ລະດູແລ້ງ 2022-2023, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດສັງກັດກອງບັນຊາການທະຫານແຂວງຮ່າຕິງ ໄດ້ຊອກຫາ, ແກ້ໄຂ 35 ຂໍ້ມູນດ້ວຍ 90 ຫຼຸມສົບທີ່ກ່ຽວຂ້ອງເຖິງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍເສຍຫຼະຊີວິດໃນປາງສົງຄາມຢູ່ລາວ.

leftcenterrightdel
ພິທີຕ້ອນຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 10 ຊຸດ ຢູ່ດ່ານສາກົນເກົ່າແຈວ ໂດຍຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງຮ່າຕິງ ຈັດຕັ້ງ. ພາບ: baohatinh.vn

ຜ່ານນັ້ນ, ກອງ ທ້ອນໂຮມໄດ້ 10 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງບໍລິຄໍາໄຊ  ແລະນະຄອນຫຼວງວຽງຈັນ. ບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຍັງບໍ່ທັນກຳນົດຊື່ ແລະນາມສະກຸນໄດ້ເທື່ອ.

ທີ່ພິທີ, ການນໍານະຄອນຫຼວງວຽງຈັນ, ແຂວງບໍລິຄໍາໄຊ ແລະຮ່າຕິງ, ບັນດາກໍາລັງປະກອບອາວຸດ, ອໍານາດການປົກຄອງເມືອງເຮືອງເຊີນ ໄດ້ຖະຫວາຍທູບທຽນອາໄລຫາ, ສະແດງຄວາມໂສກເສົ້າເສຍດາຍ ແລະຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຕໍ່ສູ້, ເສຍສະຫຼະໃຫ້ພາລະກິດປະຕິວັດ, ເພື່ອເອກະລາດ ອິດສະຫຼະພາບຂອງ 2 ປະເທດ, ເພື່ອໜ້າທີ່ສາກົນອັນສູງສົ່ງ.

ພາຍຫຼັງພິທີມອບ-ຮັບ, ອັດຖິບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຈະໄດ້ສົ່ງຈາກດ່ານສາກົນເກົ່າແຈວ ໄປເທບສະບານໄຕເຊີນ (ເຮືອງເຊີນ) ເພື່ອຈັດຕັ້ງໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນຖະຫວາຍທູບທຽນອາໄລຫາຢູ່ທີ່ນີ້. ຕໍ່ຈາກນັ້ນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ສົ່ງໄປສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເນີ່ມ.

ໂດຍ: ໄຊນີດາ