ໂຮງຮຽນສອງພາສາ ລາວ-ຫວຽດນາມ ສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ
ກປ.ອອນໄລ - ໂດຍຕອບສະໜອງການເຄື່ອນໄຫວສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19/5/1890 – 19/05/2023), ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່.
ທີ່ພິທີ, ສະຫາຍນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ອ່ານບົດປາໄສສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ເພື່ອຊ່ວຍໃຫ້ພວກນ້ອງນັກຮຽນຫວນຄືນ ແລະມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊີວິດ ແລະພາລະກິດຂອງເພິ່ນ. ພ້ອມກັນນັ້ນກໍ່ປູກຝັງນ້ຳໃຈຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດໃຫ້ຄົນຮຸ່ນໜຸ່ມ, ຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ.
    |
 |
ນັກຮຽນຂອງໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ສະແດງສິລະປະທີ່ພິທີ. ພາບ: vov.vn |
ຕາມສະຫາຍນາງ ສີວັນເຮືອງ ເພັງຄໍາໄມ ແລ້ວ, ທາງໂຮງຮຽນໄດ້ຈັດການແຂ່ງຂັນຫຼາຍຢ່າງ, ຄື: ຂຽນບົດໜັງສືພິມ, ຂຽນບົດກະວີ ເພື່ອໃຫ້ພວກນ້ອງນັກຮຽນມີໂອກາດໄດ້ຮຽນຮູ້ກ່ຽວກັບປະຫວັດຫຍໍ້ ແລະວິວັດການເຄື່ອນໄຫວປະຕິວັດຂອງລຸງໂຮ່. ຜ່ານສິ່ງດັ່ງກ່າວນັ້ນໄດ້ຊ່ວຍໃຫ້ພວກນ້ອງມີຄວາມມານະພະຍາຍາມຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ແບບຢ່າງຄຸນສົມບັດປະຕິວັດຂອງປະທານໂຮ່ຈີມິນ ໃຫ້ຫຼາຍກວ່າອີກ.
ທີ່ພິທີ, ຄະນະຈັດຕັ້ງ ໄດ້ມອບທຶນການສຶກສາ 50 ທຶນ ຂອງບໍລິສັດ Star Telecom ແລະ 5 ທຶນ ຂອງສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ໃຫ້ນັກຮຽນດີເດັ່ນ ແລະນັກຮຽນປະສົບກັບຄວາມຫຍຸ້ງຍາກ.
ໂດຍ: ທູຈາງ