leftcenterrightdel
ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຢ້ຽມຢາມໂຮງງານປຸງແຕ່ງຜະລິດຕະພັນນ້ຳນົມຢູ່ກໍາປູເຈຍ ຂອງບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk). ພາບ: ກົງນາມ

ວັນທີ 13 ກໍລະກົດ, ຢູ່ກໍາປູເຈຍ, ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຫງວຽນຈີ໊ຢຸງ ໄດ້ມີການເຮັດວຽກກັບການນໍາກຸ່ມບໍລິສັດອຸດສາຫະກໍາຢາງພາລາຫວຽດນາມ (VRG) ແລະການນໍາ 16 ບໍລິສັດສະມາຊິກຢູ່ ກໍາປູເຈຍ ເພື່ອກໍາແໜ້ນສະພາບການເຄື່ອນໄຫວຂອງໂຄງການປູກ ແລະປຸງແຕ່ງຢາງພາລາຢູ່ລາວ ແລະກໍາປູເຈຍ. ກໍ່ໃນການເຄື່ອນໄຫວຢູ່ ກໍາປູເຈຍ, ຕອນເຊົ້າວັນທີ 13 ກໍລະກົດ, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໄດ້ໄປຢ້ຽມຢາມໂຄງການຟາມລ້ຽງງົວ ແລະໂຮງງານປຸງແຕ່ງຜະລິດຕະພັນນ້ຳນົມຢູ່ ກໍາປູເຈຍ ຂອງບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk).

leftcenterrightdel
ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ລົງຢ້ຽມຢາມ ແລະລະດົມກໍາລັງໃຈພະນັກງານ, ພາລະກອນບໍລິສັດຫຸ້ນສ່ວນ Greenfeed ຫວຽດນາມ ທີ່ພວມເຮັດວຽກຢູ່ລາວ. ພາບ: ກົງນາມ

ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າວິສາຫະກິດຢູ່ລາວ, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ຕີລາຄາສູງວິສາຫະກິດໄດ້ລົງທຶນ ແລະດໍາເນີນທຸລະກິດຢູ່ລາວ, ເປັນຕົ້ນແມ່ນເລື່ອງໂຮງງານນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ການຜະລິດວົງປິດ, ນໍາມາເຊິ່ງປະສິດທິຜົນ ແລະມີມູນຄ່າເພີ່ມສູງ. ພ້ອມກັນນັ້ນ, ໂຄງການກໍ່ສ້າງວຽກເຮັດງານທຳທີ່ໝັ້ນຄົງຫຼາຍຢ່າງໃຫ້ຜູ້ອອກແຮງງານທ້ອງຖິ່ນ, ປະກອບເຂົ້າງົບປະມານ ແລະການພັດທະນາແບບຍືນຍົງຂະແໜງກະສິກໍາ, ຊົນນະບົດຢູ່ລາວ.

ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນ, ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ລາວ ແລະປະຈຸບັນມີ 255 ໂຄງການລົງທຶນຍັງມີຜົນສັກສິດຢູ່ລາວ ດ້ວຍຍອດຈຳນວນທຶນລົງທຶນ 5,5 ຕື້ໂດລາສະຫະລັດ. ມີວິສາຫະກິດຫວຽດນາມ ຫຼາຍແຫ່ງທີ່ລົງທຶນຢູ່ ລາວ ໄດ້ຊ່ວຍສ້າງວຽກເຮັດງານທໍາ ແລະລາຍຮັບເປັນປົກກະຕິໃຫ້ປະຊາຊົນລາວ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວ ເທື່ອລະກ້າວ.

ໂດຍ: ເຈິ່ນຮວ່ຽນ