ທີ່ການຕ້ອນຮັບ, ທ່ານ ຫວໍເຕິນດຶກ ໄດ້ແຈ້ງໃຫ້ຄະນະຜູ້ແທນຮັບຊາບບາງຈຸດພົ້ນເດັ່ນຂອງແຂວງດົ່ງນາຍ ໃນການພັດທະນາລວມຂອງຫວຽດນາມ. ຕາມນັ້ນແລ້ວ, ນັບແຕ່ປີ 2011 ເປັນຕົ້ນມາ, ແຂວງດົ່ງນາຍ ໄດ້ສ້າງຕັ້ງການພົວພັນກັບແຂວງຈຳປາສັກ ຂອງລາວ ແລະສອງຝ່າຍໄດ້ມີການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ.

leftcenterrightdel
ທ່ານ ຫວໍເຕິນດຶກ ຜູ້ຮັກສາການປະທານສະພາປະຊາຊົນແຂວງດົ່ງນາຍ ມອບຂອງຂວັນທີ່ລະນຶກໃຫ້ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາຫວຽດນາມ. ພາບ: baodongnai.com.vn

ນອກນີ້, ຢູ່ແຂວງດົ່ງນາຍ ຍັງມີນັກສຶກສາລາວ 42 ຄົນ ໄດ້ຮັບທຶນການສຶກສາຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆ. ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງດົ່ງນາຍ ມີສະມາຊິກກວ່າ 1.400 ຄົນ. ທາງແຂວງກໍ່ໄດ້ຈັດຫຼາຍການເຄື່ອນໄຫວພົບປະແລກປ່ຽນປະຊາຊົນກັບບັນດາທ້ອງຖິ່ນ, ປະຊາຊົນລາວ ແລະນັກສຶກສາລາວ...

ທ່ານ ຫວໍເຕິນດຶກ ປາດຖະໜາວ່າ, ໃນຖານະຕຳແໜ່ງຂອງຕົນ, ທ່ານນາງເອກອັກຄະລັດຖະທູດ  ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ແລະສອງຊາດ, ກໍຄືລະຫວ່າງແຂວງດົ່ງນາຍ ກັບບັນດາທ້ອງຖິ່ນຂອງລາວ.

leftcenterrightdel
ທ່ານ ຫວໍເຕິນດຶກ ຜູ້ຮັກສາການປະທານສະພາປະຊາຊົນແຂວງດົ່ງນາຍ ຖ່າຍຮູບຮ່ວມກັບຄະນະຜູ້ແທນສະຖານທູດລາວ ປະຈໍາ ຫວຽດນາມ. ພາບ: baodongnai.com.vn

ທ່ານນາງ ຄຳເພົາ ເອີນທະວັນ ສະແດງຄວາມຂອບໃຈມາຍັງບັນດາການນຳແຂວງດົ່ງນາຍ ທີ່ໄດ້ໜູນຊ່ວຍບໍາລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດລາວ ໂດຍຜ່ານໂຄງການໜູນຊ່ວຍທຶນການສຶກສາ ໃຫ້ແກ່ຊາວໜຸ່ມລາວ. ໃນວິວັດການປະຕິບັດໜ້າທີ່ຂອງຕົນ, ທ່ານນາງ ຄຳເພົາ ເອີນທະວັນ ຫວັງວ່າຈະໄດ້ຮັບການໜູນຊ່ວຍຈາກການນຳແຂວງ. ໃນຖານະຕໍາແໜ່ງຂອງຕົນ, ທ່ານນາງພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ການຮ່ວມມືລະຫວ່າງແຂວງດົ່ງນາຍ ກັບບັນດາທ້ອງຖິ່ນຂອງລາວ ກໍ່ຄືລະຫວ່າງ ຫວຽດນາມ - ລາວ.

ໂດຍ: ທູຈາງ