ເຂົ້າຮ່ວມການພົບປະມີ: ສະຫາຍ ອະນຸພາບ ຕຸນາລົມ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ; ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ; ສະຫາຍ ຫງວຽນງອັກຕ໊ວນ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຮ່າໂນ້ຍ, ພ້ອມກັບຜູ້ຕາງໜ້າການນຳບັນດາຄະນະ, ພະແນກ, ຂະແໜງການ, ທ້ອງຖິ່ນຂອງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ.

leftcenterrightdel
ສະຫາຍ ຫງວຽນງອັກຕ໊ວນ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຮ່າໂນ້ຍ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການພົບປະ, ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ພາຍໃຕ້ການນຳພາຂອງອົງຄະນະພັກ, ອຳນາດການປົກຄອງສອງນະຄອນຫຼວງ, ໃນເງື່ອນໄຂຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນຜົນສະທ້ອນຈາກພະຍາດໂຄວິດ-19, ແຕ່ສອງນະຄອນຫຼວງ ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງໃນທຸກດ້ານ, ຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ. ພິເສດ, ການພົບປະໄດ້ດຳເນີນໃນສະພາບການທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຮ່ວມກັນຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 - 5/9/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ (18/7/1977 - 18/7/2022) ປະສົບຜົນສຳເລັດ. ນັ້ນແມ່ນບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ໄດ້ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງລັດ ກໍ່ຄືການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ. ການພົບປະແມ່ນໂອກາດເພື່ອແລກປ່ຽນບົດຮຽນໃນການຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ.

ສະຫາຍ ຫງວຽນງອັກຕ໊ວນ ເນັ້ນໜັກວ່າ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ເຄົາລົບ, ເອກອ້າງທະນົງໃຈ ແລະມານະພະຍາຍາມເພື່ອປັບປຸງ, ພັດທະນາການພົວພັນພິເສດ, ບໍລິສຸດຜຸດຜ່ອງກັບພັກປະຊາຊົນປະຕິວັດລາວ ແລະປະຊາຊົນລາວ ກໍ່ຄືຕໍ່ກັບອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນ ຂອງລາວ, ພິເສດແມ່ນນະຄອນຫຼວງວຽງຈັນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສຳນັກຂ່າວສານຫວຽດນາມ.

ເພື່ອໃຫ້ການເຄື່ອນໄຫວຮ່ວມມືລະຫວ່າງສະພາປະຊາຊົນສອງນະຄອນຫຼວງ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ສະຫາຍ ຫງວຽນງອັກຕ໊ວນ ສະເໜີສອງຝ່າຍພິຈາລະນາທິດທາງຮ່ວມມື, ຄື: ສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນລະຫວ່າງສອງຝ່າຍ; ຄົ້ນຄວ້າ, ຜັນຂະຫຍາຍບັນດາຮູບການ, ກົນໄກແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນໃນວຽກງານທຸກດ້ານ, ຄື: ສ້າງເອກະສານນິຕິກຳ, ວຽກງານຕິດຕາມກວດກາ ແລະຕັດສິນບັນດາບັນຫາສຳຄັນຂອງນະຄອນ ແລະການເຄື່ອນໄຫວອື່ນຕາມພາລະບົດບາດ, ໜ້າທີ່, ສິດອຳນາດເພື່ອຈາກນັ້ນ, ແລກປ່ຽນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງນະຄອນຫຼວງ ແລະປະເທດຊາດ ກໍ່ຄືການພົວພັນຮ່ວມມືສອງຝ່າຍ; ພິຈາລະນາຄວາມສາມາດໜູນຊ່ວຍກັນໃນວຽກງານບຳລຸງສ້າງພະນັກງານ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ.

leftcenterrightdel
ສະຫາຍ ອະນຸພາບ ຕຸນາລົມ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ກ່າວຄຳເຫັນ. ພາບ: ສຳນັກຂ່າວສານຫວຽດນາມ.

ເພື່ອການເຄື່ອນໄຫວຮ່ວມມືມີເນື້ອແທ້, ປະສິດທິຜົນ, ເຂົ້າສູ່ລວງເລິກ, ສອງຝ່າຍໄດ້ເຫັນດີເປັນເອກະພາບ, ໃນໄລຍະຈະມາເຖິງ ຈະເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງສອງຝ່າຍ. ສອງຝ່າຍສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍບັນດາຮູບການ, ກົນໄກແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນໃນບັນດາວຽກງານທຸກດ້ານ, ຄື: ສ້າງເອກະສານນິຕິກຳ, ວຽກງານຕິດຕາມກວດກາ ແລະຕັດສິນບັນດາບັນຫາສຳຄັນຂອງນະຄອນ ແລະການເຄື່ອນໄຫວອື່ນໆຕາມພາລະບົດບາດ, ໜ້າທີ່, ສິດອຳນາດເພື່ອຈາກນັ້ນ, ແລກປ່ຽນ, ແບ່ງປັນ, ຊ່ວຍເຫຼືອກັນ, ຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງສອງນະຄອນຫຼວງ ແລະສອງປະເທດ.

ໂດຍ: ສົມເພັດ