“7 ທົດສະວັດໄດ້ຜ່ານໄປແລ້ວ, ແຕ່ບົດຮຽນປະຫວັດສາດແຫ່ງມູນເຊື້ອມິດຕະພາບ, ຄວາມສາມັກຄີ ລະຫວ່າງປະຊາຊົນ 3 ປະເທດອິນດູຈີນ, ພິເສດແມ່ນລະຫວ່າງ ຫວຽດນາມ - ລາວ ໃນໄຊຊະນະ ດ້ຽນບຽນຝູ ຍັງຄົງຮັກສາຄຸນຄ່າເດີມໄວ້ໄດ້ເຖິງປະຈຸບັນ”. ນັ້ນແມ່ນການແບ່ງປັນຂອງທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ (7/5/1954 - 7/5/2024).

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍປະຫວັດສາດໃນພາລະກິດຕໍ່ສູ້ປົດປ່ອຍຊາດຂອງຫວຽດນາມ ແລະລາວ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ຈາກບົດຮຽນປະຫວັດສາດ, ພວກເຮົາຕ້ອງເຮັດຫຍັງແດ່ເພື່ອເສີມຂະຫຍາຍ ກໍ່ຄືໝູນໃຊ້ມູນເຊື້ອນີ້ເຂົ້າໃນພາລະກິດພັດທະນາປະເທດຊາດ ແລະເພີ່ມພູນຄູນສ້າງການພົວພັນລະຫວ່າງຫວຽດນາມ - ລາວ?

leftcenterrightdel
ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ: ອາດເວົ້າໄດ້ວ່າ ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍປະຫວັດສາດທີ່ສໍາຄັນໃນພາລະກິດຕໍ່ສູ້ປົດປ່ອຍຊາດຂອງສາມປະເທດອິນດູຈີນ ເວົ້າລວມ ແລະຂອງສອງປະເທດຫວຽດນາມ ແລະ ລາວ ເວົ້າສະເພາະ. ຂ້າພະເຈົ້າ ຖືວ່າ, ບົດຮຽນປະຫວັດສາດແຫ່ງມູນເຊື້ອມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ 3 ປະເທດອິນດູຈີນ, ພິເສດແມ່ນຫວຽດນາມ - ລາວ ໃນໄຊຊະນະ ດ້ຽນບຽນຝູ ຍັງຄົງຮັກສາຄຸນຄ່າເດີມໄວ້ໄດ້ເຖິງປະຈຸບັນ.

ເພື່ອເສີມຂະຫຍາຍມູນເຊື້ອນີ້, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍບັນດາບົດຮຽນ, ຈິດໃຈຕັດສິນໃຈຕໍ່ສູ້, ຍາດເອົາໄຊຊະນະຂອງບັ້ນຮົບ ດ້ຽນບຽນຝູ, ກໍ່ຄືສໍາພັນທະມິດສູ້ຮົບ ຫວຽດນາມ-ລາວ. ກ່ອນອື່ນໝົດ, ສອງປະເທດຄວນສຸມໃສ່ບັນດາບຸລິມະສິດ ຄື:

ທີໜຶ່ງ, ໃນພາລະກິດພັດທະນາຂອງແຕ່ລະປະເທດ, ຕ້ອງເຊີດຊູນ້ຳໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເຊີດຊູຊາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບໍ່ຍອມເປັນປະເທດທຸກຍາກ ແລະຫຼ້າຫຼັງ, ຕັດສິນໃຈຜ່ານຜ່າສິ່ງທ້າທາຍ, ເສີມຂະຫຍາຍສະຕິປັນຍາປະດິດຄິດສ້າງ, ກ້າຄິດກ້າເຮັດ, ຍາມໃດກໍ່ນຳທິດສະດີຕິດພັນກັບພຶດຕິກໍາຕົວຈິງ, ຊາບຂຶມທັດສະນະຖືພຶດຕິກໍາຕົວຈິງເປັນມາດຕະຖານຂອງສັດຈະທໍາ, ຍາມໃດກໍ່ຕິດແທດກັບພຶດຕິກໍາຕົວຈິງ, ວິເຄາະການພັດທະນາໃໝ່ຂອງສະພາບການໂລກ ແລະພາຍໃນປະເທດຢ່າງຖືກຕ້ອງເພື່ອຈາກນັ້ນສະຫຼຸບພຶດຕິກໍາຕົວຈິງ, ພັດທະນາທິດສະດີຢ່າງມີຫົວຄິດປະດິດສ້າງ.

ທີສອງ, ດ້ວຍການພົວພັນ ຫວຽດນາມ - ລາວ, ສືບຕໍ່ນໍາການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ພິເສດແມ່ນຕ້ອງສືບຕໍ່ຮັກສາ ແລະຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງການນຳຂັ້ນສູງສອງປະເທດ; ເຊື່ອມຊຶມ ແລະຍົກສູງຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດ ຫວຽດນາມ - ລາວ ໃນໝູ່ປະຊາຊົນທຸກຊັ້ນວັນນະຂອງສອງປະເທດ.

ເມື່ອຫວນຄືນໄລຍະທາງທີ່ໄດ້ຜ່ານໄປ, ພວກເຮົາຍາມໃດກໍ່ເອກອ້າງທະນົງໃຈຕໍ່ຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງຫຼາຍລຸ້ນຄົນໃນການສ້າງສາປະເທດຊາດ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບຫວຽດນາມ - ລາວ ນັບມື້ນັບເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ, ນໍາສາຍພົວພັນນີ້ກາຍເປັນແບບຢ່າງ, ສັດຊື່ບໍລິສຸດ, ບໍລິສຸດຜຸດຜ່ອງ ແລະເປັນແບບຢ່າງໜຶ່ງດຽວຢູ່ໃນໂລກ.

ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງການນຳຂັ້ນສູງສອງພັກ, ສອງປະເທດ, ພ້ອມກັບຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສູນກາງ ແລະທ້ອງຖິ່ນ,  ບັນດາວິສາຫະກິດ, ພວກເຮົາມີພື້ນຖານຢ່າງພຽງພໍເພື່ອຮັກສາຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດອັນສົດໃສຂອງແຕ່ລະປະເທດ ກໍ່ຄືສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍສໍາຄັນແນວໃດຕໍ່ການສຶກສາຮຸ່ນໜຸ່ມໃນປະຈຸບັນ?

ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ: ອາດຢັ້ງຢືນໄດ້ວ່າ ເຖິງວ່າ 70 ປີໄດ້ຜ່ານໄປແລ້ວກໍ່ຕາມ, ແຕ່ໄຊຊະນະ ດ້ຽນບຽນຝູ ຍັງຄົງຮັກສາຄຸນຄ່າເດີມໃນການສຶກສາປະຊາຊົນ, ພິເສດແມ່ນຮຸ່ນໜຸ່ມ. ນັ້ນແມ່ນຄວາມໝາຍຂອງສົງຄາມທົ່ວປວງຊົນ, ຮອບດ້ານ, ສ້າງກໍາລັງແຮງສັງລວມອັນໃຫຍ່ຫຼວງ, ທັບມ້າງກົງຈັກສົງຄາມຂະໜາດໃຫຍ່ຂອງກຳລັງຮຸກຮານ; ຄວາມໝາຍຂອງການເສີມຂະຫຍາຍຈິດໃຈຮັກຊາດ, ເຈດຈໍານົງຕັດສິນໃຈຕໍ່ສູ້, ຍາດເອົາໄຊຊະນະຂອງທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນ; ກ່ຽວກັບການເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ, ກຳນົດໃນແນວທາງປະຕິວັດ, ແນວທາງ ແລະສິລະປະການທະຫານຕໍ່ສູ້; ກ່ຽວກັບການເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຊິ່ງແກ່ນສານແມ່ນສຳພັນທະມິດຊົນຊັ້ນພົນລະເມືອງ - ຊາວກະສິກອນ - ປັນຍາຊົນ.

ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າອັນໃຫຍ່ຫຼວງໃນການຕໍ່ສູ້ປົດປ່ອຍຊາດເທົ່ານັ້ນ, ຫາກຍັງມີຄວາມໝາຍອັນເລິກເຊິ່ງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ ແລະໃນອະນາຄົດອີກດ້ວຍ. ຍ້ອນເຫດນັ້ນ, ປະຈຸບັນ, ເມື່ອເວົ້າເຖິງ ໄຊຊະນະ ດ້ຽນບຽນຝູ, ປະຊາຊົນຫວຽດນາມ ແຕ່ລະຄົນເວົ້າລວມ ແລະຮຸ່ນໜຸ່ມເວົ້າສະເພາະລ້ວນແຕ່ຮູ້ສຶກສະເທືອນໃຈ ແລະເອກອ້າງທະນົງໃຈຕໍ່ໄຊຊະນະອັນພິລະອາດຫານ, ຈິດໃຈລຸກຮຶ້ຂຶ້ນຕໍ່ສູ້ຂອງພໍ່ແມ່ຂອງລຸ້ນພໍ່ລຸ້ນອ້າຍ, ຖືນີ້ແມ່ນໜຶ່ງໃນບັນດາກໍາລັງໜູນທາງຈິດໃຈອັນໃຫຍ່ຫຼວງເພື່ອຕັ້ງໜ້າຝຶກຝົນຫຼໍ່ຫຼອມ, ສູ້ຊົນ ແລະເຂົ້າຮ່ວມໂດຍກົງໃນການສ້າງສາ ແລະປົກປັກຮັກສາປະເທດຊາດຢ່າງເຂັ້ມແຂງ.

ນັກຂ່າວ: ເນື່ອງໃນໂອກາດອັນສໍາຄັນນີ້, ທ່ານເອກອັກຄະລັດຖະທູດຢາກຝັງສິ່ງໃດແດ່ເຖິງປະຊາຊົນລາວ ແລະ ຫວຽດນາມ?

ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ: ການປະຕິວັດລາວ ແລະການປະຕິວັດຫວຽດນາມ ມີສາຍພົວພັນສະໜິດຕິດພັນກັນ. ພັກກອມມູນິດຫວຽດນາມ ແລະພັກປະຊາຊົນ ປະຕິວັດລາວ ມີຕົ້ນກຳເນີດດຽວກັນແມ່ນພັກກອມມູນິດອິນດູຈີນ ໃນເມື່ອກ່ອນ, ໄດ້ນຳພາການປະຕິວັດຂອງສອງປະເທດພວກເຮົາ ສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ແຕ່ລະປະເທດ ແລະປະຈຸບັນນີ້ ພວກເຮົາພວມສືບຕໍ່ກ້າວຂຶ້ນບົນເສັ້ນທາງກໍ່ສ້າງສັງຄົມນິຍົມ. ສອງປະເທດຫວຽດນາມ ແລະ ລາວ ພວມຢູ່ໃນວິວັດການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພວກເຮົາມີຄວາມສະດວກຫຼາຍຢ່າງທັງພາຍໃນປະເທດ ແລະສາກົນ. ເຖິງຢ່າງໃດກໍ່ຕາມ, ພວກເຮົາຍັງປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍບໍ່ແມ່ນໜ້ອຍ.

ໃນສະພາບການນັ້ນ, ຂ້າພະເຈົ້າຫວັງວ່າ ປະຊາຊົນຫວຽດນາມ - ລາວ ຈະສືບຕໍ່ສືບທອດມູນເຊື້ອຂອງສໍາພັນທະມິດສູ້ຮົບແບບພິເສດ ຫວຽດນາມ - ລາວ, ຮັກສາຄວາມເຊື່ອໝັ້ນຕໍ່ການນຳພາຂອງສອງພັກ, ຄຽງບ່າຄຽງໄຫຼ່ກັນ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ເພີ່ມເຕີ່ມທ່າໄດ້ປຽບໃຫ້ກັນ ເພື່ອພ້ອມກັນພັດທະນາ.

ພິເສດ, ເສີມຂະຫຍາຍນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ 3 ປະເທດອິນດູຈີນ ໃນໄຊຊະນະ ດ້ຽນບຽນຝູ ແລະບັນດາໄຊຊະນະລວມອື່ນໆອີກ, ຫວຽດນາມ ແລະ ລາວ ຈະສືບຕໍ່ຮັກສາ ແລະພັດທະນາການພົວພັນຮ່ວມມືອັນດີງາມກັບປະເທດກຳປູເຈຍ ອ້າຍນ້ອງ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາໃນພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ຈາງຫງວຽນ