ທີ່ລາຍການ, ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່,  ສ້າງເງື່ອນໄຂສະດວກຂອງແຂວງທ໊າຍງວຽນ ທີ່ສະຫງວນໃຫ້ແກ່ນັກສຶກສາລາວ.

leftcenterrightdel
ບັນດາຜູ້ແທນ ປະຕິບັດພິທີກໍາຕາມຮີດຄອງປະເພນີບຸນປີໃໝ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນແທັງບິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງທ໊າຍງວຽນ ຢືນຢັນວ່າ ທາງແຂວງຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງຂົງເຂດການຮ່ວມມືດ້ານການສຶກສາ ໃຫ້ນັກສຶກສາລາວໃນບໍລິເວນ. ໃນຊຸມປີມໍ່ໆມານີ້, ແຂວງໄດ້ບໍາລຸງກໍ່ສ້າງນັກສຶກສາລາວຫຼາຍລຸ້ນຄົນ. ນັກສຶກສາທີ່ຮຽນຈົບກັບຄືນປະເທດ ກໍ່ໄດ້ເສີມຂະຫຍາຍຄວາມຮູ້, ຄຸນທາດການເມືອງ, ທັກສະທີ່ໄດ້ຝຶກຝົນຫຼໍ່ຫຼອມ,  ສະສົມມາຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

leftcenterrightdel
ແຂວງທ໊າຍງວຽນ ມອບຂອງຂວັນປີໃໝ່ໃຫ້ແກ່ນັກສຶກສາລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ລາຍການໄດ້ດໍາເນີນຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໃນໂອກາດບຸນປີໃໝ່ລາວ ຄື: ບູຊາພາວະນາຂໍໃຫ້ມີໂຊກມີລາບ, ຈັດພາບາສີສູ່ຂວັນ, ຫົດນໍ້າອວຍພອນເຊິ່ງກັນ ແລະກັນ... ເຊິ່ງໄດ້ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃຫ້ບັນດານັກສຶກສາລາວ. ຜ່ານນັ້ນ ເປັນການລະດົມກໍາລັງໃຈ,  ສົ່ງເສີມໃຫ້ພວກນ້ອງ ຍາມໃດກໍ່ໃຫ້ຄຳນຶງເຖິງຮີດຄອງປະເພນີອັນດີງາມຂອງຊາດ ແລະຮູ້ສຶກໄດ້ເຖິງບັນຍາກາດງານບຸນທີ່ອົບອຸ່ນ, ເຕົ້າໂຮມກັນ ແລະຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນຄືກັນກັບຢູ່ບ້ານເກີດເມືອງນອນຂອງຕົນ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງເພື່ອແນໃສ່ເພີ່ມທະວີ ແລະຢືນຢັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມສາມັກຄີແບບພິເສດ, ປະກອບສ່ວນຮັດແໜ້ນສາຍພົວພັນອັນສະໜິດສະໜົມລະຫວ່າງປະຊາຊົນຫວຽດນາມ - ລາວ.

ໂດຍ: ທູຈາງ