ຕາງໜ້າກົມກອງ, ທ່ານພົນໂທ ໂຮ່ເລຖ້ວນ, ຫົວໜ້າການເມືອງ ຄ້າຍທະຫານຊາຍແດນເຮື໊ອງເລິບ ໄດ້ສົ່ງຄໍາອວຍພອນມາຍັງການນໍາ ແລະປະຊາຊົນກຸ່ມບ້ານລາໂຄ ແລະ ກໍາລັງປ້ອງກັນຊາຍແດນປະເທດເພື່ອນລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມອົບອຸ່ນ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນໃນການດຳລົງຊີວິດ; ອວຍພອນໃຫ້ການພົວພັນລະຫວ່າງອໍານາດການປົກຄອງ, ປະຊາຊົນ ແລະກຳລັງປະກອບອາວຸດຂອງສອງຝ່າຍ ໃຫ້ນັບມື້ນັບສະໜິດຕິດພັນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພ້ອມກັນພັດທະນາ.

leftcenterrightdel
ຄ້າຍທະຫານຊາຍແດນເຮື໊ອງເລິບ ມອບໂທລະທັດໃຫ້ກອງຮ້ອຍຊາຍແດນ 321. ພາບ: qdnd.vn

ສ່ວນທ່ານ ບຸນລ້ອມ ສຸພາມີໄຊ, ຮອງເລຂາພັກເມືອງເຊໂປນ ໃຫ້ຮູ້ວ່າ: “ໃນຊຸມປີມໍ່ໆມານີ້, ກໍາລັງທະຫານຊາຍແດນແຂວງ ກວາງຈິ, ອໍານາດການປົກຄອງ ແລະປະຊາຊົນຕາແສງເຮື໊ອງເລິບ  ຍາມໃດກໍຄຽງບ່າຄຽງໄຫຼ່ ແລະ ແບ່ງປັນຢ່າງເລິກເຊິ່ງຕໍ່ກັບອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນພວກຂ້າພະເຈົ້າ.  ໃນຍາມປະສົບກັບຄວາມຫຍຸ້ງຍາກ, ພວກເພື່ອນຫວຽດນາມ ໄດ້ລະດົມກໍາລັງທັງດ້ານວັດຖຸ ແລະຈິດໃຈ. ນີ້ແມ່ນກຳລັງໜູນອັນລ້ຳຄ່າ ເພື່ອໃຫ້ພວກຂ້າພະເຈົ້າມານະພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກ”.

leftcenterrightdel
ຄວາມເບີກບານມ່ວນຊື່ມຂອງພວກນ້ອງນ້ອຍ ຢູ່ໂຮງຮຽນອະນຸບານອາເວຍ ໃນກຸ່ມບ້ານກາໂຄ ເມື່ອມີສະໜາມເດັກຫຼີ້ນ. ພາບ: qdnd.vn

ໃນຊຸມປີຜ່ານມາ, ຄ້າຍທະຫານຊາຍແດນເຮື໊ອງເລິບ ໄດ້ມີຫຼາຍວິທີເຮັດວຽກທີ່ດີ, ມີຫົວຄິດປະດິດສ້າງ ແລະແທດຈິງ, ລະດົມຫຼາຍແຫຼ່ງກຳລັງເພື່ອໜູນຊ່ວຍປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວ. ພິເສດ, ຄ້າຍທະຫານຊາຍແດນ ເຮື໊ອງເລິບ, ທະຫານຊາຍແດນແຂວງກວາງຈິ ແລະກໍາລັງປ້ອງກັນຊາຍແດນຂອງລາວ ຍາມໃດກໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປ້ອງກັນຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ ເພື່ອແນໃສ່ຮັກສາຄວາມສະຫງົບປອດໄພ ຢູ່ເຂດຊາຍແດນ; ພ້ອມທັງຮັດແໜ້ນນ້ຳໃຈສາມັກຄີລະຫວ່າງຫວຽດນາມ-ລາວ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ