ທີ່ພິທີ, ຕາງໜ້າການນໍາພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ຫງວຽນຊວນທັ໊ງ ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ອວຍພອນການນໍາພັກ, ລັດ ແລະປະຊາຊົນລາວ ປີໃໝ່ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະສົບຜົນສຳເລັດ; ຊົມເຊີຍ ແລະແບ່ງປັນຄວາມພາກພູມໃຈຕໍ່ບັນດາຜົນງານທີ່ພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນຊຸມປີຜ່ານມາ; ເຊື່ອໝັ້ນວ່າ, ປະຊາຊົນລາວອ້າຍນ້ອງຈະສືບຕໍ່ປະສົບຜົນສຳເລັດໃນພາລະກິດສ້າງສາປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.

ທ່ານ ຫງວຽນຊວນທັ໊ງ ເນັ້ນໜັກວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງທີ່ມີການພົວພັນແບບພິເສດ, ມີໜຶ່ງບໍ່ມີສອງຢູ່ໃນໂລກ, ໄດ້ຮັບການສ້າງຕັ້ງ, ເພີ່ມພູນຄູນສ້າງ ແລະພັດທະນາດ້ວຍນ້ຳໃຈສັດຊື່, ຄວາມສັດຊື່ບໍລິສຸດ, ການຊ່ວຍເຫຼືອອັນລ້ຳຄ່າ, ຈິດໃຈພ້ອມແລ້ວທີ່ຈະເສຍສະຫຼະໃຫ້ກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ; ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ຈະສືບຕໍ່ພັດທະນາດ້ວຍຜົນສຳເລັດໃໝ່ຫຼາຍຢ່າງ; ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ພ້ອມກັບພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ ຕັດສິນໃຈຮັກສາ ແລະພັດທະນາສາຍພົວພັນອ້າຍນ້ອງຕະຫຼອດໄປ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີບາສີສູ່ຂວັນໃນບຸນປີໃໝ່ປະຈຳຊາດຂອງລາວ. ພາບ: qdnd.vn

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຂອບໃຈບັນດາການນຳຂັ້ນສູງຂອງພັກ ແລະລັດຫວຽດນາມ, ການນຳບັນດາກະຊວງ, ຂະແໜງສູນກາງ ແລະທ້ອງຖິ່ນ ທີ່ໄດ້ເຂົ້າຮ່ວມພິທີ; ເນັ້ນໜັກວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈສະຫາຍອ້າຍນ້ອງອັນສະໜິດສະໜົມ ແລະການພົວພັນແບບພິເສດລະຫວ່າງສອງປະເທດ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງທີ່ປະຊາຊົນຫວຽດນາມ ອ້າຍນ້ອງບັນລຸໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະບັນລຸເປົ້າໝາຍຮອດປີ 2045, ຫວຽດນາມ ຈະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ໄດ້ຫວນຄືນບັນດາຜົນງານໃນຂົງເຂດຕ່າງໆທີ່ລາວ ບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ ໃນຕະຫຼອດໄລຍະແຫ່ງຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ; ຊີ້ແຈ້ງວ່າ ເຖິງວ່າໃນໄລຍະຜ່ານມາ ສະພາບການຢູ່ພາກພື້ນ ແລະໃນໂລກສືບຕໍ່ຜັນແປຢ່າງວ່ອງໄວ ແລະສັບສົນກໍ່ຕາມ, ແຕ່ສອງພັກ, ສອງລັດສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ໂດຍ: ຈາງຫງວຽນ