ທີ່ການພົບປະລະຫວ່າງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຈິ ແລະຄະນະກຳມະການແນວລາວສ້າງຊາດ ແຂວງສາລະວັນ ທີ່ຈັດຂຶ້ນຢູ່ແຂວງກວ໋າງຈິ, ທ່ານ ດ່າວແມ້ງຮຸ່ງ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຈິ ໄດ້ຕີລາຄາສູງບັນດາໝາກຜົນແຫ່ງການເຄື່ອນໄຫວສົມທົບກັນລະຫວ່າງແນວໂຮມສອງແຂວງ ໃນໄລຍະ 2022-2024, ໃນນັ້ນ, ສອງຝ່າຍໄດ້ຜັນຂະຫຍາຍຫຼາຍເນື້ອໃນແທດຈິງ, ມີຄວາມໝາຍປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມທະວີການຮ່ວມມືທີ່ເປັນມູນເຊື້ອ, ດີງາມລະຫວ່າງສອງແຂວງ.

leftcenterrightdel
ແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຈິ ແລະແນວລາວສ້າງຊາດແຂວງສາລະວັນ ລົງນາມໃນບົດບັນທຶກຊ່ວຍຈໍາ ໄລຍະ 2024-2026. ພາບ: ເຫງ້ຍວັນ.

ກ່ຽວກັບການຮ່ວມມືໄລຍະ 2024-2026, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຈິ ໄດ້ສະເໜີບາງເນື້ອໃນແນໃສ່ສືບຕໍ່ເພີ່ມທະວີ, ປັບປຸງ ແລະຍົກສູງການເຄື່ອນໄຫວສົມທົບກັນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຈິ - ແນວລາວສ້າງຊາດແຂວງສາລະວັນ, ລະອຽດແມ່ນ: ການຮ່ວມມືພ້ອມກັນຂົນຂວາຍປະຊາຊົນ, ທະວີຄູນການຮ່ວມມືພັດທະນາ, ຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ; ສືບຕໍ່ຍູ້ແຮງການຮ່ວມມືດ້ານການສ້າງອົງການ ແລະປ່ຽນແປງໃໝ່ບັນດາເນື້ອໃນ, ວິທີການເຄື່ອນໄຫວຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຈິ - ແນວລາວສ້າງຊາດແຂວງສາລະວັນ ແລະເຫັນດີເປັນເອກະພາບຕໍ່ກົນໄກສົມທົບກັນ,  ການຮ່ວມມືລະຫວ່າງສອງແຂວງ.

ທ່ານ ຄໍາຕາ ໂຮຊົງເຣືອງ ປະທານແນວລາວສ້າງຊາດແຂວງສາລະວັນ ເຫັນດີ ແລະຕີລາຄາສູງຕໍ່ການປະກອບຄຳເຫັນຂອງທ່ານ ດ່າວແມ້ງຮຸ່ງ, ທ່ານ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງແຂວງສາລະວັນ-ກວ໋າງຈິ ກໍ່ຄືການພົວພັນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຈິ ແລະແນວລາວສ້າງຊາດແຂວງສາລະວັນ ໄດ້ມີບາດກ້າວພັດທະນາຢ່າງແຂງແຮງ ແລະແທດຈິງ, ເຂົ້າສູ່ລວງເລິກໃນຫຼາຍຂົງເຂດ ແລະບັນລຸໄດ້ບັນດາໝາກຜົນອັນດີງາມຫຼາຍຢ່າງ, ເຮັດໃຫ້ຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດ ລາວ-ຫວຽດນາມ ເວົ້າລວມ ແລະສອງແຂວງສາລະວັນ-ກວ໋າງຈິ ເວົ້າສະເພາະໃຫ້ນັບມື້ນັບແໜ້ນແຟ້ນກວ່າອີກ.

ໂດຍ: ຈາງຫງວຽນ