ສະຫາຍລັດຖະມົນຕີ ຟານວັນຢາງ ພ້ອມກັບບັນດາສະຫາຍໃນຄະນະປະຕິບັດງານໄດ້ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດ, ການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍອະດີດເລຂາທິການໃຫຍ່ ເລຂາຟຽວ ແລະສະຫາຍພົນເອກ ຟຸ່ງກວາງແທັງ ໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງຊາດ ແລະພາລະກິດກໍ່ສ້າງກອງທັບ,  ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ. ໃນບັນຍາກາດທີ່ສະໜິດສະໜົມ, ສະຫາຍພົນເອກ ຟານວັນຢາງ ໄດ້ຢ້ຽມຢາມຖາມຂ່າວສຸຂະພາບ, ການດໍາລົງຊີວິດຂອງຍາດຕິພີ່ນ້ອງບັນດາສະຫາຍອະດີດການນໍາພັກ, ລັດ, ກອງທັບ, ພ້ອມທັງຫວັງວ່າ ຍາດຕິພີ່ນ້ອງບັນດາສະຫາຍ ຈະສືບທອດມູນເຊື້ອຄອບຄົວ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດໃຫ້ນັບມື້ນັບພັດທະນາຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ.

leftcenterrightdel
ສະຫາຍລັດຖະມົນຕີ ຟານວັນຢາງ ມາຢ້ຽມຢາມສະຫາຍພົນເອກ ຟ້າມວັນຈ່າ. ພາບ: ຈີ໊ຢຸງ

ຕອນເຊົ້າວັນດຽວກັນ, ສະຫາຍລັດຖະມົນຕີ ຟານວັນຢາງ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ສະຫາຍພົນເອກ ຟ້າມວັນຈ່າ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍພົນເອກ ໂງຊວນລິກ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍພົນຕີ ດັ້ງກວັນຖຸຍ, ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ. ຢ້ຽມຢາມຖາມຂ່າວສຸຂະພາບ, ການດໍາລົງຊີວິດຂອງບັນດາສະຫາຍນາຍພົນ, ສະຫາຍພົນເອກ ຟານວັນຢາງ ຖືວ່າ ພາຍໃຕ້ການຊີ້ນຳຂອງພັກ, ບັນດາສະຫາຍໃນຕຳແໜ່ງວຽກງານຂອງຕົນໄດ້ມີການປະກອບສ່ວນສຳຄັນເຂົ້າໃນການຕໍ່ຕ້ານຕ່າງໆ.

ຄຽງຂ້າງນັ້ນ, ສະຫາຍລັດຖະມົນຕີ ຟານວັນຢາງ ຍັງໄດ້ແຈ້ງໃຫ້ຊາບບາງໜ້າທີ່ຈຸດສຸມເຊິ່ງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສຸມໃສ່ຜັນຂະຫຍາຍການປະຕິບັດໃນໄລຍະຈະມາເຖິງ; ຫວັງວ່າ ສະຫາຍພົນເອກ ຟ້າມວັນຈ່າ, ສະຫາຍພົນເອກ ໂງຊວນລິກ ແລະສະຫາຍພົນຕີ ດັ້ງກວັນຖຸຍ ຈະສືບຕໍ່ເອົາໃຈໃສ່ຕິດຕາມ, ມີຄໍາເຫັນປະກອບອັນລ້ຳຄ່າ, ປະກອບສ່ວນກໍ່ສ້າງກອງທັບໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍ: ເຈິ່ນຮວ່ຽນ