ຕາມນັ້ນແລ້ວ, ລາຍການໄດ້ຈັດຕັ້ງຂຶ້ນດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ ແລະມີຄວາມໝາຍ , ຄື: ໂຄສະນາປະຫວັດສາດການພົວພັນສາມັກຄີ ຫວຽດນາມ - ລາວ; ໝາກຜົນແຫ່ງການປະຕິບັດຮູບແບບແຮກສ່ຽວ “ບ້ານ-ບ້ານ”, ກົດໝາຍວ່າດ້ວຍຊາຍແດນ; ມອບຂອງຂວັນ 160 ພູດ (700.000 ດົ່ງ/ພູດ), ເຄື່ອງນຸ່ງກິລາ 20 ຊຸດ, ເຄື່ອງນຸ່ງ 700 ຊຸດໃຫ້ກອງຮ້ອຍ 534 (ກອງບັນຊາການທະຫານແຂວງເຊກອງ, ລາວ), ປ້ອມຕໍາຫຼວດເມືອງກະລືມ (ກອງບັນຊາການ ປກສ ແຂວງເຊກອງ), ອໍານາດການປົກຄອງ ແລະ ປະຊາຊົນບ້ານ ອາປື ແລະປານອນ.

leftcenterrightdel
ຄ້າຍທະຫານຊາຍແດນ ກາຣີ (ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ) ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 534 ແລະປ້ອມຕຳຫຼວດກະລືມ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນ ກາຣີ ກໍ່ໄດ້ຮັບການໜູນຊ່ວຍນັກຮຽນ 1 ຄົນຢູ່ປານອນ ຕາມລາຍການ “ຊ່ວຍນ້ອງໄປໂຮງຮຽນ”, ເຮັດໃຫ້ຈຳນວນນັກຮຽນທີ່ກົມກອງນີ້ຮັບໜູນຊ່ວຍເພີ່ມຂຶ້ນເປັນ 2 ນ້ອງ (ລະດັບໜູນຊ່ວຍ 500.000 ດົ່ງ/ຄົນ/ເດືອນ).

ນອກນີ້, ທາງລາຍການຍັງໄດ້ຈັດຕັ້ງການຕັດຜົມໂດຍບໍ່ເສຍຄ່າ, ການພົບປະແລກປ່ຽນສິລະປະ, ບານສົ່ງ, ຮັບປະທານອາຫານສາມັກຄີລະຫວ່າງປະຊາຊົນທີ່ຢູ່ບ້ານກົງກັນຂ້າມກັບປະຊາຊົນບ້ານ A Tu 1, Ch'noc, Ch'om, ຄະນະພັກ, ອຳນາດການປົກຄອງເມືອງ Ch'om ແລະພະນັກງານ, ນັກຮົບທະຫານຊາຍແດນ.

leftcenterrightdel
ຄ້າຍທະຫານຊາຍແດນ ກາຣີ ມອບຂອງຂວັນທີ່ເປັນເຄື່ອງໃຊ້ໃຫ້ປະຊາຊົນບ້ານ ອາປື ແລະປານອນ. ພາບ: qdnd.vn

ທ່ານພັນໂທ ຫງວຽນຟຸກເຈື່ອງ, ຫົວໜ້າການເມືອງຄ້າຍທະຫານຊາຍແດນ ກາຣີ ໃຫ້ຮູ້ວ່າ: ລາຍການ “ບຸນປີໃໝ່ - ເຕັມໄປດ້ວຍນໍ້າໃຈ ມິດຕະພາບປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ” ແມ່ນການເຄື່ອນໄຫວປະຈຳປີ ເນື່ອງໃນໂອກາດບຸນປີໃໝ່ລາວ, ເພື່ອແນໃສ່ໜູນຊ່ວຍບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາໝູ່ບ້ານຕິດກັບຊາຍແດນຂອງລາວ. ຜ່ານນັ້ນ, ພວກຂ້າພະເຈົ້າໂຄສະນາ, ຂົນຂວາຍປະຊາຊົນຢູ່ສອງຟາກຊາຍແດນ ຍົກສູງສະຕິປະຕິບັດກົດໝາຍວ່າດ້ວຍຊາຍແດນ; ເພີ່ມທະວີການພົວພັນສາມັກຄີ, ສະໜິດຕິດພັນ, ສັດຊື່ບໍລິສຸດ, ພ້ອມກັນສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ ແລະການພັດທະນາ."

ໂດຍ: ທະນາພອນ