ສວຍງາມຕະຫຼອດໄປ

ນັບແຕ່ໄດ້ນຳເຂົ້າເຄື່ອນໄຫວ, ຫໍສະພາແຫ່ງຊາດລາວ ໄດ້ດຳເນີນກອງປະຊຸມສາມັນ 6 ຄັ້ງ, ມີຫຼາຍການເຄື່ອນໄຫວຢູ່ພາຍໃນ ແລະຕ່າງປະເທດ. ຍ້ອນໄດ້ຮັບການຈັດຕັ້ງຢ່າງມີໄຫວພິບຫໍສະພາແຫ່ງຊາດລາວ ຫຼັງໃໝ່ໄດ້ຮັບໃຊ້ຫຼາຍຄະນະຜູ້ແທນພາຍໃນ ແລະສາກົນ, ຈັດກອງປະຊຸມສຳຄັນ ແລະບັນດາພິທີສົມກຽດລະດັບຊາດ.

leftcenterrightdel
ຫໍສະພາແຫ່ງຊາດລາວ ຫຼັງໃໝ່. ພາບ: qdnd.vn

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ຊຸດທີ 9 ຢືນຢັນວ່າ: ຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ປະກອບສ່ວນຍົກສູງບົດບາດ ແລະປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດລາວ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ. ອາຄານສວຍງາມ, ໃຫຍ່ໂຕໂອໂຖງ, ມີສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ເຕັມໄປດ້ວຍສີສັນວັດທະນະທຳລາວ. ອາຄານຫໍສະພາແຫ່ງຊາດຫຼັງໃໝ່ ຍັງເປັນຈຸດເດັ່ນກ່ຽວກັບສະຖາປັດຕະຍະກຳຂອງນະຄອນຫຼວງວຽງຈັນ, ດຶງດູດນັກທ່ອງທ່ຽວກໍ່ຄືປະຊາຊົນລາວ ມາຢ້ຽມຢາມ, ຄົ້ນຄວ້າ, ພິເສດແມ່ນລຸ້ນໜຸ່ມ, ນັກຮຽນ, ນັກສຶກສາ, ໃນນັ້ນມີນັກທ່ອງທ່ຽວ ແລະນັກສຶກສາຫວຽດນາມ.

ດ້ວຍຄວາມຮັບຜິດຊອບ, ຄວາມຮັກແພງ ແລະຄວາມສຸດຈິດສຸດໃຈ ພາຍຫຼັງມອບຮັບຫໍສະພາແຫ່ງຊາດລາວ ໃຫ້ອຳນາດການປົກຄອງຂອງປະເທດເພື່ອນລາວ ຄຸ້ມຄອງ, ນໍາໃຊ້ຢ່າງເປັນທາງການ, ແມ່ທັບ 11 ໄດ້ສືບຕໍ່ສົ່ງພະນັກງານ, ນັກຊ່ຽວຊານ 10 ກວ່າຄົນມາປະຈຳຢູ່ລາວ ໃນໄລຍະ 2 ປີເພື່ອແນະນໍາ,  ບຳລຸງສ້າງໃຫ້ຖັນແຖວພາລະກອນຂອງລາວ ໃນການນຳໃຊ້ລະບົບອຸປະກອນທັງໝົດໃນຫໍສະພາ. ໃນໄລຍະທີ່ດໍາເນີນກອງປະຊຸມສະພາແຫ່ງຊາດລາວ ສະໄໝຕ່າງໆ, ພ້ອມກັບກໍາລັງພະນັກງານ, ນັກຊ່ຽວຊານທີ່ໜູນຊ່ວຍການນຳໃຊ້ອະກອນໂດຍກົງແລ້ວ, ຍັງມີຄະນະວິສະວະກອນ, ນັກຊ່ຽວຊານຂອງແມ່ທັບໜູນຊ່ວຍທາງອອນໄລ ດ້ວຍຈຳນວນທະຫານເຂົ້າຮ່ວມທັງໝົດ 30 ກວ່າຄົນ. ສິ້ນສຸດວິວັດການຖ່າຍຖອດທັງໝົດໃນເດືອນ ສິງຫາ 2023, ແມ່ທັບ 11 ໄດ້ໜູນຊ່ວຍຮັບໃຊ້ 6 ກອງປະຊຸມຂອງສະພາແຫ່ງຊາດລາວ; ຮັບປະກັນການເຄື່ອນໄຫວທັງໝົດດໍາເນີນຢ່າງສະດວກ.

leftcenterrightdel
ພາຍໃນຫໍສະພາແຫ່ງຊາດລາວ ຫຼັງໃໝ່. ພາບ: ທັດສະນະ

ເສີມຂະຫຍາຍມູນເຊື້ອຂອງທະຫານລຸງໂຮ່, ພະນັກງານ, ພາລະກອນຂອງແມ່ທັບ 11 ຍາມໃດກໍ່ຕັ້ງໜ້າຊ່ວຍເຫຼືອປະຊາຊົນລາວ ໃນທຸກການເຄື່ອນໄຫວ. ແມ່ທັບໄດ້ສະໜັບສະໜູນປະຊາຊົນແຂວງອັດຕະປື ທີ່ປະສົບໄພທຳມະຊາດ; ສະໜັບສະໜູນບັນດາແຂວງພາກໃຕ້, ພາກກາງຂອງລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມທີ່ເກີດຂຶ້ນເມື່ອຕົ້ນເດືອນກັນຍາ 2020 ແລະໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ລາວ ດ້ວຍຍອດຈຳນວນທຶນກວ່າ 3 ຕື້ດົ່ງ. ປະຕິບັດໜ້າທີ່ຢູ່ຫ່າງໄກຈາກປະເທດຊາດ, ພະນັກງານ, ພາລະກອນຂອງແມ່ທັບ 11 ໄດ້ປະຕິບັດວຽກງານການທູດປະຊາຊົນ, ການທູດປ້ອງກັນຊາດເປັນຢ່າງດີ; ພ້ອມທັງ, ປະຕິບັດ 2 ພາລະໜ້າທີ່ຂອງກອງທັບຢ່າງດີເດັ່ນ ຄື: ກອງທັບປະຕິບັດງານ ແລະກອງທັບອອກແຮງງານທຳການຜະລິດ.

ຄືດັ່ງຄຳຢັ້ງຢືນຂອງທ່ານພັນເອກພິເສດ ຫວູວັນດ່ຽມ ເລຂາທິການຄະນະພັກ, ຮອງຜູ້ບັນຊາການແມ່ທັບ 11 ທີ່ວ່າ: ນ້ຳໃຈ, ອາລົມຈິດທັງໝົດຂອງທະຫານລຸງໂຮ່, ທະຫານຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນລາວ, ຄືດັ່ງສະຫງວນໃຫ້ປະຊາຊົນປະເທດຕົນ. ປະຕິບັດໜ້າທີ່ຢູ່ປະເທດລາວ, ທະຫານຂອງແມ່ທັບ 11 ຍາມໃດກໍ່ຈົດຈຳເປົ້າໝາຍອັນສູງສຸດນັ້ນແມ່ນສຸມຈິດສຸມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງສອງປະເທດ, ສອງຊາດ ແລະປະຊາຊົນສອງປະເທດໃຫ້ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ຜ່ານການຜັນແປຂອງປະຫວັດສາດ, ນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ໄດ້ສ້າງເປັນຮູບແບບອະມະຕະ, ກາຍເປັນແບບຢ່າງ, ຊື່ສັດບໍລິສຸດ, ບໍລິສຸດຜຸດຜ່ອງໃນການພົວພັນສາກົນ. ຜ່ານການຂຽນບົດເຫຼົ່ານີ້, ພວກຂ້າພະເຈົ້າໄດ້ຮູ້ສຶກຢ່າງເລິກເຊິ່ງຄຳເວົ້າຂອງປະທານ ສຸພານຸວົງ ກ່ອນນີ້ກວ່າເຄິ່ງສະຕະວັດທີ່ວ່າ: ນ້ຳໃຈມິດຕະພາບອ້າຍນ້ອງລະຫວ່າງປະຊາຊົນລາວ-ຫວຽດນາມ ແມ່ນຍິ່ງໃຫຍ່. ບໍ່ມີບົດເພງໃດຫຼືບົດກະວີໃດທີ່ສາມາດຍ້ອງຍໍສັນລະເສີນໄດ້ທັງໝົດ. ຄວາມສາມັກຄີລາວ-ຫວຽດນາມ ສູງກວ່າພູເຂົາ, ຍາວກວ່າແມ່ນ້ຳ, ກວ້າງກວ່າທະເລ, ສວຍງາມກວ່າເດືອນເພັງ, ຫອມກວ່າດອກໄມ້ທີ່ມີກິ່ນຫອມທີ່ສຸດ. ນໍ້າໃຈມິດຕະພາບທີ່ສວຍງາມນັ້ນໄດ້ຮັບການຄູນສ້າງດ້ວຍຈິດໃຈບໍລິສຸດຜຸດຜ່ອງທີ່ບໍ່ມີສັດຕູໂຕໃດສາມາດທຳລາຍໄດ້.

ໂດຍ: ຈາງຫງວຽນ