ການພົບປະເຈລະຈາລະຫວ່າງແນວໂຮມແຂວງຮ່າຕິ້ງ ແລະແຂວງຄໍາມ່ວນ
ກປ.ອອນໄລ - ຕອນບ່າຍວັນທີ 20 ກັນຍາ, ຢູ່ນະຄອນຮ່າຕິ້ງ ໄດ້ດຳເນີນການພົບປະເຈລະຈາລະຫວ່າງຄະນະຜູ້ແທນຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງຮ່າຕິ້ງ ກັບຄະນະກໍາມະການແນວລາວສ້າງຊາດແຂວງຄໍາມ່ວນ, ປະເທດລາວ.
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງແຂວງ, ສອງປະເທດເວົ້າລວມ ແລະແນວໂຮມສອງແຂວງເວົ້າສະເພາະ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: daidoanket.vn |
ທ່ານ ທ໊າຍຫງອັກຫ໋າຍ ຮອງປະທານຜູ້ປະຈຳການຄະນະກໍາມະການແນວໂຮມປະເທດຊາດ ແຂວງຮ່າຕິ້ງ ໃຫ້ຮູ້ວ່າ ໝາກຜົນແຫ່ງການປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງຮ່າຕິ້ງ ກັບຄະນະກໍາມະການແນວລາວສ້າງຊາດ ແຂວງຄໍາມ່ວນ ເຊິ່ງລົງນາມຢູ່ແຂວງຮ່າຕິ້ງ ໃນປີ 2018 ໄດ້ສະແດງໃຫ້ເຫັນວ່າ, ແນວໂຮມສອງແຂວງຮ່າຕິ້ງ ແລະແຂວງຄໍາມ່ວນ ໄດ້ປະຕິບັດບັນດາເນື້ອໃນທີ່ໄດ້ວາງອອກເປັນຢ່າງດີ.
    |
 |
ຜູ້ແທນສອງແຂວງ ປຶກສາຫາລື, ເຫັນດີເປັນເອກະພາບຫຼາຍເນື້ອໃນສໍາຄັນ. ພາບ: daidoanket.vn |
ຄະນະກໍາມະການແນວໂຮມປະເທດຊາດ ແຂວງຮ່າຕິ້ງ ສົມທົບກັບກຳລັງຕຳຫຼວດ, ການທະຫານ, ທະຫານຊາຍແດນ ສຸມໃສ່ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ ແລະສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນແຫ່ງຊາດ ຫວຽດນາມ-ລາວ.
ແຂວງຮ່າຕິ້ງ ໄດ້ຮັບມອບໝາຍຈາກລັດຖະບານ ເປັນເຈົ້າຂອງໂຄງການ “ກໍ່ສ້າງລະບົບຊົນລະປະທານຢູ່ເມືອງໜອງບົກ, ແຂວງຄຳມ່ວນ, ປະເທດລາວ ດ້ວຍແຫຼ່ງທຶນໂດຍລັດຖະບານຫວຽດນາມ ຊ່ວຍເຫຼືອໃຫ້ລັດຖະບານລາວ. ປະຈຸບັນ, ໂຄງການດັ່ງກ່າວພວມຢູ່ໃນໄລຍະກໍ່ສ້າງ, ຄາດຄະເນວ່າ ຈະມອບຮັບ ແລະເປີດນຳໃຊ້ໃນປີ 2023, ຖືກຕາມເນື້ອໃນຂອງຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານລາວ ກ່ຽວກັບກົດລະບຽບດ້ານການເງິນ ແລະການຄຸ້ມຄອງນຳໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ.
    |
 |
ການນຳສອງແຂວງ ລົງນາມໃນບົດບັນທຶກຊ່ວຍຈໍາ ໄລຍະ 2022-2024. ພາບ: daidoanket.vn |
ທີ່ການພົບປະເຈລະຈາ, ຜູ້ແທນຂອງສອງແຂວງ ໄດ້ປຶກສາຫາລືບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະປະຕິບັດບົດບັນທຶກຊ່ວຍຈໍາ ແລະຍົກອອກບັນດາເນື້ອໃນເພື່ອສຸມໃສ່ຈົດຈຳໄວ້, ປະຕິບັດໃນໄລຍະໃໝ່. ໃນໄລຍະ 2022-2024, ການນຳແນວໂຮມສອງແຂວງ ເຫັນດີເປັນເອກະພາບນຳເຂົ້າບົດບັນທຶກຊ່ວຍຈໍາສະບັບນີ້ 6 ເນື້ອໃນຈຸດສຸມເພື່ອພ້ອມກັນປະຕິບັດ.
ໂດຍ: ເຈິ່ນຮວ່ຽນ