ດ້ວຍຄວາມສຸດຈິດສຸດໃຈ, ສະຕິປັນຍາ ແລະນ້ຳໃຈຄວາມຮັບຜິດຊອບຢ່າງສູງສຸດ, ຖັນແຖວພະນັກງານ, ວິສະວະກອນ ແລະກໍາມະກອນຂອງແມ່ທັບ 11 ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຄວາມກົດດັນ ແລະປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງດີເລີດ.

ຄວາມຄືບໜ້າ ແລະຄຸນນະພາບຕ້ອງມາກ່ອນສິ່ງໃດໝົດ

ສຳລັບພະນັກງານ, ວິສະວະກອນ, ກຳມະກອນຂອງແມ່ທັບ 11, ໃນຕະຫຼອດເກືອບ 38 ເດືອນທີ່ກໍ່ສ້າງຫໍສະພາແຫ່ງຊາດລາວ, ກໍ່ແມ່ນໄລຍະເວລາທີ່ເຂົາເຈົ້າເປັນຫ່ວງ, ພະວົງໜ້າພະວົງຫຼັງ ຄິດເຖິງແຕ່ໜ້າທີ່ວຽກງານ, ເຮັດແນວໃດເພື່ອໃຫ້ໂຄງການສໍາເລັດຖືກຕາມແຜນການ ເຊິ່ງການນໍາສອງປະເທດໄດ້ກຳນົດໄວ້. ເຖິງວ່າກົມກອງໄດ້ຄາດຄະເນຄວາມຫຍຸ້ງຍາກລ່ວງໜ້າແລ້ວກໍ່ຕາມ, ແຕ່ເມື່ອເລີ່ມລົງມືຜັນຂະຫຍາຍແລ້ວ, ມີຫຼາຍປັດໄຈທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ສົ່ງຜົນກະທົບເຖິງຄວາມຄືບໜ້າຂອງການກໍ່ສ້າງ.  ພັນເອກພິເສດ ຫງວຽນຈ້ຽນ, ຮອງຜູ້ບັນຊາການແມ່ທັບ 11 ກໍ່ຕ້ອງອອກປາກຈົ່ມວ່າ: “ຂ້າພະເຈົ້າບໍ່ຄິດວ່າຈະມີຄວາມຫຍຸ້ງຍາກ ລຳບາກຫຼາຍປານນີ້, ມີບາງຄັ້ງກໍ່ຄິດວ່າ ບໍ່ສາມາດຜ່ານຜ່າໄດ້”!

ຖ້າບໍ່ໄດ້ປະຕິບັດໂດຍກົງ, ກໍ່ຍາກທີ່ຈະເຂົ້າໃຈຄວາມຫຍຸ້ງຍາກ, ລຳບາກໄດ້ໝົດຂອງພະນັກງານ, ວິສະວະກອນ, ກໍາມະກອນຂອງແມ່ທັບ 11 ໃນໄລຍະກໍ່ສ້າງສະພາແຫ່ງຊາດລາວ.

leftcenterrightdel
ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໃນໄລຍະກຳລັງດຳເນີນການກໍ່ສ້າງ. ພາບ: ຫງວຽນກຽນ

ໂອ້ລົມກັບພະນັກງານ, ວິສະວະກອນຂອງແມ່ທັບ11, ພວກຂ້າພະເຈົ້າໄດ້ ຮູ້ວ່າ: ຄວາມຫຍຸ້ງຍາກອັນທໍາອິດທີ່ກະທົບໃສ່ຄວາມຄືບໜ້າໃນການກໍ່ສ້າງຫໍສະພາແຫ່ງຊາດລາວ ນັ້ນແມ່ນເມື່ອໄດ້ຮັບແບບຈາກຝ່າຍເພື່ອນ ແມ່ນຫາກໍ່ ຜ່ານຂັ້ນຕອນການອອກແບບຂັ້ນພື້ນຖານ ສະນັ້ນບັນດາກົມກອງຂອງແມ່ທັບຕ້ອງປະສານສົມທົບກັບໜ່ວຍງານອອກແບບຂອງກະຊວງກໍ່ສ້າງຢ່າງຮີບດ່ວນ ເພື່ອອອກແບບແຕ້ມຮູບການກໍ່ສ້າງ, ຈາກນັ້ນຈຶ່ງວິເຄາະ, ຄິດໄລ່ ແລະຄາດຄະເນປະລິມານວັດສະດຸ ແລະອຸປະກອນເຄື່ອງຈັກ. ຫຼັງຈາກນັ້ນ ຈະມີຄຳສັ່ງຊີ້ນໍາໃຫ້ກັບຄືນຫວຽດນາມ ເພື່ອກະກຽມວັດສະດຸ ຢູ່ຫວຽດນາມ ພ້ອມດ້ວຍວັດສະດຸທີ່ຕ້ອງໄດ້ນໍາເຂົ້າຈາກໄທ, ຍີ່ປຸ່ນ ແລະບາງປະເທດເອີຣົບ, ດັ່ງນັ້ນຈຶ່ງເສຍເວລາຫຼາຍທີ່ສຸດ.

ເງື່ອນໄຂຕັດສິນຊີ້ຂາດແມ່ນຕ້ອງຮັບປະກັນຄວາມຄືບໜ້າ ແລະຄຸນນະພາບຂອງໂຄງການ, ໂດຍສະເພາະແມ່ນຕ້ອງສໍາເລັດບາງລາຍການຕົ້ນຕໍ ເພື່ອໃຫ້ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດລາວ ຊຸດທີ IX ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດຫຼັງໃໝ່. ສະນັ້ນ, ຂັ້ນຕອນການອອກແບບ ແລະການກໍ່ສ້າງຕ້ອງໄດ້ດຳເນີນໄປຄຽງຄູ່ກັນ, ອອກແບບຂັ້ນຮອດໃດກໍ່ກໍ່ສ້າງໄປຮອດຂັ້ນນັ້ນ, ສະນັ້ນ ການກະກຽມວັດສະດຸ, ອຸປະກອນ ເຄື່ອງຈັກ, ກໍ່ປະສົບກັບຄວາມຫຍຸ້ງຍາກ ຫຼາຍດ້ານ.

ຜ່ານຜ່າຄວາມຫຍຸ້ງຍາກນັ້ນ, ທະຫານທີ່ເປັນຊ່າງຂອງແມ່ທັບ 11 ພັດຕ້ອງປະເຊີນໜ້າກັບສິ່ງທ້າທາຍອີກອັນໜຶ່ງ ນັ້ນແມ່ນດິນຟ້າອາກາດທີ່ຮ້າຍແຮງ. ໂອ້ລົມກັບພວກຂ້າພະເຈົ້າ, ພັນຕີ ຫງວຽນຕ໊ວນແອັງ, ຮັບຜິດຊອບວຽກງານຄວາມປອດໄພແຮງງານ ແລະ ສຸຂະອະນາໄມສິ່ງແວດລ້ອມຢູ່ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ, ຈຶ່ງຈື່ບໍ່ລືມຊຸມວັນທີ່ມີຝົນຕົກໜັກ, ແດດຮ້ອນແຮງຄືໄຟແຜດເຜົາ.

ແມ່ທັບໄດ້ຕັດສິນໃຈປະຕິບັດການກໍ່ສ້າງໃນທຸກເງື່ອນໄຂ, ທຸກສະພາບການ ແລະເຮັດວຽກທັງວັນພັກຜ່ອນ, ຍາມບຸນເຕັດ, ຈັດຕັ້ງການກໍ່ສ້າງເປັນ 3 ຜຽນຢ່າງລຽນຕິດ.

ຮ້ອຍໂທ ໂດ໊ແຄ໊ງຈິ່ງ, ຮອງຜູ້ບັນຊາການໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ, ຄິດຄືນດ້ວຍຄວາມຕື້ນຕັນໃຈວ່າ: ໃນຕະຫຼອດໄລຍະເກືອບ 38 ເດືອນຂອງການດໍາເນີນການກໍ່ສ້າງ,  ເບິ່ງຄືວ່າສະຖານທີ່ກໍ່ສ້າງ ຍາມໃດກໍ່ໄດ້ເປີດໄຟໃຫ້ກໍາມະກອນທີ່ເຮັດວຽກຜຽນກາງຄືນຕະຫຼອດ.

"ໄຟທົດສອບຄໍາ" ທ່າມກາງການລະບາດຂອງພະຍາດໂຄວິດ-19

ໃນຕະຫຼອດໄລຍະເວລາ  1.000 ກວ່າວັນ ທີ່ເຮັດວຽກນຳໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ, ມີເຖິງ 1/3 ຂອງເວລານັ້ນ, ທະຫານທີ່ເປັນຊ່າງຂອງແມ່ທັບ 11 ຕ້ອງໄດ້ແຂ່ງຂັນກັບພະຍາດໂຄວິດ-19 ແລະ ນີ້ປຽບເໝືອນເປັນ “ຢາທົດລອງ”ດ້ວຍປະລິມານສູງກັບແມ່ທັບ 11.

ເພື່ອຮັບປະກັນຄວາມຄືບໜ້າຂອງໂຄງການ ແລະຄວາມຮຽກຮ້ອງຕ້ອງການດ້ານຄຸນນະພາບ, ບັນດາພະນັກງານ, ກໍາມະກອນ ຂອງແມ່ທັບຢູ່ສະຖານທີ່ກໍ່ສ້າງທັງຕ້ອງປະຕິບັດມາດຕະການປ້ອງກັນ ແລະຕ້ານການແຜ່ລະບາດຂອງພະຍາດ, ທັງຜັນຂະຫຍາຍວິທີການຮັບປະກັນການສະໜອງວັດສະດຸ, ອຸປະກອນ ແລະທັງປະຕິບັດການກໍ່ສ້າງ 3 ຜຽນຢ່າງຕໍ່ເນື່ອງ. ຍ້ອນການປະຕິບັດຂໍ້ກຳນົດໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຂອງ 2 ປະເທດຢ່າງເຂັ້ມງວດ, ພ້ອມທັງປະຕິບັດຕາມຄຳສັ່ງຊີ້ນຳຂອງກະຊວງປ້ອງກັນປະເທດ ແລະກະຊວງກໍ່ສ້າງຫວຽດນາມຢ່າງທັນການ, ບັນດາກົມກອງທີ່ເຂົ້າຮ່ວມການກໍ່ສ້າງໄດ້ປະຕິບັດບັນດາ ມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ ແລະກໍາມະກອນຢ່າງຄົບຖ້ວນ ສະນັ້ນຈຶ່ງບໍ່ມີກໍລະນີຕິດເຊື້ອພະຍາດຢູ່ສະຖານທີ່ກໍ່ສ້າງ.

ໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດ ກໍ່ເປັນໄລຍະທີ່ຫຍຸ້ງຍາກແລ້ວ ກໍ່ຫຍຸ້ງຍາກອີກ  ຢູ່ສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດລາວ. ນັບແຕ່ເດືອນ ມີນາ 2020 ເປັນຕົ້ນມາ, ຖ້ຽວບິນທັງໝົດຈາກຫວຽດນາມ ໄປຍັງລາວ ແລະກົງກັນຂ້າມຖືກຢຸດຕິ; ໜຶ່ງເດືອນຕໍ່ມາ, ດ່ານຊາຍແດນທັງໝົດລະຫວ່າງສອງປະເທດກໍ່ປິດໝົດ. ເລີ່ມຕົ້ນຈາກບ່ອນນີ້, ໄດ້ເກີດມີຫຼາຍບັນຫາກ່ຽວກັບການສະໜອງອຸປະກອນ ແລະວັດສະດຸສົ້ນເຂົ້າ ເພື່ອມາຮັບໃຊ້ໃຫ້ແກ່ໂຄງການຍ້ອນວ່າມີໄລຍະເວລາໜຶ່ງ,  ບໍ່ສາມາດນຳເອົາວັດຖຸກໍ່ສ້າງຈາກຫວຽດນາມ ມາໄດ້...

ພັນເອກພິເສດ ຫງວຽນຈ້ຽນ ຫວນຄືນວ່າ  “ຄວາມໂຊກດີທີ່ສຸດສໍາລັບແມ່ທັບ 11 ແມ່ນບັນດາອົງການເຈົ້າໜ້າທີ່ຂອງສອງປະເທດໄດ້ສ້າງເງື່ອນໄຂໃຫ້ທີ່ສຸດ. ໃນນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊີ້ນຳທະຫານຊາຍແດນໜູນຊ່ວຍພະນັກງານ, ກໍາມະກອນ ແມ່ທັບ ເຂົ້າ - ອອກເມືອງຢ່າງສະດວກ. ພິເສດ, ສະພາແຫ່ງຊາດລາວ ໄດ້ຈັດສົ່ງກຳລັງໄປເຖິງດ່ານຊາຍແດນໂດຍກົງ ເພື່ອຮັບເອົາລົດບັນທຸກ ແລະຂົນສົ່ງມາເຖິງສະຖານທີ່ກໍ່ສ້າງ”.

ໂອ້ລົມກັບບັນດາການນໍາຂອງແມ່ທັບ 11, ພວກຂ້າພະເຈົ້າໄດ້ຮູ້ຕື່ມວ່າ ຍ້ອນໂລກລະບາດແກ່ຍາວ ສະນັ້ນການຂົນສົ່ງວັດສະດຸ ແລະອຸປະກອນຈຶ່ງຊ້າກວ່າເວລາທີ່ຄາດໄວ້. ເພື່ອຮັບປະກັນຄວາມຄືບໜ້າ, ແມ່ທັບ 11 ຕ້ອງປະຕິບັດຫຼາຍມາດຕະການ, ໂດຍສະເພາະແມ່ນເຄື່ອງໃຊ້, ວັດຖຸອຸປະກອນທີ່ນຳເຂົ້າຈາກເອີລົບ, ບາງຄັ້ງກໍ່ຕ້ອງປ່ຽນແທນວິທີການຂົນສົ່ງຈາກທາງທະເລໄປເປັນທາງອາກາດ ສະນັ້ນຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍເພີ່ມຂຶ້ນ.

ປະເຊີນໜ້າກັບຄວາມກົດດັນຕໍ່ຄວາມຄືບໜ້າ, ຄວາມສຸດຈິດສຸດໃຈ ແລະຄວາມຮັບຜິດຊອບຂອງພະນັກງານ ແລະກໍາມະກອນແມ່ທັບແມ່ນໃຫຍ່ຫຼວງທີ່ສຸດ ເພື່ອສໍາເລັດໂຄງການດັ່ງກ່າວ. ຄຽງຂ້າງນັ້ນ, ເມື່ອໂຄງການກໍ່ສ້າງກ້າວ ເຂົ້າສູ່ໄລຍະສຸດທ້າຍ, ຄວາມຕ້ອງການທີ່ວາງອອກແມ່ນຕ້ອງປະຊຸມທາງອອນໄລຫຼາຍຂຶ້ນ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ, ຖັນແຖວ ພະນັກງານ, ວິສະວະກອນແມ່ທັບ 11 ໄດ້ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນກັບບັນດາຝ່າຍທີ່ເຂົ້າຮ່ວມການດັດປັບ, ເພີ່ມເຕີມລະບົບຕິດຕໍ່ສື່ສານ ເພື່ອສາມາດຈັດກອງປະຊຸມຜ່ານລະບົບອອນລາຍຈາກຫໍສະພາແຫ່ງຊາດ ເຊື່ອມຕໍ່ກັບບັນດາແຂວງ, ນະຄອນໃນທົ່ວປະເທດ ແລະແບ່ງລະບົບບໍລິຫານຈາກຫ້ອງປະຊຸມໃຫຍ່ເຊື່ອມຕໍ່ກັບບັນດາຫ້ອງປະຊຸມນ້ອຍ.

ອຸດທິດ ແລະເສຍສະຫຼະຢ່າງມິດງຽບໆ

ໃນຕະຫຼອດໄລຍະກໍ່ສ້າງສະພາແຫ່ງຊາດລາວ, ພະນັກງານ, ລັດຖະກອນຂອງແມ່ທັບ 11 ໄດ້ເສຍສະຫຼະຄວາມເບີກບານມ່ວນຊື່ນ, ຊຸກເຊື່ອງຄວາມເຈັບປວດການສູນເສຍນໍ້າໃຈ, ຈິດໃຈໄວ້ຂ້າງໃນ. ພະນັກງານ ແລະກໍາມະກອນຫຼາຍຄົນ ໄດ້ຕ້ອນຮັບບຸນເຕັດຢູ່ສະຖານທີ່ກໍ່ສ້າງ ເປັນເວລາ 2-3 ປີ. ໄລ່ສະເພາະແຕ່ໄລຍະເວລາທີ່ພະຍາດໂຄວິດ-19 ລະບາດ, ພະນັກງານ ແລະ ກໍາມະກອນນັບ ຫຼາຍສິບຄົນ ມີພໍ່ແມ່ ແລະຍາດພີ່ນ້ອງໄດ້ເສຍຊີວິດ ແຕ່ບໍ່ສາມາດກັບຄືນໄປມ້ຽນຄາບສົ່ງສະການໄດ້.

ເມື່ອໂອ້ລົມກັບຮ້ອຍໂທ ໂດ໊ແຄ໊ງຈິ່ງ, ພວກຂ້າພະເຈົ້າຮູ້ສຶກສະເທືອນໃຈເມື່ອໄດ້ຮູ້ວ່າ, ຍ້ອນຕ້ອງໄດ້ປະຕິບັດການກໍ່ສ້າງຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມຄືບໜ້າ, ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນເວລາ 2 ປີຕິດຕໍ່ກັນ, ລາວບໍ່ສາມາດກັບເມືອຢາມຄອບຄົວໄດ້. ມື້ທີ່ລາວອອກເດີນທາງໄປປະຕິບັດໜ້າທີ່ຂອງຕົນຢູ່ປະເທດລາວ, ເມຍຂອງລາວຖືພາໄດ້ 8 ເດືອນ ແລະມື້ທີ່ລາວກັບຄືນມາຢ້ຽມຢາມ... ລູກກໍ່ມີອາຍຸໄດ້ 2 ປີແລ້ວ.

ຄວາມຊົງຈຳອັນເລິກເຊິ່ງຂອງພະນັກງານ-ກໍາມະກອນຢູ່ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ນັ້ນແມ່ນຕອນບ່າຍວັນທີ 11 ກຸມພາ 2021 (ກົງກັບວັນທີ 30 ບຸນເຕັດ ປີສະຫຼູ 2021), ແມ່ທັບ 11 ໄດ້ຈັດຊ່ອງຖ່າຍທອດສົດຈາກລາວ ແລະກອງບັນຊາການແມ່ທັບ. ໜ້າປະຫຼາດໃຈ ແລະຮູ້ສຶກຕື້ນຕັນໃຈທີ່ສຸດ ນັ້ນແມ່ນ ເມື່ອມີພະນັກງານ ແລະກໍາມະກອນຈຳນວນໜຶ່ງຢູ່ສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດລາວ ໄດ້ພົບປະໂອ້ລົມກັບລູກເມຍຂອງເຂົາເຈົ້າຜ່ານຊ່ອງຖ່າຍທອດສົດ ພາຍຫຼັງທີ່ໄດ້ຫ່າງກັນມາເປັນເວລາດົນນານ. ແຕ່ວ່າເຖິງຢ່າງໃດກໍ່ຕາມ, ພາຍຫຼັງເວລານາທີທີ່ຕື້ນຕັນໃຈນັ້ນ, ເຂົາເຈົ້າພັດຕັດສິນໃຈ, ມານະພະຍາຍາມຫຼາຍກວ່າອີກ ເພື່ອດຳເນີນການກໍ່ສ້າງໃນຍາມບຸນເຕັດ ເພື່ອຮັບປະກັນຄວາມຄືບໜ້າ ແລະຄຸນນະພາບຂອງໂຄງການ.

ຫໍສະພາແຫ່ງຊາດລາວຫຼັງໃໝ່ ຈະບໍ່ຢຸດຢູ່ທີ່ໂຄງການກໍ່ສ້າງທີ່ມີຢູ່ເທົ່ານັ້ນ, ໃນນັ້ນ ຍັງແມ່ນນໍ້າໃຈຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ທີ່ມີຕໍ່ປະເທດເພື່ອນມິດລາວອີກດ້ວຍ. ດ້ວຍນ້ຳໃຈຄວາມຮັບຜິດຊອບ, ຄວາມຕັດສິນໃຈດ້ານການເມືອງອັນສູງສຸດ, ພະນັກງານ, ກຳມະກອນແມ່ທັບ 11 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຄວາມກົດດັນ ແລະເສຍສະລະອາລົມຈິດສ່ວນຕົວທັງໝົດ. ເຂົາເຈົ້າເປັນກຽດ, ມີຄວາມ ເອກອ້າງທະນົງໃຈເມື່ອໄດ້ປະກອບສ່ວນໃຫ້ແກ່ພື້ນຖານທີ່ໝັ້ນແກ່ນຂອງສາຍພົວພັນສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ ຕື່ມອີກ.

ໂດຍ: ທະນາພອນ