ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນກວ່າ 400 ທ່ານ ທີ່ເປັນທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຜູ້ດີເດັ່ນໃນທົ່ວປະເທດ ເຊິ່ງໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 - ວັນທີ 27 ກໍລະກົດ 2024).

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການ ແລະຍາດພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ພ້ອມກັນກົດປຸ້ມເລີ່ມເຄື່ອນໄຫວທະນາຄານ ADN ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນໄດ້ຂໍ້ມູນ ແລະ ຍາດພີ່ນ້ອງຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ: ເປົ້າໝາຍຮອດປີ 2030 ຢັ້ງຢືນໄດ້ຂໍ້ມູນຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດປະມານ 20.000 ຊຸດ. ທ່ານກ່າວວ່າ: “ພວກເຮົາຕ້ອງໝູນໃຊ້ວິທະຍາສາດເຕັກໂນໂລຢີເພື່ອຊຸກຍູ້ວຽກງານຢັ້ງຢືນຂໍ້ມູນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢ່າງແຮງກວ່າອີກ. ການນຳພັກ, ລັດ ຫວຽດນາມ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫານີ້, ເຮັດແນວໃດເພື່ອສ້າງເງື່ອນ, ອຳນວຍຄວາມສະດວກທີ່ສຸດເພື່ອປະຕິບັດວຽກງານດັ່ງກ່າວ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຂອງຄົນລຸ້ນຫຼັງທີ່ມີຕໍ່ຄົນລຸ້ນກ່ອນ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມອບຂອງຂວັນໃຫ້ແກ່ແມ່ຫວຽດນາມວິລະຊົນ ທີ່ກອງປະຊຸມ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ມອບຂອງຂວັນ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ແມ່ຫວຽດນາມວິລະຊົນ, ນັກປະຕິບັດຜູ້ອາວຸໂສ…

ໂດຍ: ກວຽດເຕິມ