ລາຍງານຕໍ່ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່ຽວກັບສະພາບການ ແລະບາງໝາກຜົນພົ້ນເດັ່ນໃນການປະຕິບັດ ໜ້າທີ່ເຊິ່ງກໍາລັງປະກອບອາວຸດແຂວງ ເງະອານ ບັນລຸໄດ້ໃນ ໄລຍະ ຜ່ານມາ, ທ່ານພັນເອກພິເສດ ຮວ່າງດິ່ງລວນ ສະແດງຄວາມ ເຄົາລົບ ແລະຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ  ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ໃຫ້ແກ່ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ໃນພາລະກິດແຫ່ງການ ປ່ຽນແປງໃໝ່.

ປະຈຸບັນ, ດ້ວຍຄວາມເອົາໃຈໃສ່, ການຊີ້ນຳ ແລະການສ້າງເງື່ອນໄຂ, ຊ່ວຍເຫຼືອຂອງການນຳພັກ, ລັດ, ກະຊວງປ້ອງກັນປະເທດ, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ໃນນັ້ນມີອາລົມຈິດ ແລະຄວາມເອົາໃຈໃສ່ເປັນພິເສດຂອງສະຫາຍ ທອງລອຍ ສີລິວົງ ເອງ, ກອງບັນຊາການທະຫານແຂວງເງະອານ ຍາມໃດກໍ່ປະຕິບັດສໍາເລັດທຸກໜ້າທີ່, ເປັນຕົ້ນແມ່ນໜ້າທີ່ຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ການທູດປ້ອງກັນຊາດ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະການພັດທະນາ.

leftcenterrightdel
ສະຫາຍພົນໂທ ທອງລອຍ ສີລິວົງ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງເງະອານ. ພາບ: nghean.gov.vn

ສະຫາຍພັນເອກພິເສດ ຮວ່າງດິ່ງລວນ ປາດຖະໜາວ່າ, ໃນຖານະເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍພົນໂທ ທອງລອຍ  ສີລິວົງ ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາກໍາລັງ, ສົມທົບກັນຢ່າງແໜ້ນແຟ້ນກັບທ້ອງຖິ່ນ, ກອງທັບ ແລະກໍາລັງປະກອບອາວຸດແຂວງເງະອານ, ປະກອບສ່ວນຍົກສູງຄຸນນະພາບ ແລະປະສິດທິຜົນໃນການປະຕິບັດໜ້າທີ່, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ,  ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

ສ່ວນສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ ອ້າຍນ້ອງເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ, ຕາມຄວາມມຸ່ງມາດປາດຖະໜາຂອງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ທູຈາງ