ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຕ້ອນຮັບລັດຖະມົນຕີກະຊວງການເງິນລາວ
ກປ.ອອນໄລ - ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ສະເໜີກະຊວງການເງິນສອງປະເທດ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບນະໂຍບາຍການເງິນ/ສົກການເງິນ, ເງິນຕາ...
ຕອນບ່າຍວັນທີ 26 ກໍລະກົດ, ກ່າວຄໍາເຫັນທີ່ພິທີຕ້ອນຮັບທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນລາວ, ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະລາວ ມີສາຍພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ເມື່ອລາວປະສົບກັບຄວາມຫຍຸ້ງຍາກ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ.
    |
 |
ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ເນັ້ນໜັກວ່າ ຫວຽດນາມ ແລະລາວ ມີສາຍພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ທ່ານ ເລມິງຄ໊າຍ ສະເໜີກະຊວງການເງິນສອງປະເທດ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບນະໂຍບາຍການເງິນ/ສົກການເງິນ, ເງິນຕາ..., ປະກອບສ່ວນຊ່ວຍລາວ ແກ້ໄຂຄວາມຫຍູ້ງຍາກໃນຕໍ່ໜ້າເທື່ອລະກ້າວ.
ທ່ານ ບຸນໂຈມ ອຸບົນປະເສີດ ສະເໜີຝ່າຍຫວຽດນາມ ຈັດສົ່ງນັກຊ່ຽວຊານມາຊ່ວຍລາວເພີ່ມທະວີບັນດາມາດຕະການເກັບງົບປະມານ, ແກ້ໄຂບັນດາຄວາມຫຍຸ້ງຍາກກ່ຽວກັບການເງິນ, ເງິນຕາ; ປະຕິຮູບວິສາຫະກິດເອເລັກໂຕນິກ; ໜູນຊ່ວຍພັດທະນາວິສາຫະກິດພາຍໃນປະເທດ.
ໂດຍ: ເກື່ອງດັ້ງ