ນັບແຕ່ປີ 2020 ມາຮອດປັດຈຸບັນ, ພະແນກກະສິກຳ ແລະພັດທະນາຊົນນະບົດແຂວງເຊີນລາ ໄດ້ແນະນຳດ້ານເຕັກນິກ ແລະໜູນຊ່ວຍເບ້ຍໄມ້ໃຫ້ແກ່ແຂວງຫົວພັນ 17.900 ເບ້ຍ. ຕົ້ນໄມ້ເຫຼົ່ານີ້ພັດທະນາໄດ້ດີ ແລະເລີ່ມໃຫ້ຜົນຜະລິດເກັບກ່ຽວ. ສອງຝ່າຍໄດ້ຈັດກອງປະຊຸມແລກປ່ຽນວຽກງານຕີລາຄາການສົມທົບກັນປົກປັກຮັກສາ ແລະ ພັດທະນາປ່າໄມ້, ການປ້ອງກັນ ແລະຕ້ານໄຟໄໝ້ປ່າຢູ່ເຂດຊາຍແດນແຂວງເຊີນລາ - ຫົວພັນ ໃນປີ 2023.

leftcenterrightdel
ພະແນກກະສິກຳ ແລະພັດທະນາຊົນນະບົດແຂວງເຊີນລາ ເຮັດວຽກກັບຄະນະປະຕິບັດງານພະແນກກະສິກຳ ແລະປ່າໄມ້ແຂວງ ຫົວພັນ, ຫຼວງພະບາງ, ຫຼວງນ້ຳທາ (ສປປ ລາວ). ພາບ: baosonla.org.vn

ພະແນກກະສິກຳ ແລະພັດທະນາຊົນນະບົດແຂວງເຊີນລາ ກັບພະແນກກະສິກຳ ແລະປ່າໄມ້ແຂວງຫຼວງພະບາງ ໄດ້ສົມທົບກັນໄປສຳຫຼວດການປະຕິບັດຮູບແບບການປູກຕົ້ນໄມ້ກິນໝາກ ຢູ່ເມືອງໂພນທອງ ແລະເມືອງນ້ຳບາກ ຂອງແຂວງຫຼວງພະບາງ;  ທາງແຂວງເຊີນລາ ໄດ້ໜູນຊ່ວຍການປະຕິບັດຮູບແບບການປູກໝາກມ່ວງ 10 ເຮັກຕາ ຢູ່ເມືອງໂພນທອງ ແລະປູກໝາກລຳໄຍ10 ເຮັກຕາ ຢູ່ເມືອງນ້ຳບາກ.

leftcenterrightdel
ຄະນະປະຕິບັດງານພະແນກກະສິກຳ ແລະປ່າໄມ້ແຂວງຫຼວງພະບາງ ທີ່ການເຮັດວຽກ. ພາບ: baosonla.org.vn

ສ່ວນທາງແຂວງຫຼວງນ້ຳທາ, ທັງສອງພະແນກ ໄດ້ສົມທົບກັນໄປສຳຫຼວດ ກ່ຽວກັບເງື່ອນໄຂດິນຟ້າອາກາດ ແລະທີ່ດິນຢູ່ເມືອງວຽງພູຄາ, ແຂວງຫຼວງນ້ຳທາ ເພື່ອຄັດເລືອກສະຖານທີ່ຜັນຂະຫຍາຍປະຕິບັດຮູບແບບປູກຕົ້ນໄມ້ກິນໝາກ; ເຫັນດີໃຫ້ແຂວງເຊີນລາ ໜູນຊ່ວຍການປູກໝາກກ້ຽງ 20 ເຮັກຕາ, ໝາກສົ້ມໂອ 5 ເຮັກຕາ ແລະໝາກມ່ວງ 25 ເຮັກຕາ ຢູ່ເມືອງວຽງພູຄາ.

leftcenterrightdel
ການນໍາພະແນກກະສິກຳ ແລະພັດທະນາຊົນນະບົດແຂວງເຊີນລາ  ມອບຂອງຂວັນໃຫ້ພະແນກກະສິກຳ ແລະປ່າໄມ້ ແຂວງຫົວພັນ, ຫຼວງພະບາງ, ຫຼວງນ້ຳທາk. ພາບ: baosonla.org.vn

ກ່າວຄຳເຫັນທີ່ການເຮັດວຽກ, ການນຳພະແນກກະສິກຳ ແລະປ່າໄມ້ແຂວງຫົວພັນ, ຫຼວງພະບາງ, ຫຼວງນ້ຳທາ ປາດຖະໜາຢາກສືບຕໍ່ສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຂົງເຂດກະສິກຳ ແລະປ່າໄມ້; ຈັດຕັ້ງຄະນະປະຕິບັດງານໄປພົບປະ, ແລກປ່ຽນບົດຮຽນ, ຢ້ຽມຢາມຮູບແບບການຜະລິດ, ປະກອບສ່ວນປັບປຸງ, ເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງບັນດາແຂວງຂອງລາວ ກັບແຂວງເຊີນລາ ໃຫ້ນັບມື້ນັບແໜ້ນແຟ້ນ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ທູຈາງ