ເນື້ອໃນໂທລະເລກ/ຈົດໝາຍເຫຼົ່ານັ້ນລະບຸວາ:

(i) ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານປະເທດ ສປປ ລາວ, ລັດຖະບານແຫ່ງ ສປປ ລາວ, ຄະນະກຳມະການສູນກາງແນວລາວ ສ້າງຊາດ, ປະຊາຊົນລາວ ບັນດາເຜົ່າ  ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງທີ່ໄດ້ຮັບຂ່າວວ່າ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກໍາໃນວັນທີ 19 ກໍລະກົດ 2024.

ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ ເປັນການສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ. ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ ສະຫາຍ ໄດ້ອຸທິດຈິດໃຈ, ເຫື່ອແຮງ ແລະປັນຍາຂອງຕົນໃຫ້ວຽກງານສຳຄັນໃນພາລະກິດປົດປ່ອຍຊາດ,  ທ້ອນໂຮມປະເທດຊາດເປັນເອກະພາບ ແລະພາລະກິດປ່ຽນແປງໃໝ່ຂອງ ພັກກອມມູນິດຫວຽດນາມ ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ໝັ້ນຄົງເຂັ້ມແຂງ, ປອດໃສກໍ່ຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງ ສສ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະສາກົນ. ສະຫາຍໄດ້ກາຍເປັນການນໍາທີ່ດີເດັ່ນຂອງຍຸກສະໄໝ.

leftcenterrightdel
ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດສະໜິດສະໝົມທີ່ສຸດຂອງພັກ, ລັດ ແລະປະຊາຊົນລາວ ບັນດາເຜົ່າພວກຂ້າພະເຈົ້າ; ສະຫາຍ ຫງວຽນຝູຈ້ອງ ເປັນຜູ້ນໍາປະຕິວັດໃນຍຸກສະໄໝໃໝ່, ເປັນຜູ້ສືບທອດພາລະກິດຂອງປະທານ ໂຮ່ຈີມິນ, ເພິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ລໍ້າຄ່າ ແລະສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວໃນຕະຫຼອດໄລຍະຜ່ານມາ.

ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າຂໍແບ່ງປັນຄວາມເສົ້າສະຫຼົດໃຈອັນສຸດຊຶ້ງເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະປະຊາຊົນຊາຊົນຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວສະຫາຍ ຫງວຽນຝູຈ້ອງ ມານະໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງຈະຫັນເອົາຄວາມທຸກໂສກເສຍດາຍນີ້ເປັນກຳລັງແຮງແຫ່ງຄວາມສາມັກຄີຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໝັ້ນຄົງ, ສ້າງປະເທດຫວຽດນາມ ເປັນປະເທດອຸດສາຫະກໍາ, ທັນສະໄໝ ແລະບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະສີວິໄລ. ຂໍສົ່ງຄວາມຮັກແພງມິດຕະພາບ, ສະຫາຍອ້າຍນ້ອງເຖິງບັນດາສະຫາຍ.

(ii) ໂດຍຮັບຂ່າວທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກໍາ, ພັກກອມມູນິດຈີນ ແລະປະຊາຊົນຈີນ ຖືກສູນເສຍເພື່ອນສະຫາຍທີ່ດີ, ອ້າຍນ້ອງທີ່ດີ, ເພື່ອນມິດທີ່ດີ. ພວກຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈແລະຂໍສົ່ງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ແລະແບ່ງປັນຄວາມໂສກເສົ້າມາຍັງສູນກາງພັກກອມມູນິດຫວຽດນາມ, ລັດ ແລະ ປະຊາຊົນຫວຽດນາມ

ສະຫາຍ ຫງວຽນຝູຈ້ອງ ແມ່ນນັກມາກຊິດທີ່ໝັ້ນຄົງ, ເປັນຜູ້ນຳທີຍິ່ງໃຫຍ່ຂອງພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ. ສະຫາຍ ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ພາລະກິດຂອງພັກ ແລະລັດ ຫວຽດນາມ, ມີການປະກອບສ່ວນທີພົ້ນເດັ່ນເຂົ້າໃນພາລະກິດປ່ຽນໃໝ່ ແລະພາລະກິດສ້າງສາສັງຄົມນິຍົມຂອງຫວຽດນາມ ກໍ່ຄືຂະບວນການສັງຄົມນິຍົມໃນໂລກ. ສະຫາຍ ຫງວຽນຝູຈ້ອງ ແມ່ນເພື່ອນສະຫາຍທີ່ສະໜິດສະໜົມ ແລະເປັນເພື່ອນມິດທີ່ຈິງໃຈຂອງພັກກອມມູນິດຈີນ ແລະປະຊາຊົນຈີນ, ສະຫາຍໄດ້ສືບທອດ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງ 2 ພັກ, ສອງລັດຈີນ ແລະຫວຽດນາມ, ສ້າງເປັນສາຍພົວພັນມິດຕະພາບອັນເລິກເຊິ່ງກັບພັກກອມມູນິດຈີນ ແລະບັນດາການນຳຂອງຈີນ. ສະຫາຍ ຫງວຽນຝູຈ້ອງ ພ້ອມກັບທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຍົກລະດັບການພົວພັນ ຈີນ-ຫວຽດນາມ ຂຶ້ນເປັນປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ຫວຽດນາມ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະ ປະຊາຊົນຈີນ ຈະລະນຶກເຖິງສະຫາຍ ຫງວຽນຝູຈ້ອງ ຕະຫຼອດໄປ.

ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ ຈະຫັນຄວາມທຸກໂສກເປັນກຳລັງແຮງ, ສືບທອດຄວາມມຸ່ງຫວັງຂອງສະຫາຍ ຫງວຽນຝູຈ້ອງ, ສາມັກຄີສູ້ຊົນ, ຍາດເອົາຜົນງານອັນໃຫຍ່ຫຼວງກວ່າອີກໃນພາລະກິດການປ່ຽນແບ່ງໃໝ່ ແລະ ກໍ່ສ້າງສັງຄົມນິຍົມ.

ຈີນ ແລະຫວຽດນາມແມ່ນສອງປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ມີພູຜາ ແລະແມ່ນ້ຳຕິດຈອດກັນ, ເປັນປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ. ຈີນ ຍາມໃດກໍ່ຖືຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພ້ອມແລ້ວທີ່ຈະພ້ອມກັບຝ່າຍຫວຽດນາມ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມສາມັກຄີ ແລະການຮ່ວມມື, ຊຸກຍູ້ພາລະກິດກໍ່ສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີຄວາມໝາຍແທດຈິງ, ນຳມາເຊິ່ງຄວາມຜາສຸກໃຫ້ປະຊາຊົນສອງປະເທດ. ສະຫາຍ ຫງວຽນຝູຈ້ອງ ຍືນຍົງຄົງຕົວກັບພວກເຮົາຕະຫຼອດໄປ!

(iii)  ຈົດໝາຍຂອງທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ ລະບຸວ່າ:

ຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈທີ່ສຸດທີ່ໄດ້ຮັບຂ່າວວ່າ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກໍາໃນວັນທີ 19 ກໍລະກົດ 2024. ການຈາກໄປຂອງ ສະຫາຍ ເລຂາທິການໃຫຍ່ ເປັນການສູນເສຍຢ່າງສຸດຊຶ້ງຕໍ່ພັກກອມມູນິດ ຫວຽດນາມ, ລັດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ແລະ ຍິ່ງກວ່ານັ້ນແມ່ນຕໍ່ປະຊາຊົນຫວຽດນາມ ທຸກຖ້ວນໜ້າ. ມໍລະດົກຂອງສະຫາຍເລຂາທິການໃຫຍ່, ຜູ້ນຳທີ່ສະຫຼາດສ່ອງໃສ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນຕໍ່ພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະເພື່ອສັນຕິພາບ, ຄວາມວັດທະນາຖາວອນຂອງປະຊາຊົນ ຫວຽດນາມ ແລະຄົນລຸ້ນຫຼັງ ຈະຈົດຈຳບຸນຄຸນຂອງລາວຕະຫຼດໄປ. ສະຫາຍເລຂາທິການໃຫຍ່ ໄດ້ປັບປຸງສາຍພົວພັນມິດຕະພາບອ້າຍນ້ອງທີໝັ້ນແກ່ນກັບ ກຳປູເຈຍ ແລະຢຶດໝັ້ນມານະພະຍາຍາມໃນຫຼາຍປີຜ່ານມາ ເພື່ອຢົກສູງການຮ່ວມມືຢ່າງແໜ້ນແຟ້ນບໍ່ພຽງແຕ່ລະຫວ່າງພັກປະຊາຊົນ ກຳປູເຈຍ ແລະພັກກອມມູນິດຫວຽດນາມ ເທົ່ານັ້ນ, ຫາກຍັງລະຫວ່າງລັດຖະບານ ແລະປະຊາຊົນສອງປະເທດອີກດ້ວຍ. ຕາງໜາ້ໃຫ້ພັກປະຊາຊົນກຳປູເຈຍ ແລະ ປະຊາຊົນກຳປູເຈຍ, ຂ້າພະເຈົ້າຂໍສົ່ງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ແລະແບ່ງປັນຄວາມໂສກເສົ້າມາຍັງຄອບຄົວສະຫາຍ ຫງວຽນຝູຈ້ອງ .

ຈົດໝາຍຂອງທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ລະບຸວ່າ:

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດປະຕິວັດຂອງພັກກອມມູນິດຫວຽດນາມ, ເພື່ອສັນຕິພາບ, ການພັດທະນາ ແລະຄວາມວັດທະນາຖາວອນຂອງ ຫວຽດນາມ. ການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເຮັດໃຫ້ຫວຽດນາມ ສູນເສຍການນຳທີ່ປີຊາສາມາດ ແລະ ກຳປູເຈຍ ສູນເສຍເພື່ອນມິດທີ່ດີ, ຜູ້ທີ່ຍາມໃດກໍ່ມານະພະຍາຍາມອຸທິດໃຫ້ສາຍພົວພັນອ້າຍນ້ອງ ຫວຽດນາມ - ກຳປູເຈຍ.

ຈົດໝາຍຂອງທ່ານນາງ Khuon Sudary ປະທານສະພາແຫ່ງຊາດ ກຳປູເຈຍ ລະບຸວ່າ:

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ນຳທີ່ດີເດັ່ນ, ມີວິໄສທັດອັນເລິກເຊິ່ງ ແລະ ມີການອຸທິດສ່ວນອັນໃຫຍ່ຫຼວງ, ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການພັດທະນາເສດຖະກິດ - ສັງຄົມ ແລະການຫັນລະບອບລະບຽບການຂອງ ຫວຽດນາມ ເປັນທັນສະໄໝ. ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການສູນເສຍອັນໃຫຍ່ຫຼວງບໍ່ພຽງແຕ່ສຳລັບຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບທຸກຄົນທີ່ມີກຽດຮູ້ຈັກເຖິງທ່ານເລຂາທິການໃຫຍ່ອີກດ້ວຍ. ພວກຂ້າພະເຈົ້າ ຮູ້ບຸນຄຸນທີ່ສຸດຕໍ່ການອຸທິດສ່ວນຢ່າງບໍ່ຢຸດຢັ້ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ການພົວພັນມິດຕະພາບທີ່ແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະກຳປູເຈຍ ກໍຄືມີບົດບາດສຳຄັນເພື່ອເຮັດໃຫ້ສອງປະເທດຫຍັບມໍ່ໃກ້ກັນກວ່າ.

(iv) ຈົດໝາຍຂອງທ່ານພົນເອກ Raúl Castro Ruz ແລະທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ສ.ກູບາ Miguel Díaz Canel-Bermúdez ຂຽນວ່າ:

ພວກຂ້າພະເຈົ້າ ຂໍສົ່ງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ແລະແບ່ງປັນຄວາມໂສກເສົ້າມາຍັງຄອບຄົວຂອງສະຫາຍ ຫງວຽນຝູຈ້ອງ ແລະປະຊາຊົນຫວຽດນາມ ອ້າຍນ້ອງ.

ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ  ເປັນການສູນເສຍທີ່ບໍ່ມີສິ່ງໃດສາມາດທົດແທນໄດ້ສຳລັບກູບາ. ກູບາ ຍາມໃດກໍ່ອາໄລຫາສະຫາຍ ຫງວຽນຝູຈ້ອງ ເຊິ່ງເປັນອ້າຍນ້ອງທີ່ຍິ່ງໃຫຍ່, ຜູ້ທີ່ໄດ້ຊຸກຍູ້ຢ່າງບໍ່ຮູ້ອິດເມື່ອຍ ເພື່ອສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງສະພາແຫ່ງຊາດ, ສອງລັດ ແລະປະຊາຊົນສອງປະເທດ.

ປະຊາຊົນກູບາລຸ້ນຕ່າງໆຈະຈື່ຈຳ ທ່ານ ຫງວຽນຝູຈ້ອງ ຄືດັ່ງເສົາຄ້ຳໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງ 2 ປະເທດພວກເຮົາ ແລະເປັນອ້າຍນ້ອງທີ່ຍິ່ງໃຫຍ່, ຍາມໃດກໍ່ຄຽງບ່າຄຽງໄຫລ່ສາມັກຄີກັບກູບາໃນສະຖານະການທີ່ສັບສົນ ແລະສິ່ງທ້າທາຍທີ່ສຸດ.

ໃນເວລາເສົ້າສະຫຼົດໃຈນີ້, ພວກຂ້າພະເຈົ້າລະນຶກເຖິງການຢ້ຽມຢາມ ກູບາ ຄັ້ງສຳຄັນຂອງສະຫາຍ ຫງວຽນຝູຈ້ອງ  ໃນເດືອນ ມີນາ 2018, ແລະ ພິເສດແມ່ນອະນຸສອນທີ່ໜ້າຈົດຈຳໃນການຢ້ຽມຢາມນະຄອນ Santiago de Cuba ເພື່ອສະແດງຄວາມເຄົາລົບນັບຖືຕໍ່ເພື່ອນຜູ້ສະໜິດສະໜົມຂອງສະຫາຍ ແລະຜູ້ນຳປະຫວັດສາດຂອງການປະຕິວັດກູບາ, Fidel Castro Ruz.

ຊີວິດ ແລະພາລະກິດຂອງສະຫາຍ ຫງວຽນຝູຈ້ອງ ແມ່ນມໍລະດົກອັນລ້ຳຄ່າໃຫ້ແກ່ຄົນລຸ້ນຫຼັງ. ການອຸທິດຂອງສະຫາຍກ່ຽວກັບບົດບາດຂອງພັກກອມມູນິດ, ການນຳໃຊ້ ລັດທິມາກ-ເລນິນ ແລະແນວຄິດປະທານໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ ແລະວິໄສທັດຂອງສະຫາຍກ່ຽວກັບການພົວພັນສາກົນໃນສະພາບການປະຈຸບັນ ແມ່ນການປະກອບສ່ວນອັນພົ້ນເດັ່ນເຂົ້າໃນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ. ສິ່ງດັ່ງກ່າວ ຈະສະແດງໃຫ້ເຫັນຜ່ານໄຊຊະນະໃໝ່ໃນພາລະກິດປ່ຽນແບ່ງໃໝ່ຢູ່ຫວຽດນາມ, ພາຍໃຕ້ການຊີ້ນຳອັນສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ.

ພວກຂ້າພະເຈົ້າ ໄດ້ເຊື່ອໝັ້ນຢ່າງແນວແນ່ວ່າ ແບບຢ່າງ, ມໍລະດົກພູມປັນຍາ ແລະ ພາລະກິດດ້ານການເມືອງຂອງສະຫາຍ ຫງວຽນຝູຈ້ອງ ຈະແມ່ນແຫຼ່ງລະດົມອັນລ້ຳຄ່າໃຫ້ພາລະກິດຂອງປະຊາຊົນຫວຽດນາມ. ພວກຂ້າພະເຈົ້າ ຂໍຢ້ຳຄືນກັບສະຫາຍ ໂຕເລິມ ການສະໜັບສະໜູນ ແລະຄວາມສາມັກຄີຂອງພວກຂ້າພະເຈົ້າ, ພ້ອມກັບເຈດຈຳນົງເດັດດ່ຽວສືບຕໍ່ເພີ່ມທະວີສາຍພົວພັນອ້າຍນ້ອງທີ່ໄດ້ເຊື່ອມຕໍ່ສອງປະເທດ ກູບາ ແລະ ຫວຽດນາມ.

(v) ຈົດໝາຍຂອງທ່ານ Vladimir Putin ປະທານາທິບໍດີສະຫະພັນ ລັດເຊຍ  ລະບຸວ່າ:

ໂດຍໄດ້ຮັບຂ່າວການເຖິງແກ່ມໍລະນະກໍາຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ.

ສະຫາຍ ຫງວຽນຝູຈ້ອງ ໄດ້ອຸທິດຕະຫຼອດຊີວິດຂອງຕົນ ເພື່ອຮັບໃຊ້ປະເທດຊາດ. ຜ່ານຫຼາຍປີທີ່ດຳລົງບັນດາຖານະຕຳແໜ່ງສຳຄັນຂອງພັກ ແລະລັດ, ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນຫວຽດນາມ  ແລະ ມີອິດທິພົນໃນເວທີສາກົນ. ລັດເຊຍ ຈະລະນຶກເຖິງທ່ານເລຂາທິການໃຫຍ່ຄືດັ່ງເພື່ອນມິດທີ່ຜູ້ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການສ້າງຕັ້ງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ Moskva ແລະຮ່າໂນ້ຍ. ຂ້າພະເຈົ້າ ມີໂອກາດທີ່ໄດ້ພົບປະກັບຜູ້ດີເລີດນັ້ນຫຼາຍເທື່ອ ແລະຈະຈົດຈຳຄວາມປະທັບໃຈທີ່ມີຕໍ່ທ່ານເລຂາທິການໃຫຍ່ຕະຫຼອດໄປ. ຂ້າພະເຈົ້າ ຂໍສົ່ງຄວາມໄຫວ້ອາໄລ ແລະແບ່ງປັນຄວາມໂສກເສົ້າມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງທ່ານເລຂາທິການໃຫຍ່ ແລະປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ.

ໂທລະເລກສະແດງຄວາມເສົ້າສະຫຼົດໃຈຂອງທ່ານ Valentina Matvienko ປະທານສະພາສະຫະພັນສະພາແຫ່ງຊາດສະຫະພັນລັດເຊຍ  ລະບຸວ່າ: ເພື່ອນຜູ້ຍິ່ງໃຫຍ່ຂອງລັດເຊຍ, ນັກເຄື່ອນໄຫວດ້ານການເມືອງທີ່ມີປະສົບການ, ຜູ້ນໍາລັດທີ່ມີຊື່ສຽງໄດ້ເຖິງແກ່ມໍລະນະກໍາແລ້ວ. ໃນຖານະຕຳແໜ່ງສູງສຸດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ, ກໍ່ຄືການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ.

ຈົດໝາຍສະແດງຄວາມເສົ້າສະຫຼົດໃຈຂອງທ່ານປະທານ Duma ແຫ່ງຊາດສະພາແຫ່ງຊາດສະຫະພັນລັດເຊຍ Vyacheslav Volodin ລະບຸວ່າ: ຍາກທີ່ຈະຕີລາຄາໄດ້ຢ່າງຄົບຖ້ວນກ່ຽວກັບການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ຫງວຽນຝູຈ້ອງ ໃຫ້ແກ່ການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສະຫະພັນລັດເຊຍ ແລະສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຕາງໜ້າໃຫ້ບັນດາຜູ້ແທນ Duma ແຫ່ງຊາດສະພາແຫ່ງຊາດສະຫະພັນລັດເຊຍ, ຂ້າພະເຈົ້າຂໍຝາກຄວາມຢື້ຢາມຖາມຂ່າວເຖິງຄອບຄົວ ແລະຍາດຕິພີ່ນ້ອງຂອງສະຫາຍ ຫງວຽນຝູຈ້ອງ.

ໂດຍ: ທະນາພອນ