ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະເລິກເຊິ່ງທີ່ສຸດມາຍັງພັກ, ລັດ ແລະປະຊາຊົນລາວ ເວົ້າລວມ ກໍ່ຄືເຖິງທ່ານເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ ເວົ້າສະເພາະ ກ່ຽວກັບອາລົມຈິດທີ່ຈິງໃຈ, ເຕັມໄປດ້ວຍນໍ້າໃຈອ້າຍນ້ອງສະຫງວນໃຫ້ພັກ, ລັດ ແລະປະຊາຊົນຫວຽດນາມ ເມື່ອທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ; ພິເສດ, ລາວ ໄດ້ຈັດພິທີໄວ້ອາໄລແຫ່ງຊາດເປັນເວລາ 2 ວັນ ເພື່ອລະນຶກເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜ່ານນັ້ນສະແດງໃຫ້ເຫັນສາຍພົວພັນແບບພິເສດ, ສັດຊື່ບໍລິສຸດ, ມີໜື່ງບໍ່ມີສອງລະຫວ່າງສອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈເຖິງພັກ, ລັດ ແລະປະຊາຊົນຫວຽດນາມ ກໍ່ຄືເຖິງຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ເນັ້ນໜັກວ່າ, ການມໍລະນະກຳຂອງທ່ານເລຂາທິການໃຫຍ່ ບໍ່ພຽງແຕ່ແມ່ນການສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງພັກ, ລັດ ແລະປະຊາຊົນລາວ ຍັງກໍ່ສູນເສຍສະຫາຍ, ເພື່ອນມິດທີ່ສະໜິດສະໜົມທີ່ສຸດ. ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຈົດຈຳການປະກອບສ່ວນອັນໃຫຍ່ຫຼວງ, ສຳຄັນ ແລະລ້ຳຄ່າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃນໄລຍະທີ່ຜ່ານມາ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບທິດທາງຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ ແລະໝາກຜົນຂອງກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ, ຜົນການຢ້ຽມຢາມ ທາງລັດຖະກິດ ລາວ ຂອງທ່ານປະທານປະເທດ ໂຕເລິມ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງທຸກຂັ້ນ, ເສີມຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບດ້ວຍບົດບາດເປັນບັນດາເສົາຄ້ຳສຳຄັນ; ສືບຕໍ່ປັບປຸງພື້ນຖານດ້ານນິຕິກໍາເພື່ອຍູ້ແຮງການພົວພັນຮ່ວມມືນັບມື້ນັບຮອບດ້ານ, ເລິກເຊິ່ງກວ້າງຂວາງ... ແລະຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ປຶກສາຫາລືກ່ຽວກັບການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ແລກປ່ຽນປະສົບການຢ່າງເປັນປົກກະຕິ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ເປັນຕົ້ນແມ່ນຢູ່ອາຊຽນ, ສະຫະປະຊາຊາດ ແລະບັນດາກົນໄກຮ່ວມມືອະນຸພາກພື້ນ.

ໂດຍ: ຈາງຫງວຽນ