ເຂົ້າຮ່ວມມີທ່ານ ຫງວຽນແທ່ງຮ່ວາຍ, ເລຂາຄະນະຊາວໜຸ່ມແຂວງ ເທື່ອທຽນເຫ້ວ ແລະທ່ານ ສຸວຽງທອງ ສຸຄາວົງ, ຮັກສາການເລຂາຄະນະຊາວໜຸ່ມແຂວງສາລະວັນ ພ້ອມດ້ວຍບັນດາສະມາຊິກໃນຄະນະປະຕິບັດງານ.

leftcenterrightdel
ຜູ້ຕາງໜ້າຄະນະຊາວໜຸ່ມແຂວງ ເທື່ອທຽນເຫ້ວ ແລະຄະນະຊາວໜຸ່ມແຂວງສາລະວັນ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: baothuathienhue.vn

ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງເທື່ອທຽນເຫ້ວ ແລະຄະນະຊາວໜຸ່ມແຂວງສາລະວັນ ໄດ້ເຫັນດີເປັນເອກະສັນລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນບັນດາຂົງເຂດຄື: ວຽກງານໂຄສະນາ, ສຶກສາອົບຮົມ; ການພັດທະນາເສດຖະກິດ, ຍູ້ແຮງວຽກງານຮັບປະກັນຊີວິດສັງຄົມ; ການພົບປະແລກປ່ຽນວັດທະນະທຳ... 2 ຫົວໜ່ວຍເຫັນດີເປັນເອກະພາບຮ່ວມມືບົນພື້ນຖານຄວາມສະໝັກໃຈ, ສະເໝີພາບ, ເຈດຕານາດີ ເພື່ອການພັດທະນາຮ່ວມ. ບັນດາເນື້ອໃນ ແລະການເຄື່ອນໄຫວຈະໄດ້ຮັບການຜັນຂະຫຍາຍເປັນປະຈຳ ແລະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ໃນແຕ່ລະໄລຍະ.

ຜູ້ຕາງໜ້າຄະນະຊາວໜຸ່ມແຂວງເທື່ອທຽນເຫ້ວ ໃຫ້ຮູ້ວ່າ: ການເຄື່ອນໄຫວນີ້ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານໂຄສະນາອົບຮົມສຶກສາໃຫ້ລຸ້ນໜຸ່ມຂອງສອງທ້ອງຖິ່ນກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ ເວົ້າລວມ ແລະແຂວງ ເທື່ອທຽນເຫ້ວ - ສາລະວັນ ເວົ້າສະເພາະ. ພ້ອມກັນນັ້ນ, ຍູ້ແຮງການເຄື່ອນໄຫວໜູນຊ່ວຍຊາວໜຸ່ມສ້າງຕັ້ງ ແລະເລີ່ມທຸລະກິດ, ຍົກສູງຄຸນນະພາບການເຄື່ອນໄຫວອາສາສະໝັກເພື່ອຮັບປະກັນຊີວິດສັງຄົມ; ສ້າງພື້ນຖານເພື່ອສົມທົບກັນເປັນປະຈຳໃນການຈັດຕັ້ງການພົບປະແລກປ່ຽນ, ແລກປ່ຽນບົດຮຽນໃນການຈັດຕັ້ງບັນດາການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມເຍົາວະຊົນ. ຈາກນັ້ນ, ປະກອບສ່ວນຍູ້ແຮງວຽກງານຮ່ວມມືກັບສາກົນໃນການຍົກສູງຄຸນນະພາບຂອງອົງການຈັດຕັ້ງຊາວໜຸ່ມ.

ໂດຍ: ທະນາພອນ