leftcenterrightdel
 ສະຫາຍ ດິງຕ໊ຽນຢູງ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: laodongthudo.vn

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ສະຫາຍ ດິງຕ໊ຽນຢູງ, ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ຕີລາຄາສູງເປັນພິເສດຕໍ່ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງອົງຄະນະພັກ, ອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ ແລະອົງຄະນະພັກ, ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄລຍະ 2022-2025 ທີ່ໄດ້ລົງນາມໃນເດືອນເມສາ 2022. ສະຫາຍ ດິງຕ໊ຽນຢູງ ໃຫ້ຮູ້ວ່າ ພາຍຫຼັງພິທີລົງນາມ, ຄະນະພັກນະຄອນຮ່າໂນ້ຍ ໄດ້ສຸມໃສ່ຊີ້ນຳນໍາພາບັນດາອົງການ, ຄະນະ, ຂະແໜງການ, ເມືອງ, ເທດສະບານສັງກັດນະຄອນ ຊາບຊຶມ, ຄົ້ນຄວ້າ ແລະສ້າງແຜນການຜັນຂະຫຍາຍບັນດາເນື້ອໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງນະຄອນຫຼວງເພື່ອຮັບປະກັນຢ່າງແທດຈິງ ແລະມີປະສິດທິຜົນ.

ສືບຕໍ່ທ່າສະດວກດັ່ງກ່າວ, ເພື່ອໃຫ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງສອງນະຄອນຫຼວງ, ສະຫາຍ ດິງຕ໊ຽນຢູງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ, ການພົວພັນຕ່າງປະເທດໃນທຸກຂັ້ນ; ຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິລະຫວ່າງບັນດາອົງການ, ກົມກອງ.

leftcenterrightdel
 ສະຫາຍ ອະນຸພາບ ຕຸນາລົມ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: laodongthudo.vn

ສ່ວນສະຫາຍ ອະນຸພາບ ຕຸນາລົມ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເນັ້ນໜັກວ່າ ນີ້ແມ່ນພື້ນຖານໃນການພັດທະນາການພົວພັນຄູ່ຮ່ວມມືຖືກຕ້ອງຕາມແນວທາງການຕ່າງປະເທດຂອງສອງພັກ, ສອງລັດໃນທຸກຂົງເຂດ.

leftcenterrightdel
ພິທີລົງນາມໃນການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ. ພາບ: laodongthudo.vn

ສິ້ນສຸດການພົບປະເຈລະຈາ, ສະຫາຍ ດິງຕ໊ຽນຢູງ ຕັ້ງຄວາມຫວັງວ່າ ຜົນງານຂອງການພົບປະເຈລະຈາຈະແມ່ນບາດກ້າວບຸກທະລຸໃຫ້ແກ່ການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນນະຄອນຫຼວງວຽງຈັນ ຄັ້ງນີ້ບັນລຸໄດ້ໝາກຜົນດີງາມທີ່ສຸດ, ເປັນການປະກອບສ່ວນສີສັນສົດໃສເຂົ້າໃນຮູບພາບສັງລວມຂອງປີສາມັກຄີ, ມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ຕື່ມອີກ.

ໂດຍ: ເຈິ່ນຮວ່ຽນ