ນະຄອນໂຮ່ຈີມິນ:
ການນໍາແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ອວຍພອນບຸນເຕັດ Chol Chnam Thmay ແລະບຸນປີໃໝ່ລາວ 2024
ກປ.ອອນໄລ - ວັນທີ 7 ເມສາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ຄະນະປະຕິບັດງານຂອງແນວໂຮມປະເທດຊາດຫວຽດນາມ ນະຄອນ ນໍາໂດຍທ່ານ ໂງແທງເຊີນ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໄປຢ້ຽມຢາມສະຖານກົງສູນໃຫຍ່ ກຳປູເຈຍ ປະຈຳ ນະຄອນ ເພື່ອອວຍພອນບຸນເຕັດ Chol Chnam Thmay ແລະໄປສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ເພື່ອອວຍພອນບຸນປີໃໝ່ລາວ.
    |
 |
ທ່ານ ໂງແທງເຊີນ ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ອວຍພອນບຸນເຕັດ Chol Chnam Thmay ຢູ່ສະຖານກົງສູນໃຫຍ່ ກໍາປູເຈຍ. ພາບ: daidoanket.vn |
ຢູ່ສອງອົງການທີ່ກ່າວມາຂ້າງເທິງນັ້ນ, ທ່ານ ໂງແທງເຊີນ ໄດ້ສົ່ງຄໍາອວຍພອນອັນດີງາມເນື່ອງໃນໂອກາດບຸນເຕັດປະເພນີຂອງ 2 ປະເທດ. ພ້ອມກັນນັ້ນ, ທ່ານ ຍັງຢືນຢັນວ່າ: ແນວໂຮມປະເທດຊາດຫວຽດນາມ ນະຄອນ ແລະບັນດາອົງການສະມາຊິກຍາມໃດກໍ່ເຄົາລົບ ແລະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ປັບປຸງ ແລະເສີມຂະຫຍາຍການພົວພັນອັນດີງາມກັບກຳປູເຈຍ, ລາວ.
ໃນນັ້ນ, ພົ້ນເດັ່ນແມ່ນໂຄງການ “ຄອບຄົວຫວຽດ ກັບນັກສຶກສາລາວ ແລະກຳປູເຈຍ ທີ່ຮ່ຳຮຽນຢູ່ນະຄອນໂຮ່ຈີມິນ”. ແນວໂຮມປະເທດຊາດຫວຽດນາມ ນະຄອນ ແລະບັນດາອົງການການເມືອງ-ສັງຄົມ ໄດ້ຈັດຕັ້ງທົດລອງປີ 2019, ເປັນທາງການໃນປີ 2022, 2023; ລະດົມໄດ້ 67 ຄອບຄົວຮັບເອົານັກຮຽນ 105 ຄົນທີ່ຮຽນຢູ່ນະຄອນ.
    |
 |
ຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ອວຍພອນບຸນປີໃໝ່ປະຈຳຊາດ ຢູ່ສະຖານກົງສູນໃຫຍ່ແຫ່ງ ສປປ ລາວ. ພາບ: daidoanket.vn |
ທ່ານ ຫງວຽນແທງເຊີນ ເນັ້ນໜັກວ່າ “ໂຄງການໄດ້ສ້າງສະພາບແວດລ້ອມທີ່ດີໃຫ້ນັກສຶກສາເຂົ້າຮ່ວມ, ຄົ້ນຫາການດຳລົງຊີວິດຕົວຈິງຂອງບັນດາຄອບຄົວຊາວຫວຽດນາມ, ຜ່ານນັ້ນ ສ້າງຄວາມຜູກພັນ ແລະເພີ່ມພູນຄູນສ້າງອາລົມຈິດ, ຈິດໃຈໃຫ້ແກ່ນັກສຶກສາເມື່ອຕ້ອງຮ່ຳຮຽນຢູ່ໄກບ້ານເກີດເມືອງນອນ…”.
ທ່ານ Chan Sorykan ຫົວໜ້າສະຖານກົງສູນໃຫຍ່ແຫ່ງລາຊະອານາຈັກກໍາປູເຈຍ ແລະທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອ ແລະການຮ່ວມມືຢ່າງແໜ້ນແຟ້ນຂອງແນວໂຮມປະເທດຊາດຫວຽດນາມ ນະຄອນ ສໍາລັບ 2 ສະຖານກົງສູນໃຫຍ່ໃນໄລຍະມໍ່ໆມານີ້ ແລະຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນລະຫວ່າງບັນດາທ້ອງຖິ່ນກໍາປູເຈຍ, ລາວ ແລະນະຄອນໂຮ່ຈີມິນ ໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ.
ໂດຍ: ໄຊນີດາ