ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ຫງວຽນວັນທີ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງແທງຮ໊ວາ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານກະຊວງພາຍໃນລາວ ທີ່ມາຢ້ຽມຢາມ ແລະເຮັດວຽກກັບແຂວງແທງຮ໊ວາ.

leftcenterrightdel
ຄະນະຜູ້ແທນຂັ້ນສູງກະຊວງພາຍໃນລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງແທງຮ໊ວາ. ພາບ: ເຈິ່ນແທງ.

ສະຫາຍ ຫງວຽນວັນທີ ເນັ້ນໜັກວ່າ: ແຂວງແທງຮ໊ວາ ແລະຫົວພັນ ເຊິ່ງແມ່ນສອງແຂວງບ້ານໃກ້ເຮືອນຄຽງທີ່ມີຄວາມຕິດພັນກັນຢ່າງເລິກເຊິ່ງ, ແໜ້ນແຟ້ນ; ເຊິ່ງໄດ້ຮັບການຕີລາຄາວ່າ ແມ່ນການພົວພັນທີ່ດີເດັ່ນໃຫ້ການຮ່ວມມືຂັ້ນທ້ອງຖິ່ນລະຫວ່າງສອງປະເທດຈາກສອງພັກ, ສອງລັດ. ສອງຝ່າຍໄດ້ລົງນາມສັນຍາວ່າດ້ວຍການຮ່ວມມືໄລຍະ 5 ປີ ແລະປະຈຳປີ ເພື່ອເປັນພື້ນຖານໃຫ້ການຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດ. ພ້ອມທັງ, ໃນແຕ່ລະປີກໍ່ຕ້ອງປະຕິບັດວຽກງານແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍການເຄື່ອນໄຫວຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ກ່າວຄຳເຫັນທີ່ການພົບປະ, ສະຫາຍ ທອງຈັນ ມະນີໄຊ ໄດ້ສະແດງຄວາມຮູ້ສຶກເຖິງການພົວພັນອັນໃກ້ຊິດສະໜິດສະໜົມກັນມາແຕ່ດົນນານລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະສອງແຂວງ ແທງຮ໊ວາ - ຫົວພັນ. ສະຫາຍ ທອງຈັນ ມະນີໄຊ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງປະເທດຫວຽດນາມ ເວົ້າລວມ ແລະແຂວງແທງຮ໊ວາ ເວົ້າສະເພາະ ເຊິ່ງຍາມໃດກໍ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອ, ໜູນຊ່ວຍປະຊາຊົນ ແລະປະເທດລາວ ໃນຕະຫຼອດໄລຍະຜ່ານມາ.

ເນື່ອງໃນໂອກາດນີ້, ການນຳແຂວງແທງຮ໊ວາ ແລະກະຊວງພາຍໃນລາວ ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ກັນເພື່ອສະແດງນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນທີ່ໝັ້ນແກ່ນ, ສາຍພົວພັນແບບພິເສດ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ” ລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດຫວຽດນາມ ແລະລາວ.

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງແທງຮ໊ວາ, ຄະນະຜູ້ແທນຂັ້ນສູງກະຊວງພາຍໃນລາວ ໄດ້ຊອກຮູ້ ແລະສຳຫຼວດຢູ່ສູນບໍລິຫານລັດ ຂອງແຂວງແທງຮ໊ວາ.

ໂດຍ: ຈາງຫງວຽນ