ທີ່ການເຮັດວຽກ, ບົນຈິດໃຈສາມັກຄີມິດຕະພາບ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາປະເພດຕ່າງໆ, ພິເສດແມ່ນອາດຊະຍາກໍາຄ້າຂາຍ, ເຊື່ອງໄວ້, ນໍາໃຊ້ຢາເສບຕິດປະເພດຕ່າງໆ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ວັນລີ້້.

ໃນໄລຍະຜ່ານມາ, ອະທິປະໄຕຊາຍແດນແຫ່ງຊາດສອງຝ່າຍໄດ້ຮັບການຮັກສາ, ຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງແຂວງກອນຕຸມ ແລະແຂວງອັດຕະປື ຍາມໃດກໍ່ໄດ້ມີສະຖຽນລະພາບ. ກໍາລັງປ້ອງກັນຊາຍແດນສອງຝ່າຍ ສືບຕໍ່ຮັກສາສາຍພົວພັນສາມັກຄີມິດຕະພາບແບບພິເສດ, ການສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມ, ຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງແຕ່ລະຝ່າຍຢ່າງທັນການ...

ເຖິງວ່າໃນ 2 ປີກວ່າທີ່ຜ່ານມາ, ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບບໍ່ໜ້ອຍເຖິງວຽກງານສົມທົບກັນຂອງສອງກໍາລັງ, ແຕ່ສອງຝ່າຍຍາມໃດກໍ່ແບ່ງປັນ, ຊ່ວຍເຫຼືອກັນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ; ສະກັດກັ້ນ ແລະຕ້ານພະຍາດໂຄວິດ-19; ຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ, ພິເສດແມ່ນອາດຊະຍາກໍາຢາເສບຕິດ.

ສອງຝ່າຍເຫັນດີເປັນເອກະສັນໃນໄລຍະຈະມາເຖິງຈະຈັດຕັ້ງການພົບປະເຈລະຈາເພື່ອເປັນເອກະພາບຕໍ່ເນື້ອໃນສົມທົບກັນໃນຕໍ່ໜ້າ.

ໂດຍ: ໄຊຊະນະ