ແຂວງຮ່າຕິ້ງ ແລະແຂວງບໍລິຄຳໄຊ ສືບຕໍ່ສົມທົບກັນຊອກຫາອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 21 ພຶດສະພາ, ຢູ່ແຂວງບໍລິຄຳໄຊ (ສປປ ລາວ), ຄະນະປະຕິບັດງານແຂວງຮ່າຕິ້ງ ແລະຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ໄດ້ຈັດຕັ້ງກອງປະຊຸມພົບປະ, ຕີລາຄາການເຄື່ອນໄຫວຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ.
ທີ່ກອງປະຊຸມພົບປະ, ບັນດາຜູ້ແທນຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນໃນການເຄື່ອນໄຫວຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ໃນແຕ່ລະປີ, ບັນດາທ້ອງຖິ່ນໄດ້ຈັດຕັ້ງພິທີມອບ-ຮັບ, ເຄື່ອນຍ້າຍ ແລະສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນຫວຽດນາມ ຢ່າງລອບຄອບຖີ່ຖ້ວນ, ເຄັ່ງຂຶມ, ສອດຄ່ອງກັບມູນເຊື້ອຮິດຄອງປະເພນີຂອງສອງປະເທດ, ເຕັມໄປດ້ວຍນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ.
    |
 |
ບັນຍາກາດທີ່ກອງປະຊຸມພົບປະ. ພາບ: baohatinh.vn. |
ຈາກບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ບົນພື້ນຖານບັນດາເນື້ອໃນທີ່ປຶກສາຫາລື, ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະລົງນາມຂໍ້ຕົກລົງບັນດາເນື້ອໃນສົມທົບກັນໃນການຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ ໃນລະດູແລ້ງປີ 2023-2024.
ໃນໄລຍະຈະມາເຖິງ, ແຜນນະໂຍບາຍຂອງພັກ ແລະລັດຖະບານສອງປະເທດ ແມ່ນສືບຕໍ່ປະຕິບັດວຽກງານຊອກຫາ, ຮີບໂຮມ ແລະສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະກັບຄືນປະເທດຫວຽດນາມ. ນີ້ແມ່ນໜ້າທີ່ການເມືອງສຳຄັນ, ສະນັ້ນ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ກອງຮີບໂຮມສອງແຂວງຄວນມານະພະຍາຍາມ, ມີຄວາມຕັດສິນໃຈສູງກວ່າອີກ ເພື່ອປະຕິບັດບັນດາເນື້ອໃນສົມທົບກັນທີ່ໄດ້ເຫັນດີເປັນເອກະພາບໃນກອງປະຊຸມພົບປະ, ຊອກຫາ, ຮີບໂຮມ ແລະສົ່ງບັນດາອັດຖິທີ່ຍັງເຫຼືອກັບຄືນປະເທດໂດຍໄວ.
ໂດຍ: ຈາງຫງວຽນ