ຕາມສະຫາຍ ບຸ່ຍດິ່ງລອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ - ຫົວໜ່ວຍທີ່ລັດຖະບານຫວຽດນາມ ມອບໝາຍໃຫ້ເປັນເຈົ້າຂອງໂຄງການຝ່າຍຫວຽດນາມ ແລ້ວ, ໂຄງການມີຍອດເງິນລົງທຶນກໍ່ສ້າງທັງໝົດກວ່າ 497 ຕື້ດົ່ງ, ໄດ້ຮັບການປະຕິບັດຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ສະຫງວນໃຫ້ແກ່ລັດຖະບານລາວ ສໍາລັບເປົ້າໝາຍກໍ່ສ້າງໂຮງໝໍມິດຕະພາບລາວ-ຫວຽດນາມ ຫຼັງໃໝ່ຢູ່ແຂວງຊຽງຂວາງ ຂະໜາດບັນຈຸ 200 ຕຽງ ເພື່ອທົດແທນໃຫ້ໂຮງໝໍຫຼັງເກົ່າຂອງແຂວງ, ມີພື້ນຖານໂຄງລ່າງທີ່ເໝາະສົມ, ເຕັກໂນໂລຢີ ແລະອຸປະກອນການແພດທີ່ທັນສະໄໝ, ປະກອບສ່ວນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃຫ້ແກ່ການກວດ, ປິ່ນປົວພະຍາດໃຫ້ປະຊາຊົນແຂວງຊຽງຂວາງ ແລະບັນດາແຂວງໃກ້ຄຽງຂອງລາວ.

leftcenterrightdel
ພິທີຕັດແຖບຜ້າເປີດນໍາໃຊ້ໂຄງການກໍ່ສ້າງໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຊຽງຂວາງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ສະຫາຍ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ຮອງປະທານຜູ້ປະຈໍາການຄະນະກຳມະການຮ່ວມມື ຫວຽດນາມ-ລາວ ເນັ້ນໜັກວ່າ ການສຳເລັດ ແລະມອບໂຄງການດັ່ງກ່າວໄດ້ຢືນຢັນຄວາມຕັດສິນໃຈທາງດ້ານການເມືອງຂອງລັດຖະບານສອງປະເທດໃນການແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງ, ສ້າງການພັດທະນາບຸກທະລຸເພື່ອຊຸກຍູ້ຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເສດຖະກິດຈຸດສຸຸມ, ຍຸດທະສາດລະຫວ່າງສອງປະເທດ.

leftcenterrightdel
ໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຊຽງຂວາງຫຼັງໃໝ່. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າໃຫ້ຄະນະພັກແຂວງ, ອໍານາດການປົກຄອງ ແລະປະຊາຊົນແຂວງຊຽງຂວາງ ຮັບເອົາໂຄງການດັ່ງກ່າວ, ສະຫາຍ ສີວິໄລ ແສງຈະເລີນ, ຮອງເຈົ້າແຂວງໆຊຽງຂວາງ ຢືນຢັນວ່າ: ການເປີດສະຫຼອງ ແລະນໍາໃຊ້ໂຮງໝໍຫຼັງດັ່ງກ່າວນີ້ໄດ້ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະຊາຊົນ; ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍໂຮງໝໍເຄື່ອນໄຫວຢ່າງມີປະສິດທິຜົນ, ຜ່ານນັ້ນຊ່ວຍເຫຼືອປະຊາຊົນຢູ່ແຂວງຊຽງຂວາງ ແລະແຂວງໃກ້ຄຽງໄດ້ຮັບການຮັກສາສຸຂະພາບເປັນຢ່າງດີກວ່າເກົ່າ.

ໂດຍ: ຈາງຫງວຽນ