ທີ່ການພົບປະແລກປ່ຽນ, ການນຳກອງບັນຊາການທະຫານແຂວງວິ້ງຟຸກ ໄດ້ແນະນຳໂດຍສັງເຂບໃຫ້ຄະນະປະຕິບັດງານ ກ່ຽວກັບໝາກຜົນພົ້ນເດັ່ນໃນວຽກງານຂົນຂວາຍປະຊາຊົນໃນຊຸມປີຜ່ານມາ. ໃນນັ້ນ, ມີຫຼາຍວິທີການທີ່ດີ, ມີຫົວຄິດປະດິດສ້າງໄດ້ ແລະພວມຜັນຂະຫຍາຍຈາກບັນດາກົມກອງ ຄື: ປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ໄລຍະ 2021-2025; ການເຄື່ອນໄຫວແຮກສ່ຽວ, ການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາກາຍຍະກຳ; ເຂົ້າຮ່ວມການກໍ່ສ້າງເຂດປອດໄພ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສະກັດກັ້ນ “ການຜັນປ່ຽນໂດຍສັນຕິ” ແລະການກໍ່ຄວາມວຸ້ນວາຍໂຄ່ນລົ້ມ; ການລະດົມຂົນຂວາຍຊົນເຜົ່າສ່ວນໜ້ອຍ...

leftcenterrightdel
ບັນດາຜູ້ແທນແລກປ່ຽນປະສົບການ ໃນການປະຕິບັດວຽກງານຂົນຂວາຍປະຊາຊົນ. ພາບ: ທູຮ່າ.

ຜ່ານການແລກປ່ຽນປະສົບການ, ຄະນະປະຕິບັດງານກົມກໍ່ສ້າງຮາກຖານ (ກົມໃຫຍ່ການເມືອງກອງທັບປະຊາຊົນລາວ) ໄດ້ສະແດງຄວາມປະທັບໃຈຕໍ່ວິທີການທີ່ດີ, ມີຫົວຄິດປະດິດສ້າງຂອງກອງບັນຊາການທະຫານແຂວງວິ້ງຟຸກ. ພ້ອມທັງ, ຜ່ານການເຄື່ອນໄຫວແບ່ງປັນ, ຄະນະປະຕິບັດງານກໍ່ຖອດຖອນໄດ້ຫຼາຍບົດຮຽນ, ຮູບແບບທີ່ດີ, ວິທີການທີ່ມີປະໂຫຍດເພື່ອຍົກສູງຄຸນນະພາບເປັນເສນາທິການກວ່າອີກ,  ແນໃສ່ປະຕິບັດວຽກງານຂົນຂວາຍປະຊາຊົນຢູ່ທ້ອງຖິ່ນ.

ທ່ານພັນເອກ ຄຳຮັງ ໄຊມຸງຄຸນ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ແລກປ່ຽນບົດຮຽນໃນການດໍາເນີນວຽກງານຂົນຂວາຍປະຊາຊົນ ໃນກອງທັບ, ຜ່ານນັ້ນປັບປຸງ, ເພີ່ມພູນຄູນສ້າງອາລົມຈິດ, ຈິດໃຈສາມັກຄີລະຫວ່າງກອງບັນຊາການທະຫານແຂວງວິ້ງຟຸກ ແລະກົມກໍ່ສ້າງຮາກຖານ (ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ).

ໂດຍ: ຈາງຫງວຽນ