ທ່ານພົນຈັດຕະວາ ເຈິ່ນຢຸຍຮວ່າ, ຮອງຫົວໜ້າສານທະຫານສູນກາງ, ຕີລາຄາວ່າ ໃນໄລຍະ 1 ເດືອນແຫ່ງການຄົ້ນຄວ້າ, ຮໍ່າຮຽນ, ຊຸດຝຶກອົບຮົມໄດ້ປະຕິບັດຖືກຕາມແຜນການ, ເຮັດສໍາເລັດບັນດາເນື້ອໃນ, ແຜນການທີ່ໄດ້ວາງອອກ.

ບັນດາພະນັກງານສານທະຫານຂອງລາວ ໄດ້ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ຮໍ່າຮຽນຢ່າງເຂັ້ມງວດ, ຕັ້ງໜ້າຄົ້ນຄວ້າບັນດາຫົວເລື່ອງກ່ຽວກັບກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ, ກົດໝາຍວ່າດ້ວຍອາຍາ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາຂອງຫວຽດນາມ; ວຽກງານຄັດເລືອກ, ບໍາລຸງກໍ່ສ້າງພະນັກງານສານທະຫານ, ວຽກງານກໍ່ສ້າງຂະແໜງການ, ວຽກງານເສນາທິການ ແລະຄວາມຮູ້, ທັກສະຕ່າງໆ ກໍ່ຄືປະສົບການວຽກງານດ້ານວິຊາການ, ວິຊາສະເພາະກ່ຽວກັບສານທະຫານ; ພ້ອມທັງໄດ້ລົງໄປຕົວຈິງ, ຢ້ຽມຢາມແລກປ່ຽນ, ຄົ້ນຄວ້າ, ສົມທຽບລະຫວ່າງທິດສະດີ ແລະພຶດຕິກໍາຕົວຈິງຢູ່ສານທະຫານສູນກາງ, ສານທະຫານເຫຼົ່າທັບເຮືອ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນຢຸຍຮວ່າ ມອບໃບຢັ້ງຢືນການຝຶກອົບຮົມດ້ານວິຊາການສານໃຫ້ແກ່ພະນັກງານສານທະຫານລາວ. ພາບ: ຮວ່າງຫວູ້.

ບົນພື້ນຖານຄວາມຮູ້ທີ່ໄດ້ຮັບໃນການຝຶກອົບຮົມ, ທ່ານພົນຈັດຕະວາ ເຈິ່ນຢຸຍຮວ່າ ຫວັງວ່າ ເມື່ອກັບຄືນປະເທດ, ບັນດາພະນັກງານຂອງສານທະຫານລາວ ຈະສືບຕໍ່ຄົ້ນຄວ້າ ແລະນຳໃຊ້ໃຫ້ເໝາະສົມບັນດາຮູບການຈັດຕັ້ງ ແລະການເຄື່ອນໄຫວພຶດຕິກໍາຕົວຈິງຂອງສານທະຫານຂອງປະເທດຕົນໃຫ້ເຮັດສຳເລັດພາລະບົດບາດ, ໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງຂະແໜງສານທະຫານ ແລະພື້ນຖານລະບົບຕຸລາການຂອງລາວ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ.

ທ່ານພົນຈັດຕະວາ ເຈິ່ນຢຸຍຮວ່າ ກໍ່ຫວັງວ່າ ໃນໄລຍະຈະມາເຖິງ, ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຮໍ່າຮຽນ, ແລກປ່ຽນຄະນະຜູ້ແທນໃນຂົງເຂດຕຸລາການເວົ້າລວມ ແລະວຽກງານວິຊາການ, ວິຊາສະເພາະກ່ຽວກັບສານທະຫານເວົ້າສະເພາະເພື່ອແນໃສ່ຍົກສູງຄວາມລະດັບ, ຄວາມຮູ້, ກໍາລັງຄວາມສາມາດໃຫ້ຖັນແຖວພະນັກງານສານທະຫານຂອງສອງປະເທດ, ຜ່ານນັ້ນປະກອບສ່ວນເສີມຂະຫຍາຍຄວາມສາມັກຄີແບບທີ່ໝັ້ນແກ່ນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ຈາງຫງວຽນ