ຕາມການວາງແຜນລະອຽດກຸ່ມທ່າກຳປັ່ນ, ທ່າເຮືອ, ຂົວທ່າເຮືອ, ທຸ່ນເຮືອ, ເຂດນ້ຳໄລຍະ 2021-2030, ວິໄສທັດຮອດປີ 2050, ຄາດວ່າ, ຮອດປີ 2030 ເຊິ່ງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ຍື່ນສະເໜີຕໍ່ລັດຖະບານ, ປະລິມານສິນຄ້າສົ່ງໄປຜ່ານເຂດທ່າກຳປັ່ນຄາດວ່າຈະບັນລຸປະມານ 1,2 -1,4 ຕື້ໂຕນ, ດ້ວຍປະລິມານສິນຄ້າຕູຄອນເທນເນີ ໄລ່ຕາມ Teu ຄາດວ່າປະມານ 26,3-54,34 ລ້ານ Teu. ກ່ຽວກັບຈຳນວນແຂກເດີນທາງຜ່ານທ່າກຳປັ່ນຮອດປີ 2030, ຄາດວ່າຈະບັນລຸແຕ່ 17 - ເກືອບ 19 ລ້ານເທື່ອຄົນ, ລວມທັງແຂກພາຍໃນ ແລະຕ່າງປະເທດ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ຕາມກະຊວງຄົມມະນາຄົມຂົນສົ່ງ ແລ້ວ, ເລື່ອງສ້າງແຜນການລະອຽດກຸ່ມທ່າກຳປັ່ນແມ່ນເພື່ອຫັນການວາງແຜນສັງລວມການພັດທະນາລະບົບທ່າກຳປັ່ນເປັນລະອຽດ, ຈາກນັ້ນ, ກໍ່ມີພື້ນຖານຢ່າງລະອຽດເພື່ອຜັນຂະຫຍາຍການລົງທຶນ, ຂຸດຄົ້ນລະບົບທ່າກຳປັ່ນຢ່າງຄົບຊຸດ, ຕອບສະໜອງຄວາມຕ້ອງການສົ່ງອອກ - ນຳເຂົ້າສິນຄ້າຜ່ານທ່າກຳປັ່ນ ແລະມີກຳລັງແກ່ງແຍ້ງຢ່າງພຽງພໍກັບບັນດາປະເທດຢູ່ພາກພື້ນ ແລະໃນໂລກ.

ໂດຍ: ກວຽດເຕິມ