ຫວຽດນາມ ແລະລາວ ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ
ກປ.ອອນໄລ - ຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ 2023.
ກອງປະຊຸມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ເພື່ອແນໃສ່ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ກາຍເປັນເສົາຄ້ຳໜຶ່ງໃນການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນ ແລະວິສາຫະກິດສອງປະເທດ.
    |
 |
ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: vov.vn |
ກ່ຽວກັບການລົງທຶນຂອງຫວຽດນາມ ຢູ່ລາວ, ມາຮອດປັດຈຸບັນ, ຍອດເງິນລົງທຶນຈົດທະບຽນ ຢູ່ ລາວ ບັນລຸເກືອບ 5,34 ຕື້ໂດລາສະຫະລັດ. ຫວຽດນາມ ຍາມໃດກໍ່ນອນໃນບັນດາປະເທດລົງທຶນໂດຍກົງຫຼາຍທີ່ສຸດຢູ່ລາວ. ມີຫຼາຍໂຄງການຂອງວິສາຫະກິດຫວຽດນາມ ທີ່ເຄື່ອນໄຫວດຳເນີນທຸລະກິດເປັນຢ່າງດີ, ຕັ້ງໜ້າປະກອບສ່ວນຫຼາຍດ້ານໃຫ້ເສດຖະກິດ - ສັງຄົມລາວ.
    |
 |
ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: vov.vn |
ທີ່ກອງປະຊຸມ, ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີບັນດານັກລົງທຶນ, ວິສາຫະກິດຫວຽດນາມ ແລະລາວ ສຸມກຳລັງ, ຍູ້ໄວການປະຕິບັດບັນດາໂຄງການລົງທຶນ, ພ້ອມທັງຍົກສູງຄວາມຮັບຜິດຊອບສັງຄົມຕໍ່ຊຸມຊົນ, ສ້າງວຽກເຮັດງານທຳ ແລະລາຍຮັບເປັນປົກກະຕິໃຫ້ປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ ແລະປະຕິບັດນະໂຍບາຍສະຫວັດດີການສັງຄົມ, ກົມກຽວຜົນປະໂຫຍດລະຫວ່າງລັດ, ປະຊາຊົນ ແລະວິສາຫະກິດ.
ໂດຍ: ທະນາພອນ