ສະຫາຍນາງ ຄໍາເພົາ ເອີນທະວັນ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ທີ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ; ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະທັນການເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ແກ່ລາວ ນັບແຕ່ກ່ອນມາຮອດປະຈຸບັນ, ພ້ອມທັງຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ສະຫາຍນາງ ເຈືອງທິມາຍ ເຊື່ອໝັ້ນວ່າ ສະຫາຍນາງເອກອັກຄະລັດຖະທູດ  ຄຳເພົາ ເອີນທະວັນ ຈະປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນລາວ ມອບໝາຍໃຫ້, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ສະຫາຍນາງ ເຈືອງທິມາຍ ຕີລາຄາສູງຕໍ່ບົດບາດສຳຄັນຂອງສະຖານທູດລາວ ປະຈຳຫວຽດນາມ ແລະຫວັງວ່າ ສະຖານທູດລາວ ຈະສືບຕໍ່ເປັນຂົວເຊື່ອມຕໍ່ ເພື່ອຊ່ວຍໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະທ້ອງຖິ່ນຂອງສອງປະເທດເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ, ຊ່ວຍເຫຼືອພ້ອມກັນພັດທະນາ.

leftcenterrightdel
ສະຫາຍນາງ ເຈືອງທິມາຍ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍນາງ ເຈືອງທິມາຍ ຍັງແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ຫວຽດນາມ ໂດຍຫຍໍ້, ໃນນັ້ນມີວຽກງານກໍ່ສ້າງພັກ; ຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະສຳຄັນເຊິ່ງປະຊາຊົນລາວ ບັນລຸໄດ້; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສໍາເລັດ, ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XII ຂອງພັກ, ປະຕິບັດສໍາເລັດບົດບາດໜ້າທີ່ສຳຄັນໃນການເປັນປະທານອາຊຽນ, ປະທານ AIPA ໃນປີ 2024, ປະກອບສ່ວນຍົກສູງຖານະຕໍາແໜ່ງຂອງລາວ ໃນພາກພື້ນ ແລະໃນໂລກ. ສະຫາຍນາງ ເຈືອງທິມາຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງພັກ, ລັດ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ຫວຽດນາມ ນັບແຕ່ກ່ອນຈົນມາຮອດປະຈຸບັນ, ພ້ອມທັງຢືນຢັນວ່າ ຫວຽດນາມ ຈະພ້ອມກັບປະເທດລາວ ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ  ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດຕະຫຼອດໄປ ແລະສົ່ງຕໍ່ໃຫ້ຄົນລຸ້ນຫຼັງ.

ໂດຍ: ທູຈາງ