ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ລົງຢ້ຽມຢາມ, ກວດພະຍາດ, ແຈກຢາ ແລະມອບຂອງຂວັນ 500 ພູດ ໃຫ້ແກ່ປະຊາຊົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນຂອບເຂດຂອງລາຍການ “ງານວາງສະແດງນະຄອນໂຮ່ຈີມິນ ກັບບັນດາແຂວງ, ນະຄອນມິດຕະພາບຢູ່ແຂວງສະຫວັນນະເຂດ ຄັ້ງທີ 4” ໃນປີ 2024.

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່າເຟືອກຖັ໊ງ, ຮອງຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ລາຍການກວດພະຍາດໄດ້ຮັບການຜັນຂະຫຍາຍແມ່ນ ເພື່ອແນໃສ່ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ ແລະຄວາມເອົາໃຈໃສ່ຂອງການນຳ ແລະປະຊາຊົນນະຄອນໂຮ່ຈີມິນ ທີ່ມີຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກທີ່ພວມດໍາລົງຊີວິດຢູ່ແຂວງສະຫວັນນະເຂດຂອງລາວ.

leftcenterrightdel
ຄະນະປະຕິບັດງານດໍາເນີນການກວດພະຍາດ ແລະແຈກຢາໃຫ້ແກ່ປະຊາຊົນຢູ່ລາວ. ພາບ: sggp.org.vn

ໄປພ້ອມກັບການເຄື່ອນໄຫວກວດພະຍາດ, ຄະນະປະຕິບັດງານຍັງໄດ້ແຈ້ງໃຫ້ຊາບກ່ຽວກັບແນວທາງການພົວພັນຕ່າງປະເທດ, ແຜນນະໂຍບາຍກ່ຽວກັບກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະບັນດານະໂຍບາຍຂອງພັກ ແລະລັດ ທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ແຈ້ງໃຫ້ຊາບກ່ຽວກັບຜົນງານທີ່ນະຄອນໂຮ່ຈີມິນ ບັນລຸໄດ້ໃນຊຸມປີຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ, ລະດົມກໍາລັງໃຈຊາວຫວຽດນາມ ທີ່ອາໄສຢູ່ລາວ ໃຫ້ນັບມື້ນັບມີຄວາມສະໜິດແໜ້ນ ແລະອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ໂດຍ: ທູຈາງ