ແຂວງໄຊສົມບູນ ເປັນແຂວງພູດອຍທາງພາກກາງຂອງລາວ ໄດ້ຮັບການສ້າງຕັ້ງເມື່ອທ້າຍປີ 2013, ສະນັ້ນລະບົບພື້ນຖານໂຄງລ່າງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນກິດຈະກຳຊົນລະປະທານຮັບໃຊ້ການຜະລິດກະສິກຳ, ເຮັດໃຫ້ຊີວິດການເປັນຢູ່ ແລະການຫາເງິນລ້ຽງຊີບ ຂອງປະຊາຊົນຢູ່ແຫ່ງນີ້ບໍ່ເປັນປົກກະຕິ.

ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານຫວຽດນາມ, ໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງຢູ່ເມືອງອະນຸວົງ ແລະ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຮັບການຜັນຂະຫຍາຍແຕ່ທ້າຍປີ 2022 ດ້ວຍຍອດຈຳນວນເງິນລົງທຶນກວ່າ 159 ຕື້ດົ່ງ. ມາຮອດປະຈຸບັນ, ໂຄງການດັ່ງກ່າວ ໄດ້ກໍ່ສ້າງສຳເລັດແລ້ວ, ຮັບປະກັນນ້ຳຫົດເປັນປົກກະຕິ, ຊ່ວຍໃຫ້ປະຊາຊົນດຳເນີນການຜະລິດກະສິກຳບັນລຸສະມັດຕະພາບ ແລະຄຸນນະພາບສູງ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ກ່າວຄຳເຫັນທີ່ພິທີມອບ-ຮັບກິຈະກຳເມື່ອບໍ່ດົນມານີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໆໄຊສົມບູນ ໃຫ້ຮູ້ວ່າ "ເມື່ອເປີດນຳໃຊ້, ໂຄງການນີ້ ຈະຮັບໃຊ້ຂົງເຂດຜະລິດກະສິກຳຂອງແຂວງ, ສ້າງເງື່ອນໄຂຊຸກຍູ້ການຜະລິດສິນຄ້າ ແນໃສ່ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນທ້ອງຖິ່ນຢ່າງເທື່ອລະກ້າວ".

leftcenterrightdel
ໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງ ຢູ່ເມືອງອະນຸວົງ ແລະເມືອງທ່າໂທມ ຂຶ້ນກັບແຂວງໄຊສົມບູນ. ພາບ: vov.vn

ເມືອງໜອງບົກ ຕັ້ງຢູ່ທາງທິດໃຕ້ຂອງແຂວງຄຳມ່ວນ ມີພູມສັນຖານຕ່ຳ, ສ່ວນຫຼາຍແມ່ນທົ່ງພຽງ, ສະນັ້ນ ຈຶ່ງໄດ້ຮັບຜົນສະທ້ອນຈາກຝົນຕົກ ນໍ້າຖ້ວມ ເລື້ອຍໆ. ດ້ວຍເນື້ອທີ່ດິນຜະລິດກະສິກຳມີພຽງ 3.900 ເຮັກຕາ ເພື່ອປູກຝັງ 2 ລະດູ/ຕໍ່ປີ ແລະ 15.000 ກວ່າເຮັກຕາ ເພື່ອປູກຝັງ 1 ລະດູ/ປີ. ເຖິງຢ່າງໃດກໍ່ຕາມ, ປະຊາຊົນຢູ່ທີ່ນີ້ມີຄວາມດຸໝັ່ນອອກແຮງງານ, ທໍາການຜະລິດເຂົ້າສານ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງສະໜອງໃຫ້ບາງແຂວງໃກ້ຄຽງອີກດ້ວຍ. ນອກຈາກນັ້ນ, ສິນຄ້າບາງປະເພດ ເຊັ່ນ: ເຂົ້າສານ, ແປ້ງມັນຕົ້ນ ແລະຜັກອື່ນໆ ຍັງໄດ້ສົ່ງອອກໄປຍັງບາງປະເທດ.

ເພື່ອຊ່ວຍໃຫ້ເມືອງໜອງບົກ ເພີ່ມສະມັດຕະພາບການຜະລິດກະສິກຳຈາກການປູກຝັງ 1 ລະດູຕໍ່ປີເປັນ 2 ລະດູຕໍ່ປີ ແລະຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຢາກເພີ່ມລາຍຮັບຂອງຊາວກະສິກອນ, ໂຄງການກໍ່ສ້າງລະບົບຊົນລະປະທານຢູ່ເມືອງໜອງບົກ ໂດຍລັດຖະບານຫວຽດນາມ ຊ່ວຍເຫຼືອພວມຜັນຂະຫຍາຍ. ຄາດວ່າພາຍຫຼັງກໍ່ສ້າງສຳເລັດແລ້ວ, ໂຄງການຊົນລະປະທານແຫ່ງນີ້ຈະສາມາດສະໜອງນ້ຳຫົດໃນເນື້ອທີ່ 500 ກວ່າເຮັກຕາ, ຊ່ວຍໃຫ້ 863 ຄອບຄົວເພີ່ມສະມັດຕະພາບການຜະລິດກະສິກຳ.

ພາກພູມໃຈເມື່ອໂຄງການໄດ້ຮັບການຜັນຂະຫຍາຍ, ທ່ານ ອຸທອນຖະຫວິນ ວໍລະຈັກ ຮອງເຈົ້າເມືອງໆໜອງບົກ ກ່າວວ່າ "ນີ້ກໍ່ແມ່ນຄວາມມຸ່ງຫວັງຂອງປະຊາຊົນໃນຫຼາຍປີເພາະພວກຂ້າພະເຈົ້າບໍ່ມີເງື່ອນໄຂຢ່າງພຽງພໍ ເພື່ອຜັນຂະຫຍາຍ. ໂຄງການຈະປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດລະຫວ່າງລາວ - ຫວຽດນາມ”.

ຄຽງຂ້າງບັນດາໂຄງການຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ ກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງຜະລິດກະສິກຳ, ມີວິສາຫະກິດ, ບໍລິສັດຫຼາຍແຫ່ງຂອງຫວຽດນາມ ທີ່ພວມດຳເນີນທຸລະກິດຢູ່ບາງແຂວງ, ນະຄອນຂອງລາວ ຍັງມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ເພື່ອໜູນຊ່ວຍປະຊາຊົນລາວ ພັດທະນາເສດຖະກິດ ແລະ ຍົກສຸງຊີວິດການເປັນຢູ່.

ປີ 2023 ທີ່ຜ່ານມານີ້, ບໍລິສັດຮ່ວມມືສາກົນ 705 ຂຶ້ນກັບທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໜູນຊ່ວຍພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊ ດ້ວຍແນວພັນເຂົ້າ 10 ໂຕນ ລວມມູນຄ່າ 430 ລ້ານດົ່ງ. ນີ້ລ້ວນແຕ່ແມ່ນແນວພັນເຂົ້າທີ່ໄດ້ປູກຢູ່ຫວຽດນາມສຳເລັດຜົນ ດ້ວຍສະມັດຕະພາບ 7 ໂຕນ/1 ເຮັກຕາ.

ທ່ານ ຄໍາພອນ ມຸນລະໄມ, ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊ ໃຫ້ຮູ້ວ່າ “ຈຳນວນແນວພັນເຂົ້າທີ່ທະຫານເຂດ 2 ຂອງ ຫວຽດນາມ ເລືອກໃຫ້ພວກຂ້າພະເຈົ້າແມ່ນແນວພັນເຂົ້າທີ່ດີ, ຖ້າເໝາະສົມກັບດິນປູກຝັງຂອງທ້ອງຖິ່ນ, ຈະຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊ່ວຍເພີ່ມປະລິມານການຜະລິດຢ່າງພຽງພໍ ເພື່ອຜະລິດເປັນສິນຄ້າສະໜອງໃຫ້ຕະຫຼາດພາຍໃນປະເທດ ແລະ ອາດຈະສົ່ງອອກໃນອະນາຄົດ”.

ຕີລາຄາປະສິດທິຜົນຈາກບັນດາໂຄງການຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ - ລາວ ທີ່ໄດ້ຮັບການຜັນຂະຫຍາຍ, ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຜູ້ປະຈຳຄະນະກຳມະການຮ່ວມມື ລາວ - ຫວຽດນາມ ໃຫ້ຮູ້ວ່າ "ຫວຽດນາມ ຊ່ວຍເຫຼືອ ລາວ ໃນການຄົ້ນຄວ້າ, ຜັນຂະຫຍາຍບັນດານະໂຍບາຍພັດທະນາກະສິກຳ, ສົ່ງເສີມຍູ້ແຮງການຮ່ວມມື - ລົງທຶນໃນຂົງເຂດກະສິກຳນຳໃຊ້ເຕັກໂນໂລຢີສູງ ເພື່ອຜະລິດຜະລິດຕະພັນກະເສດປອດສານພິດ ແລະຄຸ້ມຄອງແບບຍືນຍົງ. ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ເພີ່ມທະວີການຮ່ວມມືກ່ຽວກັບຜູ້ຊ່ຽວຊານດ້ານກະສິກຳ, ການປະມົງ ແລະພັດທະນາຊົນນະບົດລະຫວ່າງບັນດາທ້ອງຖິ່ນຢູ່ເຂດຊາຍແດນຂອງ 2 ປະເທດ”.

ຕາມຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລ້ວ, ການກໍ່ສ້າງກິດຈະກຳຮັບໃຊ້ການຜະລິດກະສິກຳຮັບປະກັນຄຸນນະພາບ, ຖືກຕາມອອກແບບໄດ້ເສີມຂະຫຍາຍຄຸນປະໂຫຍດສູງສຸດ, ຊ່ວຍປະຊາຊົນດຳເນີນການຜະລິດກະສິກຳມີສະມັດຕະພາບ ແລະຄຸນນະພາບສູງ, ປະກອບສ່ວນຍົກສຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ, ພ້ອມທັງ ປັບປຸງສະພາບແວດລ້ອມນິເວດໃນບໍລິເວນຕາມທິດຕັ້ງໜ້າ, ຜ່ານນັ້ນ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານຫວຽດນາມ - ລາວ ໃນການຊຸກຍູ້ການຮ່ວມມືດ້ານກະສິກຳລະຫວ່າງສອງປະເທດ.

ໂດຍ: ທະນາພອນ