ເຂົ້າຮ່ວມພິທີມອບ-ຮັບ ມີທ່ານພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ; ທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ; ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ...

ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ, ທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ມອບລົດໃຫຍ່ຈໍານວນ 20 ຄັນ ແລະລົດຈັກ 30 ຄັນໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອຮັບໃຊ້ເຂົ້າໃນວຽກງານຮັບປະກັນການປ້ອງກັນຄວາມສະຫງົບ ແລະຄວາມປອດໄພໃຫ້ແກ່ການເຄື່ອນໄຫວໃນປີ ທີ່ ລາວ ເປັນປະທານອາຊຽນ 2024.

leftcenterrightdel
ຮູບພາບລົດໃຫຍ່ຈໍານວນໜຶ່ງໃນຈໍານວນ 20 ຄັນ ທີ່ກະຊວງຕໍາຫຼວດຫວຽດນາມ ມອບໃຫ້ລາວ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະບັນດາກອງປະຊຸມປິ່ນອ້ອມຕ່າງໆ.

ທ່ານພົນໂທ ເລືອງຕາມກວາງ ເຊື່ອໝັ້ນວ່າ ດ້ວຍຈິດໃຈແບ່ງປັນ, ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງປະເທດ, ກະຊວງປ້ອງກັນຄວາມສະຫງົບລາວ ຈະນໍາໃຊ້ພາຫະນະທີ່ກະຊວງຕໍາຫຼວດຫວຽດນາມ ຊ່ວຍເຫຼືອໃນຄັ້ງນີ້ໃຫ້ມີປະສິດທິຜົນ, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງປີປະທານອາຊຽນ 2024 ຂອງ ສປປ ລາວ.

ກ່າວຄໍາເຫັນທີ່ພິທີມອບ-ຮັບ, ທ່ານພົນເອກ ວິໄລ ຫຼ້າຄໍາຟອງ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ, ຖືກກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະຄວາມຕ້ອງການດ້ານວິຊາການຂອງກະຊວງປ້ອງກັນຄວາມສະຫງົບລາວ, ສິ່ງດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມພິເສດຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ອີກດ້ວຍ, ເຊິ່ງຍາມໃດກໍຊ່ວຍເຫຼືອກັນດ້ວຍຄວາມຈິງໃຈບົນຈິດໃຈຜົນສໍາເລັດຂອງເພື່ອນ, ໄຊຊະນະຂອງເພື່ອນ ກໍແມ່ນຂອງຕົນເອງ.

ຕາງໜ້າພັກ, ລັດຖະບານ ແລະກໍາລັງປ້ອງກັນຄວາມສະຫງົບລາວ ທຸກຖ້ວນໜ້າ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ກ່າວຄໍາຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ເວົ້າລວມ, ເວົ້າສະເພາແມ່ນກະຊວງຕໍາຫຼວດຫວຽດນາມ ທີ່ຍາມໃດກໍໃຫ້ການໜູນຊ່ວຍ ແລະຮ່ວມເດີນທາງກັບ ລາວ ໃນຕະຫຼອດຊຸມປີເດືອນຜ່ານມາ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ພາຫະນະທີ່ຫວຽດນາມ ຊ່ວຍເຫຼືອໃນຄັ້ງນີ້ໃຫ້ມີປະສິດທິຜົນທີ່ສຸດ.

ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ທ່ານພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ ນໍາໂດຍທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ.

ທີ່ການຕ້ອນຮັບ, ທ່ານພົນເອກ ວິໄລ ຫຼ້າຄໍາຟອງ ຕີລາຄາສູງຕໍ່ການຊ່ວຍເຫຼືອ, ການຮ່ວມມືຂອງກະຊວງຕໍາຫຼວດຫວຽດນາມ ໃນໄລຍະຜ່ານມາ; ປາດຖະໜາວ່າ ກໍາລັງຕໍາຫຼວດຫວຽດນາມ ເວົ້າລວມ,  ເວົ້າສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບຫວຽດນາມ ຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອກໍາລັງຕໍາຫຼວດລາວ ເວົ້າລວມ,  ເວົ້າສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບລາວ ປະຕິບັດສໍາເລັດໜ້າທີ່ໃນປີ 2024 ໃຫ້ເປັນຢ່າງດີ, ຮັບປະກັນຄວາມປອດໄພ 100% ໃຫ້ແກ່ການຈັດຕັ້ງກອງປະຊຸມສາກົນຢູ່ ລາວ ໃນປີີີນີ້.

ສ່ວນທ່ານພົນໂທ ເລືອງຕາມກວາງ ຢັ້ງຢືນວ່າ ກໍາລັງຕໍາຫຼວດປະຊາຊົນຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ ແລະພ້ອມແລ້ວທີ່ຈະຮ່ວມມື, ຊ່ວຍເຫຼືອກໍາລັງປ້ອງກັນຄວາມສະຫງົບລາວ ໃນທຸກກໍລະນີ. ພິເສດ, ກໍາລັງປ້ອງກັນຄວາມສະຫງົບສອງປະເທດ ຈະຮັກສາ ແລະຍົກສູງຄຸນນະພາບວຽກງານແລກປ່ຽນຂໍ້ມູນຂ່າວສານ, ກໍາໄດ້ສະພາບການ, ແລກປ່ຽນບົດຮຽນ, ເຫັນດີເປັນເອກະພາບຕໍ່ການໃຫ້ຂໍ້ສັງເກດ ແລະຕີລາຄາກົນອຸບາຍ, ວິທີເລ່ລ່ຽມຂອງບັນດາອິດທິກໍາລັງປໍລະປັກເພື່ອວາງອອກວິທີຮັບມືທີ່ສອດຄ່ອງກັບແຕ່ລະເປົ້າໝາຍ, ແຕ່ລະບໍລິເວນ ແລະແຕ່ລະໄລຍະຢ່າງລະອຽດ.

ໂດຍ: ໄຊຊະນະ