ກິດຈະກໍາຫໍສະພາແຫ່ງຊາດລາວ ສະແດງໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບແບບພິເສດ, ນ້ຳໃຈເພື່ອນມິດທີ່ເປັນແບບຢ່າງ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ, ສອງຊາດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

ພາລະກໍາທີ່ມີກຽດສະຫງ່າ ແລະຄວາມໄວ້ວາງໃຈຢ່າງເດັດຂາດ

ໃນໄລຍະເວລາຂຽນບົດເຫຼົ່ານີ້, ພວກຂ້າພະເຈົ້າໄດ້ພົບປະ ແລະໂອ້ລົມກັບພະນັກງານ, ວິສະວະກອນ, ກຳມະກອນຂອງແມ່ທັບ 11 ທີ່ໄດ້ເຂົ້າຮ່ວມການກໍ່ສ້າງຫໍສະພາແຫ່ງຊາດລາວ ໂດຍກົງ. ສິ່ງທີ່ພວກຂ້າພະເຈົ້າຮູ້ສຶກໄດ້ນັ້ນແມ່ນເຂົາເຈົ້າມີຄວາມເອກອ້າງທະນົງໃຈ ແລະຮູ້ສຶກເປັນກຽດທີ່ໄດ້ເພີ່ມພູນຄູນສ້າງພື້ນຖານອັນໜັກແໜ້ນໃຫ້ສາຍພົວພັນສາມັກຄີ ຫວຽດນາມ-ລາວ. ຢູ່ຫ້ອງເຮັດວຽກທີ່ວາງສະແດງວັດຖຸລະນຶກຫຼາຍຢ່າງທີ່ເປັນ ສັນຍາລັກແຫ່ງດິນແດນດອກຈຳປາ, ທ່ານພັນເອກພິເສດ ຫງວຽນຈ໊ຽນ, ຮອງຜູ້ບັນຊາການແມ່ທັບ11, ເຊິ່ງແມ່ນຜູ້ຊີ້ນຳພະນັກງານ, ວິສະວະກອນ, ຜູ້ອອກແຮງງານກໍ່ສ້າງຫໍສະພາແຫ່ງຊາດລາວ ໄດ້ຫວນຄືນຊຸມວັນເດືອນອັນຫຍຸ້ງຍາກລໍາບາກ ແຕ່ເປັນກຽດສະຫງ່າ ແລະເອກອ້າງທະນົງໃຈທີ່ສຸດ.

leftcenterrightdel
ກິດຈະກໍາຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໃນໄລຍະກໍ່ສ້າງ. ພາບ: ຫງວຽນກຽນ

ທ່ານຮອງຜູ້ບັນຊາການແມ່ທັບ 11 ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ໄດ້ຮັບການອະນຸມັດຜ່ານຈາກກົມການເມືອງສູນກາງພັກ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ IX ແຕ່ປີ 2011, ແຕ່ຍ້ອນຍັງບໍ່ທັນມີຊັບພະຍາກອນຢ່າງພຽງພໍ, ສະນັ້ນບໍ່ສາມາດ ຜັນຂະຫຍາຍໄດ້. ເດືອນພະຈິກ 2016, ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ ມອບເງິນລົງທຶນກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ ໃຫ້ພັກ, ລັດ ແລະປະຊາຊົນລາວ; ຜ່ານນັ້ນສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອສາມັກຄີແບບພິເສດ, ຄວາມສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ບົນພື້ນຖານຄວາມເປັນເອກະພາບຂອງການນຳສອງປະເທດ, ໂຄງການດັ່ງກ່າວໂດຍຝ່າຍຫວຽດນາມ ກໍ່ສ້າງ ແລະມອບໃຫ້ປະເທດເພື່ອນລາວ. ດ້ວຍປະສົບການໃນການຜັນຂະຫຍາຍບັນດາໂຄງການຂະໜາດໃຫຍ່ຢູ່ພາຍໃນປະເທດກໍຄືຢູ່ລາວ, ແມ່ທັບ 11 ແມ່ນກົມກອງທີ່ກົມການເມືອງ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໄດ້ມີຄວາມໄວ້ເນື້ອເຊື່ອໃຈ, ມອບໝາຍໜ້າທີ່ໃຫ້ເປັນຜູ້ຮັບເໝົາກໍ່ສ້າງໂຄງການ. ຕໍ່ໜ້າໜ້າທີ່ການເມືອງສຳຄັນ, ແມ່ທັບ 11 ໄດ້ຊາບຊຶມໜ້າທີ່ເຖິງພະນັກງານ, ລັດຖະກອນ ແລະຜູ້ອອກແຮງງານທຸກຄົນ ແລະດຳເນີນວຽກງານກະກຽມໃນທັນທີ.

ຕອນເຊົ້າຂອງວັນທີ 1 ພະຈິກ 2017, ພິທີວາງສີລາລຶກກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍທີ່ນະຄອນຫຼວງວຽງຈັນ. ກ່າວຄຳເຫັນທີ່ພິທີ, ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 8 ໄດ້ສະແດງຄວາມເຊື່ອໝັ້ນວ່າ, ຫໍສະພາແຫ່ງຊາດລາວຫຼັງໃໝ່ຈະຕອບສະໜອງໄດ້ທຸກຄວາມຮຽກຮ້ອງຕ້ອງການ, ກາຍເປັນກິດຈະກໍາທີ່ມີສະຖາປັດຕະຍະກຳງາມຕາ ແລະກວ້າງຂວາງ, ເປັນສັນຍາລັກຂອງອົງການທີ່ມີອຳນາດສູງສຸດ ຕາງໜ້າໃຫ້ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

leftcenterrightdel
ສະມາຊິກສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມສະໄໝທີ 6, ສະພາແຫ່ງຊາດລາວ ຊຸດທີ IX. ພາບ: ກວກຢູງ

ແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງສໍາລັບແມ່ທັບ 11 ນັ້ນແມ່ນບັນດາການນຳຂອງພັກ, ລັດ, ສະພາແຫ່ງຊາດສອງປະເທດຍາມໃດກໍ່ເອົາໃຈໃສ່, ລະດົມກໍາລັງໃຈ ແລະໄວ້ເນື້ອເຊື່ອໃຈຕໍ່ຖັນແຖວພະນັກງານ, ວິສະວະກອນ, ກໍາມະກອນໃນແມ່ທັບ.

ກິດຈະກໍາຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນຂອງຂວັນທີ່ສະແດງໃຫ້ເຫັນອາລົມຈິດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ ແລະພະນັກງານ, ວິສະວະກອນ, ກໍາມະກອນຂອງແມ່ທັບ 11 ແມ່ນຜູ້ທີ່ສະແດງໃຫ້ເຫັນອາລົມຈິດນັ້ນ. ໃນຕະຫຼອດວິວັດແຫ່ງການກໍ່ສ້າງໂຄງການ, ຄວາມໄວ້ເນື້ອເຊື່ອໃຈແມ່ນປັດໄຈຫຼັກທີ່ສ້າງເປັນຄຸນຄ່າອັນໃຫຍ່ຫຼວງ ເພື່ອເພີ່ມພູນຄູນສ້າງໃຫ້ພື້ນຖານອັນໜັກແໜ້ນຂອງຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ.

ກິດຈະກໍາພິເສດ, ວິທີກໍ່ສ້າງພິເສດ

ສຳລັບທ່ານພົນຈັດຕະວາ ຫງວຽນກວກຢຸງ, ອະດີດຜູ້ບັນຊາການແມ່ທັບ 11 ແລ້ວ, ຫໍສະພາແຫ່ງຊາດລາວຫຼັງໃໝ່ ແມ່ນອານຸສອນອັນເລິກເຊິ່ງໃນຕະຫຼອດຊີວິດທີ່ເປັນທະຫານ ດ້ວຍໂຄງການກໍ່ສ້າງນັບຮ້ອຍແຫ່ງ ທີ່ລາວໄດ້ປະຕິບັດ. ທ່ານພົນຈັດຕະວາ ຫງວຽນກວກຢຸງ ໃຫ້ຮູ້ວ່າ: ພະນັກງານ, ວິສະວະກອນ, ກໍາມະກອນແມ່ທັບ 11 ຮູ້ສຶກເປັນກຽດ ແລະເອກອ້າງທະນົງໃຈທີ່ສຸດ ເມື່ອໄດ້ປະກອບສະຕິປັນຍາ ແລະກໍາລັງເຫື່ອແຮງ ເພື່ອສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ. ສະນັ້ນ, ການນຳຂອງແມ່ທັບ ຍາມໃດກໍ່ຊາບຊຶມທັດສະນະທີ່ວ່າ ໂຄງການດັ່ງກ່າວບໍ່ແມ່ນເພື່ອຜົນກຳໄລດ້ານເສດຖະກິດ, ຫາກມີຄວາມໝາຍດ້ານການເມືອງສຳຄັນທີ່ສຸດ. ຄວາມໄວ້ເນື້ອເຊື່ອໃຈຂອງການນຳພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແມ່ນແຫຼ່ງລະດົມກຳລັງໜູນອັນໃຫຍ່ຫຼວງ, ກະຕຸກຊຸກຍູ້ໃຫ້ພະນັກງານ, ກໍາມະກອນແຕ່ລະຄົນ ອອກກຳລັງເຫື່ອແຮງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງສຸດ.

ພໍແຕ່ຮັບໜ້າທີ່, ການນຳຂອງແມ່ທັບ 11 ໄດ້ວາງແຜນນະໂຍບາຍ “ສາມກອ່ນ, ສີ່ຮ່ວມ” ແລະປະຕິບັດຢ່າງເຂັ້ມງວດ. ໝາຍຄວາມວ່າ, ຕ້ອງເຮັດວຽກງານກະກຽມກ່ອນ, ຄົ້ນຄວ້າແບບແຕ້ມກ່ອນ, ແລ້ວໄປສຳຫຼວດສະພາບພູມສັນຖານ, ຮີດຄອງປະເພນີ, ສະພາບເງື່ອນໄຂດິນຟ້າອາກາດ...; ສຳຫຼວດວັດຖຸອຸປະກອນ, ເສັ້ນທາງເພື່ອຂົນສົ່ງເຄື່ອງຈັກ... ໃນວິວັດການກໍ່ສ້າງ, ຈາກການນຳ, ຜູ້ບັນຊາການຂອງແມ່ທັບ ຈົນເຖິງພະນັກງານ, ວິສະວະກອນ, ກໍາມະກອນ ລ້ວນແຕ່ເປັນຈິດໜຶ່ງໃຈດຽວປະຕິບັດ “4 ຮ່ວມ” ຢູ່່ໃນສະຖານທີ່ກໍ່ສ້າງ ຄື: ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດວຽກ ແລະຮ່ວມທຸກຮ່ວມສຸກ. ນີ້ແມ່ນປັດໄຈທີ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຈິດໃຈຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະຄວາມກົດດັນເພື່ອປະຕິບັດສໍາເລັດໜ້າທີ່ເຊິ່ງພັກ ແລະລັດ ມອບໝາຍໃຫ້ເປັນຢ່າງດີ.

ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນກິດຈະກໍາທີ່ເປັນສັນຍາລັກແຫ່ງສາຍພົວພັນແບບພິເສດ, ສະນັ້ນຈຶ່ງຮຽກຮ້ອງໃຫ້ມີຄວາມພະຍາຍາມສູງສຸດ ແລະວິທີປະຕິບັດພິເສດ. ການນຳຂອງແມ່ທັບ 11 ໄດ້ສຸມໃສ່ທຸກແຫຼ່ງກຳລັງ ແລະທຸກສິ່ງທຸກຢ່າງດີທີ່ສຸດໃຫ້ໜ້າທີ່ນີ້.

ແມ່ທັບ 11 ໄດ້ຄັດເລືອກເອົາພະນັກງານ, ຊ່ຽວຊານແຖວໜ້າທີ່ມີມີປະສົບການ, ມີລະດັບວິຊາສະເພາະສູງນັບຮ້ອຍຄົນເປັນຫຼັກ; ພ້ອມກັນນັ້ນ, ຂົນສົ່ງກົນຈັກ, ອຸປະກອນທີ່ທັນສະໄໝ ໄປຍັງປະເທດລາວ. ການນໍາແມ່ທັບໄດ້ໃກ້ຊິດຕິດແທດ, ຄຸ້ມຄອງຄວາມຄືບໜ້າ ແລະຄຸນນະພາບຂອງໂຄງການຢ່າງເປັນປະຈໍາ, ຮັບປະກັນທັງຖືກກັບຄວາມຮຽກຮ້ອງຕ້ອງການຂອງການອອກແບບ, ເປົ້າໝາຍຂອງການນໍາໃຊ້, ທັງງາມຕາດ້ານສາຖະປັດຕະຍະກໍາ; ມີໂຄງສ້າງໝັ້ນຄົງ, ຜ່ານນັ້ນຢັ້ງຢືນອິດທິພົນຊື່ສຽງຂອງແມ່ທັບ.

leftcenterrightdel
ບັນຍາກາດກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່. ພາບ: ກວກຢູງ

ທ່ານພົນຈັດຕະວາ ຫງວຽນກວກຢຸງ ເນັ້ນໜັກວ່າ: ນີ້ແມ່ນກິດຈະກໍາທັນສະໄໝ, ມີຂະໜາດໃຫຍ່, ໂຄງສ້າງສັບສົນ ແລະສະຖາປັດຕະຍະກຳທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງລາວ, ຍ້ອນເຫດນັ້ນ, ເມື່ອໄດ້ຮັບຮູບໃບອອກແບບ, ການນໍາແມ່ທັບໄດ້ຄົ້ນຄວ້າຢ່າງລະອຽດລະອໍ ແລະຕົກລົງລົງທຶນອຸປະກອນທັນສະໄໝທີ່ສຸດ.

ໜຶ່ງໃນບັນດາມາດຕະການທີ່ນຳມາເຊິ່ງຜົນສຳເລັດໃຫ້ແມ່ທັບ 11 ໃນໄລຍະກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ນັ້ນແມ່ນການໝູນໃຊ້ເຕັກໂນໂລຢີຫັນເປັນຮູບແບບຂໍ້ມູນຂ່າວສານຂອງກິດຈະກໍາ – BIM  (Building Information Modeling) ໂດຍໄວ. ວິສະວະກອນ ດັ້ງແທັງຕຸ່ງ, ຊ່ຽວຊານໃນຂົງເຂດ BIM ຂອງແມ່ທັບ 11 ໃຫ້ຮູ້ວ່າ: ນີ້ແມ່ນເຕັກໂນໂລຢີທີ່ກ້າວໜ້າແຖວໜ້າໃນຂະແໜງກໍ່ສ້າງຢູ່ໂລກໃນໄລຍະນັ້ນ ແລະຫໍສະພາແຫ່ງຊາດລາວ ກໍ່ແມ່ນກິຈະກໍາທຳອິດທີ່ແມ່ທັບ 11 ນຳໃຊ້ເຕັກໂນໂລຢີນີ້.

ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມຢ່າງສູງ, ການປະສານສົມທົບລະຫວ່າງບັນດາກົມກອງທີ່ເຂົ້າຮ່ວມໂຄງການຂອງສອງປະເທດ, ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 19 ເດືອນ, ຫໍສະພາແຫ່ງຊາດລາວຫຼັງໃໝ່ ໄດ້ຮັບການມອບຮັບ ໄລຍະທີ 1.

ໃນວິວັດການກໍ່ສ້າງຫໍສະພາແຫ່ງຊາດລາວ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງການສະໜອງວັດສະດຸ ແລະຊັບພະຍາກອນມະນຸດ, ສົ່ງຜົນກະທົບເຖິງຄວາມຄືບໜ້າຂອງໂຄງການ, ແຕ່ຜົນງານທີ່ໄດ້ຮັບການຮັບຮອງນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ, ສະແດງໃຫ້ເຫັນຄວາມຕັດສິນໃຈ, ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະການເສຍສະຫຼະເປັນໜ້ານັບຖືຂອງຖັນແຖວພະນັກງານ, ວິສະວະກອນ ແລະກຳມະກອນຂອງແມ່ທັບ 11.

ໂດຍ: ທູຈາງ