ເຂົ້າຮ່ວມເຫດການມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ; ຜູ້ຕາງໜ້າຄະນະອໍານວຍການໂຮງຮຽນ ພ້ອມດ້ວຍຄູອາຈານໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ.

leftcenterrightdel
ທ່ານນາງ ຫວູຕູອວງ ທີ່ປຶກສາຜູ້ປະຈໍາການປະຊາຄົມສະຖານທູດຫວຽດນາມ ປະຈໍາ ລາວ ມອບເງິນໜູນຊ່ວຍ ໃຫ້ຄູອາຈານໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ຜູ້ຕາງໜ້າສະຖານທູດຫວຽດນາມ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ມອບຂອງຂວັນ 70 ພູດ, ພູດລະ 360 ໂດລາສະຫະລັດ ໃຫ້ບັນດາຄູອາຈານໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ.

ກ່າວຄໍາເຫັນທີ່ພິທີ, ຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດ ຫງວຽນຢູ ໄດ້ສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈຕໍ່ຂອງຂວັນທີ່ເຕັມໄປດ້ວຍອາລົມຈິດ ຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ທີ່ມອບໃຫ້ຄູອາຈານໂຮງຮຽນ; ຢັ້ງຢືນວ່ານີ້ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະລັດຖະບານຫວຽດນາມ ຕໍ່ພາລະກິດການສຶກສາ.

ຜູ້ອໍານວຍການໂຮງຮຽນສອງພາສາລາວ - ຫວຽດ ຫງວຽນຢູ ຖືວ່ານີ້ແມ່ນແຫຼ່ງລະດົມກໍາລັງໃຈ, ແມ່ນກໍາລັງໜູນຊ່ວຍໃຫ້ຄູອາຈານໂຮງຮຽນ ຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນສົກຮຽນ 2022-2023 ຢ່າງມີໄຊ, ປະຕິບັດຄໍາຂວັນສອນດີ-ຮຽນເກັ່ງ, ກໍ່ສ້າງໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ໃຫ້ເປັນໂຮງຮຽນແບບຢ່າງ,  ທີ່ໄວ້ເນື້ອເຊື່ອໃຈເພື່ອໃຫ້ພໍ່ແມ່ນັກຮຽນມີຄວາມອຸ່ນອຽນໃຈ.

ປະຈຸບັນ, ໂຮງຮຽນມີນັກຮຽນກວ່າ 1.000 ຄົນ, ລວມມີຫ້ອງຮຽນອະນຸບານ, ປະຖົມ ແລະມັດທະຍົມ, ເຊິ່ງສິດສອນຕາມຫຼັກສູດການສຶກສາຂອງກະຊວງສຶກສາທິການ ແລະກິລາລາວ.

ໂດຍ: ໄຊນີດາ