ຄະນະພະນັກງານຂັ້ນສູງແຂວງຢາລາຍ ຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງຈໍາປາສັກ
ກປ.ອອນໄລ - ໂດຍສືບຕໍ່ການຢ້ຽມຢາມ, ອວຍພອນບຸນປີໃໝ່ຂອງລາວ, ວັນທີ 9 ເມສາ, ຄະນະພະນັກງານຂັ້ນສູງແຂວງຢາລາຍ ໄດ້ໄປຢ້ຽມຢາມ ແລະອວຍພອນໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຈຳປາສັກ.
ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນພົ້ນເດັ່ນທີ່ແຂວງ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານ ເຈົາງອກຕວນ ຮອງເລຂາຜູ້ປະຈຳການພັກແຂວງຢາລາຍ ກໍ່ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງແຂວງຢາລາຍ ແລະແຂວງຈໍາປາສັກ. ພິເສດ, ສອງແຂວງໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະ 2016-2021 ແລະໄລຍະ 2021-2025 ໃນຂົງເຂດການຄ້າ, ໜູນຊ່ວຍກໍ່ສ້າງຊັບພະຍາກອນມະນຸດ, ການສຶກສາ, ພັດທະນາການທ່ອງທ່ຽວ ແລະຄົມມະນາຄົມ.
|
|
ການນຳແຂວງຈໍາປາສັກ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ເຈົາງອກຕວນ ຮອງເລຂາຜູ້ປະຈຳການພັກແຂວງຢາລາຍ (ຜູ້ທີ 5 ນັບຈາກເບື້ອງຊ້າຍໄປ). ພາບ: baogialai.com.vn |
ທ່ານ ເຈົາງອກຕວນ ຖືວ່າ ຕ້ອງສືບຕໍ່ເສີມຂະຫຍາຍການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານ ແລະເລິກເຊິ່ງກວ່າອີກ ເພື່ອນຳເຂດສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກໍາປູເຈຍ ໃຫ້ພັດທະນາຮອບດ້ານຕາມເປົ້າໝາຍທີ່ສະພາແຫ່ງຊາດ, ລັດຖະບານສາມປະເທດໄດ້ວາງອອກ, ປະກອບສ່ວນນຳເອົາຜົນປະໂຫຍດມາໃຫ້ສອງທ້ອງຖິ່ນ. ພ້ອມທັງສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດອ້າຍນ້ອງ ຫວຽດນາມ-ລາວ ເວົ້າລວມ, ແຂວງຢາລາຍ ແລະແຂວງຈຳປາສັກ ເວົ້າສະເພາະ “ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.
ຕາງໜ້າໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຈໍາປາສັກ, ທ່ານ ສະໜັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ຊ່ວຍເຫຼືອອັນໃຫຍ່ຫຼວງຂອງແຂວງຢາລາຍ ໃນທຸກຂົງເຂດໃນໄລຍະຜ່ານມາ, ເປັນຕົ້ນແມ່ນການໜູນຊ່ວຍແຂວງຈໍາປາສັກ ໃນວຽກງານກໍ່ສ້າງຊັບພະຍາ ກອນມະນຸດ. ພ້ອມທັງ ຫວັງວ່າ ສອງແຂວງຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຂັ້ນສູງ ຫວຽດນາມ-ລາວ ແລະບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງແຂວງຢ່າງມີປະສິດທິຜົນ ເພື່ອປະກອບສ່ວນສ້າງກຳລັງໜູນໃຫ້ແຂວງຈຳປາສັກ ນັບມື້ນັບພັດທະນາຢ່າງແຂງແຮງ, ຮອບດ້ານກວ່າອີກ.
ເນື່ອງໃນໂອກາດນີ້, ຕາງໜ້າຄະນະປະຕິບັດງານ, ທ່ານ ເຈົາງອກຕວນ ໄດ້ມອບຂອງຂວັນທີ່ລະນຶກ ແລະມອບເງິນໃຫ້ແຂວງຈໍາປາສັກ ຈຳນວນ 20.000 ໂດລາສະຫະລັດ ພ້ອມກັບຄຳອວຍພອນປີໃໝ່.
ໂດຍ: ຈາງຫງວຽນ