ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບບັນດາສະຫາຍການນໍາແຂວງເຊີນລາ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ສະຫາຍ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ໄດ້ສົ່ງຄໍາພອນໄຊອັນປະເສີດມາຍັງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງເຊີນລາ ທຸກຖ້ວນໜ້າ.

leftcenterrightdel
ຄະນະຜູ້ແທນແຂວງໄຊສົມບູນ ອວຍພອນປີໃໝ່ແຂວງເຊີນລາ. ພາບ: baosonla.org.vn

ຂອບໃຈການຢ້ຽມຢາມ, ອວຍພອນບຸນປີໃໝ່ຂອງຄະນະຜູ້ແທນແຂວງໄຊສົມບູນ, ສະຫາຍ ລໍມິງຮຸ່ງ ຮອງເລຂາພັກຜູ້ປະຈໍາການແຂວງເຊີນລາ ປາດຖະໜາຢາກໃຫ້ສອງແຂວງ ສືບຕໍ່ຍູ້ແຮງການພົວພັນຮ່ວມມືຮອບດ້ານໃນບັນດາຂົງເຂດເພື່ອຮັກສາ, ປັບປຸງ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ, ລະຫວ່າງແຂວງເຊີນລາ ແລະໄຊສົມບູນ ຢ່າງເລິກເຊິ່ງກວ້າງຂວາງ, ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

ຕອນບ່າຍວັນທີ 13 ມັງກອນ, ທີ່ນະຄອນວິງ, ການນໍາແຂວງໄຊສົມບູນ, ລາວ ນໍາໂດຍສະຫາຍ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໆໄຊສົມບູນ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງເງະອານ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023.

leftcenterrightdel
ຄະນະຜູ້ແທນແຂວງໄຊສົມບູນ ອວຍພອນປີໃໝ່ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງເງະອານ. ພາບ: ແທ່ງຢຸຍ.

ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຂໍ່ານັບຮັບຕ້ອນບຸນປີໃໝ່ປະຈໍາຊາດ ປີເຖາະ 2023, ສະຫາຍ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໆໄຊສົມບູນ ໄດ້ສົ່ງຄໍາອວຍພອນບຸນປີໃໝ່ຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງໄຊສົມບູນ ມາຍັງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງເງະອານ; ອວຍພອນແຂວງສືບຕໍ່ບັນລຸໄດ້ໄຊຊະນະອັນໃຫຍ່ຫຼວງກວ່າເກົ່າພາລະກິດສ້າງສາ ແລະພັດທະນາບ້ານເກີດເມືອງນອນ, ປະເທດຊາດ. ສະຫາຍ ຕົ່ງມົວ ຊົວໂກ້ ເຊື່ອໝັ້ນວ່າໃນຊຸມປີຈະມາເຖິງ, ການພົວພັນຮ່ວມມືລະຫວ່າງສອງແຂວງ ຈະສືບຕໍ່ພັດທະນາໃນຫຼາຍຂົງເຂດ.

ຕາງໜ້າການນໍາແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ບຸ່ຍດີ່ງລອງ ໄດ້ກ່າວສະແດງຄໍາຂອບໃຈມາຍັງສະຫາຍ ຕົ່ງມົວ ຊົວໂກ້ ແລະຄະນະປະຕິບັດງານ; ສະຫາຍ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງແຂວງ ຈະໄດ້ຮັບການເພີ່ມທະວີໃນບັນດາຂົງເຂດກວ່າອີກ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ມັງກອນ, ຄະນະຜູ້ແທນແຂວງຫົວພັນ, ລາວ ນໍາໂດຍ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະອວຍພອນບຸນປີໃໝ່ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຮວ່າບິ່ງ.

leftcenterrightdel
ຄະນະປະຕິບັດງານແຂວງຫົວພັນ ຖ່າຍຮູບເປັນທີ່ລະນຶກພ້ອມກັບການນໍາແຂວງຮວ່າບິ່ງ. ພາບ: ເຈິ່ນຮາວ.

ທີ່ການຕ້ອນຮັບ, ສະຫາຍ ບຸ່ຍດຶກຮິງ ຮອງເລຂາພັກຜູ້ປະຈໍາການແຂວງຮວ່າບິ່ງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະປະຕິບັດງານແຂວງຫົວພັນ ມາຢ້ຽມຢາມ ແລະອວຍພອນບຸນເຕັດແຂວງຮວ່າບິ່ງ.

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ນ້ຳໃຈສາມັກຄີ, ສະຫາຍ ເພີດ ມາປັນຍາ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ, ພ້ອມກັບມູນເຊື້ອການປະຕິວັດ, ຄວາມດຸໝັ່ນຂະຫຍັນພຽນ ແລະພິລະອາດຫານຂອງປະຊາຊົນ, ໃນຊຸມປີຈະມາເຖິງ, ແຂວງຮວ່າບິ່ງ ເວົ້າສະເພາະ ແລະປະເທດຫວຽດນາມ ເວົ້າລວມ ຈະສືບຕໍ່ຍາດໄດ້ຫຼາຍຜົນງານອັນໃຫຍ່ຫຼວງກວ່າອີກ. ພິເສດ, ເລື່ອງສອງແຂວງ ເພີ່ມທະວີເປີດກວ້າງການຮ່ວມມືໃນທຸກຂົງເຂດ, ພົບປະແລກປ່ຽນວັດທະນະທໍາ, ແລກປ່ຽນຂໍ້ມູນຂ່າວສານ, ມີຫຼາຍການເຄື່ອນໄຫວຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງແທດຈິງນັ້ນ, ໄດ້ປະກອບສ່ວນປັບປຸງນໍ້າໃຈສາມັກຄີມິດຕະພາບ, ນັບມື້ນັບຮັດແໜ້ນການພົວພັນອັນຍິ່ງໃຫຍ່ຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ອວຍພອນໃຫ້ສາຍພົວພັນມິດຕະພາບນີ້ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ເກື່ອງດັ້ງ