leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ໃນໄລຍະ 2023 - 2026, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບນຳການຮ່ວມມືຂອງສອງກະຊວງໃຫ້ເຂົ້າສູ່ຄວາມເປັນຈິງ ແລະມີປະສິດທິຜົນກວ່າເກົ່າ. ໃນນັ້ນ, ໄດ້ສະຫຼັບກັນຈັດຕັ້ງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຂອງກະຊວງ ແລະການນຳບັນດາຫົວໜ່ວຍ, ກົມກອງທີ່ຂຶ້ນກັບຂອງສອງກະຊວງ ໂດຍຕິດພັນກັບການຕີລາຄາໝາກຜົນຂອງການຮ່ວມມືປະຈຳປີ; ຈັດຕັ້ງຊຸດຝຶກອົບຮົມໄລຍະສັ້ນໃນຂົງເຂດວຽກງານພາຍໃນ, ສືບຕໍ່ກໍ່ສ້າງນັກສຶກສາລາວ ໃນຂົງເຂດບໍລິຫານລັດ, ການຄຸ້ມຄອງລັດ; ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນ ແລະ ແບ່ງປັນການໜູນຊ່ວຍໂດຍກົງໃນແຕ່ລະຂົງເຂດເຊິ່ງແຕ່ລະຝ່າຍມີທ່າແຮງ; ສົມທົບກັນໃນການສະເໜີໃຫ້ຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະລັດຖະບານຂອງສອງປະເທດຮັບຊາບກ່ຽວກັບໂຄງການຫັນປ່ຽນດີຈີຕອນຂອງກະຊວງພາຍໃນລາວ.

ເນື່ອງໃນໂອກາດນີ້, ສະຫາຍ ນາງ ຟ້າມທິແທງຈ່າ ແລະ ສະຫາຍ ທອງຈັນ ມະນີໄຊ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະ 2023 - 2026 ລະຫວ່າງກະຊວງພາຍໃນຂອງສອງປະເທດ.

ໂດຍ: ຈາງຫງວຽນ